ສາລະວັນສັ່ງດ່ວນ!!! ໂຈະການຮຽນການສອນ ເຂດຜູ້ຕິດເຊື້ອ ພ້ອມທັງສັ່ງທ້ອນໂຮມລົດຮຸນໃດ- ເຮືອມາໄວ້ຢູ່ຈຸດໃດໜຶ່ງ ເນື່ອງຈາກກໍລະນີຜູ້ຕິດເຊື້ອໂຄວິດ – 19 ຜູ້ທີ 54 ທີ່ເປັນຄົນ ເມືອງຄົງເຊໂດນ, ແຂວງສາລະວັນ.
![](https://kkklao.com/wp-content/uploads/2021/04/Screenshot_2021-04-17-11-25-31-70-1024x750.jpg)
ສະນັ້ນ, ເພື່ອປ້ອງກັນ, ສະກັດກັ້ນ ການແຜ່ລະບາດຂອງພະຍາດດັ່ງກ່າວ. ເຈົ້າແຂວງສາລະວັນ ອອກຄໍາສັ່ງ:
![](https://kkklao.com/wp-content/uploads/2021/04/Screenshot_2021-04-17-11-25-39-49-1024x761.jpg)
1. ຢຸດໂຈະຊົ່ວຄາວສະຖານທີ່ແຫຼ່ງທ່ອງທ່ຽວເປັນຕົ້ນ: ພູຜາສຸກ, ຕາດເລາະ, ແກ້ງກູ, ປາກເສັດ ແລະ ສະຖານທີ່ຮ້ານບັນເທີງ, ຄາລາໂອເກະ, ຮ້ານເກມ, ຮ້ານສະໜຸກເກີ້, ເດີ່ນບານເຕະ ແລະ ສະຖານທີ່ ທີ່ເຕົ້າໂຮມຄົນຈຳນວນຫຼາຍ.
![](https://kkklao.com/wp-content/uploads/2021/04/Screenshot_2021-04-17-11-25-46-69-1024x563.jpg)
2. ໃຫ້ຢຸດໂຈະງານບາສີ, ງານຜູກແຂນ ທີ່ເຊີນແຂກຄົນຈຳນວນຫຼາຍ ຢູ່ເຮືອນຊານ,ສຳນັກງານ ແລະ ບ້ານ ( ອະນຸຍາດສະເພາະພາຍໃນຄອບຄົວ, ຍາດພີ່ນ້ອງ), ໃຫ້ຢຸດໂຈະງານແຫ່ຕົ້ນເງິນເຄນວັດ ແລະ ງານແຫ່ຕົບພະຊາຍເອົາພະຂຶ້ນ.
![](https://kkklao.com/wp-content/uploads/2021/04/Screenshot_2021-04-17-11-25-54-92-1024x567.jpg)
3. ມອບໃຫ້ໃຫ້ເຈົ້າໜ້າທີ່ ສົມທົບກັບສາຍຕັ້ງ ແລະ ອົງການປົກຄອງເມືອງ ເປັນເຈົ້າການໃນການຕິດຕາມ, ອັດປ່ອງຂ້າມລອຍ ແລະ ການລັກລອບເຂົ້າຂອງພົນລະເມືອງທີ່ຜິດກົດໝາຍໃຫ້ໄດ້ຢ່າງເດັດຂາດ ແລະ ໃຫ້ກວດກາທ້ອນໂຮມລົດຮຸນໃດ, ເຮືອຫາປາ, ເຮືອຈັກຂອງປະຊາຊົນເຂດເມືອງຄົງເຊໂດນ ແລະ ເມືອງລະຄອນເພັງມາໄວ້ຢູ່ຈຸດໃດໜຶ່ງ ໂດຍມີກໍາລັງ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ກອງຫຼອນບ້ານ ເວນຍາມຕະຫຼອດ 24 ຊົ່ວໂມງ.
![](https://kkklao.com/wp-content/uploads/2021/04/Screenshot_2021-04-17-11-26-01-84-1024x667.jpg)
5. ມອບໃຫ້ບັນດາເມືອງກວດກາ ແລະ ຜັນຂະຫຍາຍຄືນບັນດານິຕິຂັ້ນແຂວງ ທີ່ໄດ້ອອກໃນໄລຍະວັນທີ 12 – 16 ເມສາ 2021 ແລະ ເຮັດການໂຄສະນາ – ປະຊາສໍາພັນ ນໍາໃຊ້ ໂທລະໂຄ່ງບ້ານ ເພື່ອຍົກສູງສະຕິເປັນເຈົ້າການໃນການເຝົ້າລະວັງ ບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ – 19.6.
![](https://kkklao.com/wp-content/uploads/2021/04/Screenshot_2021-04-17-11-26-13-92-1024x611.jpg)
ປິດການຮຽນ-ການສອນ ຊົ່ວຄາວໂຮງຮຽນບ້ານ ທີ່ມີປະຫວັດ ພົວພັນ,ສໍາພັດ ກັບ ຜູ້ທີ່ຕິດເຊື້ອ ກໍລະນີ 54 ເຊັ່ນ: ໂຮງຮຽນ ມັດທະຍົມສົມບູນ ບ້ານເລົ່າ, ເມືອງຄົງເຊໂດນ, ໂຮງຮຽນ ປະຖົມ ບ້ານນາເຕີຍ ຫລື ບ້ານ ອ້ອມຂ້າງ, ໂຮງຮຽນ ມັດທະຍົມສົມບຸນ ປາກຕາພານ, ໂຮງຮຽນ ປະຖົມ ບ້ານ ປາກສະນົມ, ປະຖົມ ບ້ານໂຮງສາຍທອງ, ປະຖົມບ້ານ ປາກຕາພານ ເມືອງລະຄອນເພັງ ພ້ອມທັງປິດ ການເຂົ້າ-ອອກບ້ານດັ່ງກ່າວ ຢ່າງເຂັ້ມງວດ
![](https://kkklao.com/wp-content/uploads/2021/04/Screenshot_2021-04-17-11-26-23-39-777x1024.jpg)
![](https://kkklao.com/wp-content/uploads/2021/04/Screenshot_2021-04-17-11-26-29-85-1024x993.jpg)
Discussion about this post