ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ທົ່ວປະເທດ ມີກໍລະນີແມ່ເສຍຊີວິດຈາກການຖືພາ ແລະ ເກີດລູກ 126 ຄົນ

Staff by Staff
ເດືອນເມສາ 7, 2021
in ທົ່ວໄປ
0
Home ທົ່ວໄປ

ຂປລ. ລາຍງານການເຝົ້າລະວັງ ແລະ ຕອບໂຕ້ແມ່ເສຍຊີວິດ ຈາກການຖືພາ ແລະ ເກີດລູກ ທຸກແຂວງທົ່ວປະເທດ ໃນປີ 2020 ມີກໍລະນີແມ່ເສຍຊີວິດທັງໝົດ 126 ຄົນ, ສ່ວນຫລາຍໃນກຸ່ມອາຍຸ 18-34 ປີ, ອາຊີບຊາວນາ ແລະ ແມ່ເຮືອນ. ໃນນີ້, ແຂວງທີ່ມີລາຍງານແມ່ເສຍຊີວິດຫລາຍກວ່າໝູ່ ແມ່ນອຸດົມໄຊ 13 ຄົນ, ຮອງລົງມາແມ່ນສະຫວັນນະເຂດ 12 ຄົນ ແລະ ແຂວງຫົວພັນ, ຊຽງຂວາງ, ບໍລິຄຳໄຊ ແຂວງ ລະ 10 ຄົນ. ຂໍ້ມູນດັ່ງກ່າວໄດ້ລາຍງານ ໃນທ້າຍອາທິດທີ່ຜ່ານມາ ໃນກອງປະຊຸມ ການເຝົ້າລະວັງ ແລະ ຕອບໂຕ້ແມ່ເສຍຊີວິດ, ໂດຍ ທ່ານ ດຣ. ອາລົງກອນ ເພັງສະຫວັນ ຮອງຄະ ນະບໍດີ ຄະນະແພດສາດ.

ທ່ານ ດຣ. ອາລົງກອນ ເພັງສະຫວັນ ແຈ້ງໃຫ້ຮູ້ວ່າ: ໃນປີ 2017-2019 ພົບວ່າ ກໍລະນີແມ່ເສຍຊີວິດໄດ້ຮັບລາຍງານທັງໝົດ 403 ກໍລະນີ, ໃນນັ້ນເສຍຊີວິດໃນສະຖານທີ່ບໍລິການ 56% (225 ຄົນ), ຢູ່ບ້ານ 178 ຄົນ (44%) ແລະ ແມ່ເສຍຊີວິດນໍາສົ່ງ ຈາກສະຖານທີ່ບໍລິການທີ່ບໍ່ມີເງຶ່ອນໄຂ ຫາສະຖານທີ່ບໍລິການທີ່ມີເງື່ອນໄຂ 3% (5 ຄົນ). ຈໍານວນແມ່ເສຍຊີວິດ ໃນສະຖານທີ່ບໍລິການທີ່ໄດ້ທົບທວນທັງໝົດ 84% (190 ຄົນ), ໂດຍທົ່ວໄປແລ້ວ, ແມ່ທີ່ເສຍຊີວິດໃນສະຖານທີ່ບໍລິການຄວນໄດ້ທົບທວນທຸກກໍລະນີ. ເຫດຜົນທີ່ບໍ່ໄດ້ທົບທວນທຸກກໍລະນີ ແມ່ນຍ້ອນມີບັນຫາຫລາຍຢ່າງເຊັ່ນ: ຄວາມພ້ອມຂອງຄະນະກໍາມະການ ທົບທວນແມ່ເສຍຊີວິດໃນຂັ້ນສູນກາງ ແລະ ແຂວງ, ການລາຍງານຂອງຜູ້ຮັບຜິດຊອບຊ້າ ແລະ ງົບປະມານ ທີ່ນໍາໃຊ້ເຂົ້າໃນການທົບທວນແມ່ເສຍຊີວິດມີຈໍາກັດ.

ໃນປະເທດລາວ ຫລາຍກວ່າເຄິ່ງໜຶ່ງ (53%) ຂອງປະຊາກອນຂອງລາວແມ່ນຕ່ຳກວ່າ 25 ປີ (ການສຳຫລວດພົນລະເມືອງປີ 2015). ການແຕ່ງງານຂອງເດັກນ້ອຍແມ່ນມີຢູ່ທົ່ວໄປ, ໂດຍສະເພາະໃນໝູ່ເດັກຍິງ, ປັດຈຸບັນ 1 ໃນ 4 ຂອງເດັກຍິງໄວລຸ້ນ ອາຍຸ 15-19 ໄດ້ແຕ່ງງານແລ້ວ. ອັດຕາການເກີດລູກຂອງໄວໜຸ່ມແມ່ນໜຶ່ງໃນປະເທດທີ່ສູງທີ່ສຸດໃນພາກພື້ນ, ເຊິ່ງມີອັດຕາການເກີດ 83 ຄົນຕໍ່ເດັກຍິງໄວລຸ້ນ 1.000 ຄົນ (15-19 ປີ). ຈຶ່ງເຮັດໃຫ້ມີກໍລະນີແມ່ເສຍຊີວິດ ທີ່ມີອາຍຸຕ່ຳກວ່າ 18 ປີກວມອັດຕາສ່ວນຫລາຍ. ເຖິງຢ່າງໃດກໍຕາມ, ພວກເຮົາຍັງສິ່ງທ້າທາຍຫລາຍຢ່າງ ໂດຍສະເພາະຄຸນນະພາບການບໍລິການສຸຂະພາບແມ່: ພະນັກງານບໍລິການ, ອຸປະກອນ, ຢາ ແລະ ເຄື່ອງໃຊ້ໃນຂະ ແຫນງບໍລິການດູແລກ່ອນເກີດ ແລະ ເກີດລູກ; ລະບົບການສົ່ງຕໍ່-ຮັບຄົນເຈັບກໍລະນີສຸກເສີນປະສູດ; ການບັນທຶກ ແລະ ການລາຍງານ; ລະບົບການບໍລິການສຸຂະພາບແມ່; ການນໍາພາ ແລະ ການຕິດຕາມ.

ທ່ານ ດຣ. ອາລົງກອນ ເພັງສະຫວັນ ກ່າວຕື່ມວ່າ: ການເຝົ້າລະວັງແມ່ເສຍຊີວິດ ເປັນວຽກງານບູລິມະສິດອັນໜຶ່ງ ໃນແຜນຍຸດທະສາດແຫ່ງຊາດ ແລະ ແຜນປະຕິບັດງານສໍາລັບການບໍລິການ ເຊື່ອມສານສຸຂະພາບຈະເລີນພັນ, ແມ່ ແລະ ເດັກນ້ອຍ 2016-2030. ການເຝົ້າລະວັງແມ່ເສຍຊີວິດ ແມ່ນຈະຊ່ວຍໃຫ້ບັນດາການນໍາ, ຜູ້ວາງນະໂຍບາຍ, ຜູ້ຕັດສິນທາງດ້ານງົບປະມານ ແລະ ຜູ້ໃຫ້ບໍ ລິການທຸກຂັ້ນໄດ້ຮັບຮູ້, ເຂົ້າໃຈ ເຖິງສະພາບຄວາມເປັນຈິງ ຂອງການບໍລິການສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງເປັນບ່ອນອີງ ໃນການວາງແຜນການພັດທະນາ ແລະ ປັບປຸງການບໍລິການສຸຂະພາບແມ່ ແລະ ເດັກ ໃຫ້ມີຄຸນນະພາບເພີ່ມຂຶ້ນ.

ຂ່າວຈາກ: ມະນິທອນ

ShareTweetShare
Next Post
ແມ່ເລກເຖື່ອນປະກາດຫາລູກເລກທີ່ຖືກ30ລ້ານກີບ ໃຫ້ມາລົມກັນຢູ່ຫ້ອງການຕຳຫຼວດ

ແມ່ເລກເຖື່ອນປະກາດຫາລູກເລກທີ່ຖືກ30ລ້ານກີບ ໃຫ້ມາລົມກັນຢູ່ຫ້ອງການຕຳຫຼວດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...