ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ພາຍໃນ ເດືອນ ມີນາ ນະຄອນຫຼວງວຽງຈັນ ມີລົດ ຖື ກ ລັ ກ ເກືອບ 80 ຄັນ

Staff by Staff
ເດືອນເມສາ 9, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ປັດຈຸບັນ, ບັນຫາລັກຊັບພົນລະເມືອງ ໂດຍສະເພາະແມ່ນບັນຫາລັກລົດ ຍັງສືບຕໍ່ພົ້ນເດັ່ນຢູ່ໃນສັງຄົມ. ໃນແຕ່ລະວັນຈະມີກຸ່ມຄົນບໍ່ດີຈໍານວນໜຶ່ງຕັ້ງກັນເປັນກຸ່ມແກ້ງໃຊ້ຍານພາຫະນະເລາະເຄື່ອນໄຫວລັກລົດຈັກ ໂດຍອາໃສໂອກາດຕອນເຈົ້າຂອງລົດເຜີຕົວຈອດລົດຊະຊາຍຢູ່ຕາມແຄມທາງ, ຕາມຕະຫຼາດ, ຕາມໜ້າບ້ານ, ຫ້ອງເຊົ່າ ແລະ ຕາມປ່າ ແລ້ວລັກໄປ; ສະ ເພາະເດືອນມີນາ 2021, ຢູ່ນະຄອນຫຼວງວຽງຈັນ ມີລົດໃຫຍ່-ລົດຈັກ ຖືກລັກເກືອບ 80 ຄັນ ແຕ່ສາມາດເກັບກູ້ຄືນໄດ້ພຽງແຕ່ 25 ຄັນ.

ອີງບົດສະຫຼຸບປະຈໍາເດືອນມີນາ 2021 ຂອງກອງບັນຊາການ ປກສ ນະ ຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເດືອນມີນາ 2021 ທົ່ວນະຄອນຫຼວງວຽງຈັນ ມີສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍເກີດຂຶ້ນ ທັງໝົດ 348 ເລື່ອງ; ໃນນີ້, ບັນຫາຢາເສບຕິດ 67 ເລື່ອງ ( ການຊື້-ຂາຍ 43 ເລື່ອງ ແລະ ມົ້ວສຸມ ຢາເສບຕິດ 24 ເລື່ອງ ), ອຸປັດຕິເຫດ 97 ເລື່ອງ, ອັກຄີໄພ-ອາຊະຍາກຳ-ປະກົດການຫຍໍ້ທໍ້ຕ່າງໆ 126 ເລື່ອງ ແລະ ບັນຫາກຸ່ມແກ້ງກວນເມືອງ-ນັກເລງອັນທະພານ 6 ເລື່ອງ; ສ້າງຜົນເສຍຫາຍ ເປັນເງິນ 360.114.500 ກີບ, ລົດ 79 ຄັນ; ໃນນີ້, ລົດໃຫຍ່ 3 ຄັນ ແລະ ລົດຈັກ 76 ຄັນ, ຄຳຮູບປະພັນນໍ້າໜັກ 20 ບາດ, ສາຍແອວເງິນ 1 ເສັ້ນ, ສາຍແອວເງິນ 1 ເສັ້ນ, ສາຍແຂນເງິນ 1 ເສັ້ນ, ສາຍຄໍຄຳຝຣັ່ງ 1 ເສັ້ນ, ປືນສັ້ນ K 592 ກະບອກພ້ອມດ້ວຍລູກປືນ 8 ລູກ, ປືນຍິງ ຢາສະຫຼົບ 1 ກະບອກ, ຄອມພິວເຕີ້ ໂນດບຸກ 3 ໜ່ວຍ, ໄອແພັດ 1 ໜ່ວຍ, ແທັບເລັດ 3 ໜ່ວຍ, ໂທລະສັບມືຖື 17 ໜ່ວຍ, ມໍເຕີ້ແອ 10 ໜ່ວຍ, ຕູ້ຊັກ ຜ້າ 1 ໜ່ວຍ, ຕູ້ເຊັບ 3 ໜ່ວຍ, ສາຍ ໄຟຟ້າຍາວ 800 ແມັດ ແລະ ເຄື່ອງອື່ນຈໍານວນໜຶ່ງ.

ຈາກຄະດີດັ່ງກ່າວ, ທີ່ເກີດຂຶ້ນເຈົ້າໜ້າທີ່ວິຊາສະເພາະ ສາມາດແກ້ໄດ້ 141 ເລື່ອງ ແລະ ກັກຕົວຜູ້ຖືກຫາໄດ້ 236 ຄົນ ຍິງ 19 ຄົນ; ໄດ້ເອົາໃຈໃສ່ມ້າງ ແລະ ຢຶດຂອງກາງໄດ້ເງິນ 50.650.000 ກີບ, ຢາບ້າ 111.122 ເມັດ, ຢາໄອສ໌ 2 ຖົງນ້ອຍ, ເຮໂຣອິນ 1 ແທ່ງ, ປືນ K 54 3 ກະບອກ ພ້ອມລູກປືນ 5 ລູກ, ປືນ T7701 ກະບອກ ພ້ອມດ້ວຍລູກປືນ 24 ລູກ; ລະເບີດປອມ 1 ໜ່ວຍ ແລະ ໂທລະສັບມືຖື 1 ໜ່ວຍ ແລະ ສາມາດເກັບກູ້ຄືນໄດ້ເປັນເງິນ 5.100. 000 ກີບ, 10.000 ບາດ, 1.300 ໂດ ລາ, ລົດໃຫຍ່ 2 ຄັນ, ລົດຈັກ 23 ຄັນ, ໂນດບຸກ 1 ໜ່ວຍ, ສາຍໄຟ 1 ກໍ້, ໂທລະສັບມືຖື 2 ໜ່ວຍ ແລະ ເຄື່ອງອື່ນໆ.

ບັນຫາລັກລົດແມ່ນປະກົດການຫຍໍ້ທໍ້ໜຶ່ງທີ່ພົ້ນເດັ່ນທີ່ສຸດໃນສັງຄົມ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ເຈົ້າຂອງຊັບເປັນຈໍານວນຫຼວງຫຼາຍ; ສະນັ້ນ, ທຸກຄົນໃນສັງຄົມຕ້ອງມີສະຕິລະວັງຕົວ, ເອົາໃຈໃສ່ປົກປັກຮັກສາຊັບສິນຂອງ ຕົນເອງ ໂດຍສະເພາະແມ່ນລົດໃຫຍ່ ແລະ ລົດຈັກ ເພື່ອອັດຊ່ອງຫວ່າງບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດລັກເອົາ, ຕ້ອງເກັບມຽນໃຫ້ດີໃນເວລາໃຊ້ວຽກງານ ແລ້ວ, ຄວນມີລະບົບປ້ອງກັນທີ່ດີເພື່ອປ້ອງ ກັນບໍ່ໃຫ້ຄົນຂີ້ລັກ ລັກເອົາລົດຂອງທ່ານໄດ້ແບບງ່າຍດາຍ, ຖ້າໄປສະຫຼາດ ກໍບໍ່ຄວນຈອດລົດໄວ້ຊະຊາຍ ແລະ ບໍ່ຄວນສຽບກະແຈປະໄວ້ຢູ່ລົດເພາະລົດຂອງທ່ານຈະຖືກລັກເອົາໄດ້ແບບງ່າຍດາຍ;

ຖ້າຫາກວ່າທຸກຄົນມີສະຕິຮັກສາລົດຂອງທ່ານໄວ້ໃຫ້ດີເຊື່ອວ່າບັນຫາການລັກລົດ ກໍຈະຫຼຸດໜ້ອຍຖອຍລົງ ແລະ ຄ່ອຍໆໝົດໄປຈາກສັງຄົມ.

ShareTweetShare
Next Post
ການກໍ່ສ້າງພື້ນຖານໂຄງສ້າງທາງລົດໄຟ ລາວ-ຈີນ ໄລຍະທາງຜ່ານແຂວງຫຼວງນ້ຳທາ ສຳເລັດແລ້ວ 97%

ການກໍ່ສ້າງພື້ນຖານໂຄງສ້າງທາງລົດໄຟ ລາວ-ຈີນ ໄລຍະທາງຜ່ານແຂວງຫຼວງນ້ຳທາ ສຳເລັດແລ້ວ 97%

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...