ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 20, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ການກໍ່ສ້າງພື້ນຖານໂຄງສ້າງທາງລົດໄຟ ລາວ-ຈີນ ໄລຍະທາງຜ່ານແຂວງຫຼວງນ້ຳທາ ສຳເລັດແລ້ວ 97%

Staff by Staff
ເດືອນເມສາ 9, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ການກໍ່ສ້າງພື້ນຖານໂຄງສ້າງທາງລົດໄຟ ລາວ-ຈີນ ສະເພາະສັນຍາທີ 1 ໄລຍະທາງຜ່ານແຂວງຫຼວງນ້ຳທາ ມາຮອດປັດຈຸບັນ ສຳເລັດແລ້ວ 97%. ຂະນະທີ່ຜູ້ປະ ສານງານໂຄງການດັ່ງກ່າວຂອງແຂວງໝັ້ນໃຈວ່າ: ການກໍ່ສ້າງທຸກໜ້າວຽກຈະສໍາເລັດພາຍໃນທ້າຍປີນີ້ແນ່ນອນ.ທ່ານ ຈັນທະຈອນ ແກ້ວນະຄອນ, ຜູ້ປະສານງານໂຄງການກໍ່ສ້າງທາງ

ລົດໄຟລາວ-ຈີນ ແຂວງຫລວງນໍ້າທາ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດ ໃນວັນທີ 7 ເມສາ 2021 ວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສະເພາະສັນຍາທີ 1 ໄລຍະທາງຜ່ານແຂວງຫຼວງນ້ຳທາ ມີຄວາມຍາວທັງໝົດ 16,9 ກິໂລແມັດ, ປະ ກອບມີ 2 ສະຖານນີ ຄື: ສະຖານີ ບໍ່ເຕັນ ເປັນສະຖານີສຳລັບໂດຍສານ ແລະ

ເປັນຈຸດກວດກາຄົນເຂົ້າ-ອອກເມືອງ ແລະ ສະຖານີ ນາເຕີຍ ເປັນສະຖານີໃຫຍ່ສຳລັບໂດຍ ສານ ແລະ ມີລະບົບສາງຄ່ຽນຖ່າຍສິນຄ້າຢູ່ນຳ. ໃນນີ້ ໄດ້ກໍ່ສ້າງຂົວໃຫຍ່ 7 ແຫ່ງ ແລະ ເຈາະອຸໂມງ 3 ແຫ່ງ. ມາຮອດປັດຈຸບັນ ບໍລິສັດ ກໍ່ສ້າງທາງລົດໄຟເລກ 5, ບໍລິສັດ ກໍ່ສ້າງທາງລົດໄຟເລກ 2 ແລະ ບໍລິສັດ ກໍ່ສ້າງ ວິສະວະກຳທາງລົດໄຟ ຈາກ ສປ ຈີນ

ເຊີ່ງເປັນຜູ້ຮັບເໝົາກໍ່ສ້າງ ສັນຍາທີ 1 ໄດ້ກໍ່ສ້າງສໍາເລັດ ດັ່ງນີ້: ກໍ່ສ້າງອຸໂມງໄລຍະຜ່ານແຂວງຫຼວງນ້ຳທາ ມີ 3 ແຫ່ງ, ມີຄວາມຍາວທັງໝົດ 10.051,5 ແມັດ,

ການກໍ່ສ້າງຂົວ ແລະ ການກໍ່ສ້າງຄັນທາງ ສຳເລັດ 100%.ກໍ່ສ້າງອາຄານສະຖານີ ບໍ່ເຕັນ ສຳເລັດ 45% ແລະ ສະຖານີ ນາເຕີຍ ສຳເລັດ 73%, ນອກນີ້ ຍັງໄດ້ກໍ່ສ້າງລະບົບລະບາຍນ້ຳຢູ່ຂອບເຂດຂອງສອງສະຖານີດັ່ງກ່າວ ແລະ ຄາດວ່າເດືອນຕຸລາ ປີ 2021 ຈະໃຫ້ສຳ ເລັດ 100%.

ກໍ່ສ້າງສະຖານີກະຈາຍໄຟຟ້າພ້ອມທັງລະບົບຕ່າຄ່າຍໄຟ ເພື່ອສະໜອງໃຫ້ແກ່ສະ ຖານີ ນາເຕີຍ ແລະ ຂະບວນລົດໄຟ ສຳເລັດ 76% ແລະ ຄາດວ່າເດືອນ 6 ປີ 2021 ຈະໃຫ້ສຳເລັດ 100%.

ສ່ວນຄວາມຄືບໜ້າໃນການຕິດຕັ້ງລະບົບລາງລົດໄຟ ແມ່ນໄດ້ເລີ່ມວາງແຕ່ນະ ຄອນຫຼວງວຽງຈັນ ຫາ ບໍ່ເຕັນ (ຊາຍແດນ ລາວ-ຈີນ) ແຂວງຫຼວງນ້ຳທາ ມາຮອດປັດບັນມາຮອດເຂດເມືອງໄຊ, ແຂວງອຸດົມໄຊ ເທົ່າກັບຫລາຍກວ່າ 80% ຂອງຄວາມຍາວທັງໝົດ 400 ກວ່າກິໂລແມັດ ແລະ ຄາດວ່າຮອດທ້າຍເດືອນພຶດສະພາ ປີ 2021 ຈະວາງ

ມາຮອດແຂວງຫຼວງນ້ຳທາ.ທ່ານ ຈັນທະຈອນ ແກ້ວນະຄອນ ໃຫ້ຮູ້ຕື່ມວ່າ: ເຖີງວ່າສະພາບການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການກໍ່ສ້າງພົບຄວາມຫຍຸ້ງຍາກຫລາຍສົມຄວນກໍ່ຕາມ ແຕ່ການກໍ່ສ້າງພື້ນຖານໂຄງສ້າງທາງລົດໄຟ ລາວ-ຈີນ ສະເພາະສັນຍາທີ 1 ໄລຍະທາງຜ່ານແຂວງຫຼວງນ້ຳທາ ມີຄວາມຄືບໜ້າຢ່າງຕໍ່ດນື່ອງ ແລະ ສາມາດຕີລາຄາໂດຍລວມສຳເລັດແລ້ວ 97% ເຮັດໃຫ້ໝັ້ນໃຈວ່າການກໍ່ສ້າງທັງໝົດຈະສໍາເລັດພາຍໃນທ້າຍປີນີ້ຕາມແຜນການທີ່ວາງໄວ້ແນ່ນອນ.

Cr: ບຸນຕຽງ ຈັນທະວົງ
ShareTweetShare
Next Post
ຂໍຄວາມຊ່ວຍເຫຼືອແດ່ ໃຜນຳໄດ້ ໃຫ້ຊີ້ນລະ 1ລ້ານເດີ້ໄອແພດ ແອ2 ສີທອງ ກີ່ຕ້າ Fender

ຂໍຄວາມຊ່ວຍເຫຼືອແດ່ ໃຜນຳໄດ້ ໃຫ້ຊີ້ນລະ 1ລ້ານເດີ້ໄອແພດ ແອ2 ສີທອງ ກີ່ຕ້າ Fender

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຈັງແມ່ນເນາະ! ຈັບສອງເຖົ້າຄ້າຂາຍຢາເສບຕິດ ທີ່ເມືອງສອງຄອນ
  • ລາວເຮັດໄດ້ ຫລຽນຄຳ ທຳອິດຂອງທີມຊາດລາວ ໄດ້ມາແລ້ວ ໄດ້ຈາກປະເພດກິລາ ວໍວີນາມ ປະເພດຄູ່ຍິງ
  • ສ.ອາເມລິກາ ມີຜູ້ເສຍຊີວິດຈາກອຸບັດເຫດເພີ່ມຂຶ້ນກວ່າ10%
  • ປາໂທ໋! ຫຼາຍເນາະ ຊຽງຂວາງມີໂຄງການນອກແຜນ 25 ໂຄງການ ມູນຄ່າ 226.280.000.000 ກີບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...