ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 5, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຈົ້າໜ້າທີ່ ເມືອງສັງທອງ ຈັບຜູ້ລັກລອບເອົາສິນຄ້າມາແຕ່ປະເທດໄທ

Staff by Staff
ເດືອນເມສາ 13, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ເຈົ້າໜ້າທີ່ ເມືອງສັງທອງ ຈັບຜູ້ລັກລອບເອົາສິນຄ້າມາແຕ່ປະເທດເພື່ອນບ້ານ ໃຊ້ເຮືອ 5 ລຳ ແລະ ມີສິນຄ້າຈຳນວນຫຼາຍ

ໃນວັນທີ 11 ເມສາ 2021 ເວລາ 19ໂມງ 00 ນາທີ ປກສ ເມືອງສັງທອງ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີ ວ່າຈະມີການລັກລອບເອົາສິນ ບ້ານສຳພັນນາງ ນວ ສະນັ້ນ ປກສ ເມືອງສັງທອງ ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານສະເພາະກິດ ລົງຕິດຕາມກວດກາ ມາຮອດເວລາ 21 ໂມງ 30 ນາທີ ໄດ້ເຫັນເຮືອແກ່ເຄື່ອງເຂົ້າມາຝັ່ງປະມານ 5 ລໍາ,ມີກຳມະກອນຂົນເຄື່ອງ ປະມານ 10 ຄົນລໍຖ້າຂົນເຄື່ອງຢູ່ແຄມຝັ່ງ, ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດກາພົບເຫັນ ຫອຍແຄງ ຈຳນວນ 5 ເປົາ, ໃບຂີ້ຫູດ 15 ເປົາ, ແກ່ນໝາກງາດຳ 6 ເປົາ, ພ້ອມທັງກັກຕົວທ້າວ ຕີ ອາຍຸ 44ປີ, ປະຊາຊົນ ບ້ານສຳພັນນາ ມາດຳເນີນການສືບສວນ-ສອບສວນ. ຕໍ່ກັບເຫດການດັ່ງກ່າວ,

ເຈົ້າໜ້າທີ່ ປກສ ເມືອງສັງທອງ ຈະດຳເນີນການສືບສວນ-ສອບສວນ ສ່ວນຜົນການສືບສວນ-ສວບສວນ ຈະລາຍງານໃຫ້ຊາບພາຍຫຼັງ ແລະ ເພື່ອຮັບປະກັນບໍ່ໃຫ້ສິນຄ້າດັ່ງກ່າວຖືກຈໍາໜ່າຍເຊິ່ງຈະເຮັດໃຫ້ມີຄວາມສ່ຽງຕໍ່ການຕິດພະຍາດໂຄວິດ19 ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ນໍາສິນຄ້າດັ່ງກ່າວມາທໍາລາຍຖິ້ມ.

ການລັກລອບນໍາເຂົ້າ, ສົ່ງອອກຫຼື ນໍາພືດ, ຜະລິດຕະພັນພືດ ຫຼື ວັດຖຸ ຕ້ອງຄວບຄຸມຜ່ານ ສ ປປລາວ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ລະເມີດຕໍ່ແຈ້ງການຂອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍການຫ້າມນໍາເຂົ້າອາຫານທະເລຊົ່ວຄາວ ສະບັບເລກທີ 23 ທັນວາ 2020 ຕໍ່ກັບບັນຫາດັ່ງກ່າວກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ບໍລິສັດ, ຫ້າງຮ້ານທຸລະກິດ, ພໍຄ້າຊາວຂາຍຕ່າງໆ ໃຫ້ຢຸດຕິການລັກລອບນໍາເອົາສິນຄ້າທີ່ທາງການຫ້າມນໍາເຂົ້າມາ ເພາະວ່າອາດຈະນຳເອົາເຊື້ອພະຍາດ ໂດຍສະເພາະແມ່ນພະຍາດລະບາດໂຄວິດ-19 ທີ່ກໍາລັງລະບາດຢູ່ ເຂົ້າມາແຜ່ລະບາດຢູ່ ສປປ ລາວ ກໍ່ຄືຢູ່ນະຄອນຫຼວງວຽງຈັນ,

ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທີ່ອາໃສຢູ່ເຂດຊາຍແດນຕາມລຳແມ່ນ້ຳຂອງ ຈົ່ງຊ່ວຍກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນບຸກຄົນ, ກຸ່ມຄົນທີ່ເຄື່ອນໄຫວທີ່ຜິດຕໍ່ກົດໝາຍບ້ານເມືອງແຈ້ງຂໍ້ມູນມາໃຫ້ເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

Cr: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ShareTweetShare
Next Post
ບໍ່ຄວນເບິ່ງຂ້າມ…! “ຫຼັງຈາກກິນເຂົ້າແລ້ວ” ຫ້າມເຮັດເດັດຂາດ 8 ຢ່າງຕໍ່ໄປນີ້ ອາດອັນຕະລາຍເຖີງຊີວິດໄດ້

ບໍ່ຄວນເບິ່ງຂ້າມ…! “ຫຼັງຈາກກິນເຂົ້າແລ້ວ” ຫ້າມເຮັດເດັດຂາດ 8 ຢ່າງຕໍ່ໄປນີ້ ອາດອັນຕະລາຍເຖີງຊີວິດໄດ້

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...