ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 5, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຈົ້າຫນ້າທີ່..!! ເລັ່ງກວດ ໜັງສືອະນຸຍາດດຳເນີນທຸລະກິດ, ມາດຕະຖານ ແລະ ເຕັກນິກຂອງເຮືອ ຈາກເຫດເຮືອຫລົ້ມ ຢູ່ອ່າງນໍ້າງື່ມ

Staff by Staff
ເດືອນເມສາ 7, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ວັນທີ 5 ເມສາ 2021 ຄະນະນໍາ ພ້ອມດ້ວຍວິຊາການ ຈາກກົມຄຸ້ມຄອງການທ່ອງທ່ຽວ ແລະ ກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລົງເຮັດວຽກຮ່ວມກັບແຂວງວຽງ ຈັນ ເພື່ອຕິດຕາມ ແລະ ເກັບກໍາຂໍ້ມູນເບື້ອງຕົ້ນ ກ່ຽວກັບອຸບັດ

ເຫດເຮືອນັກທ່ອງທ່ຽວຫລົ້ມ ຢູ່ອ່າງນໍ້າງື່ມ ເຂດ ແດນສະຫວັນ ເມືອງທຸລະຄົມ ແຂວງວຽງຈັນ ໃນຕອນ ເຊົ້າວັນທີ 4 ເມສາ 2021, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ທັງ ໝົດ 8 ຄົນ. ການລົງເກັບກຳຂໍ້ມູນໃນຄັ້ງນີ້, ແມ່ນອີງຕາມທິດຊີ້ນຳຂອງການນຳ ກະຊວງ ຖວທ ແລະ ການນຳແຂວງວຽງຈັນ, ປະກອບມີ: ພະແນກ ຖວທ, ພະແນກແຜນການ ແລະ ການລົງທຶນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ເຂົ້າຮ່ວມ.

ຈຸດປະສົງ ແມ່ນເພື່ອເກັບກຳຂໍ້ມູນຕ່າງໆ ທີ່ກ່ຽວພັນກັບອຸບັດເຫດເຮືອຫລົ້ມໃນຄັ້ງນີ້, ເຊິ່ງຈະລວມເຖິງເອກະສານ ໃນການອະນຸຍາດດຳເນີນທຸລະກິດ, ມາດຕະຖານ ແລະ ເຕັກນິກຂອງເຮືອ ແລະ ອື່ນໆ ເພື່ອລາຍງານໃຫ້ການນຳໄດ້ຮັບຊາບ ເພື່ອເປັນຂໍ້ມູນທີ່ສຳຄັນໃນການນຳໃຊ້ເຂົ້າກຳນົດທິດທາງໃນການປ້ອງກັນບັນຫາໃນຕໍ່ໜ້າ ແນໃສ່ເຮັດໃຫ້ກິດຈະການ ການທ່ອງທ່ຽວມີຄວາມປອດໄພ ແລະ ມີຄວາມຍືນຍົງໃນຕໍ່ໜ້າ.

ປັດຈຸບັນ, ທຸກພາກສ່ວນທີ່ກ່ຽວຂ້ອງ ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະບັນດາພະແນກ ການທີ່ກ່ຽວຂ້ອງ ຂອງແຂວງວຽງຈັນ ກຳລັງຂຸ້ນຂ້ຽວເກັບກຳ ແລະ ສັງຮວມຂໍ້ມູນກ່ຽວຂ້ອງທັງໝົດ ລວມທັງຂໍ້ມູນຂອງບໍລິສັດຜູ້ລົງ ທຶນ ດຳເນີນທຸກິດດັ່ງກ່າວ, ພາຍຫລັງໄດ້ຂໍ້ມູນລະອຽດ ຖືກຕ້ອງ, ຊັດເຈນທັງໝົດແລ້ວ ຈຶ່ງຈະແຈ້ງໃຫ້ສັງຄົມຮັບຊາບຕໍ່ໄປ.

ອຸບັດເຫດເຮືອນັກທ່ອງທ່ຽວຫລົ້ມ ຢູ່ອ່າງນໍ້າງື່ມ ເຂດ ແດນສະຫວັນ ເປັນເຫດສຸດວິໄສ, ເຊິ່ງເກີດຂຶ້ນຍ້ອນມີພາຍຸ ແລະ ລົມມາແຮງກະທັນຫັນ ຈົນເຮັດໃຫ້ເຮືອລໍາດັ່ງກ່າວຫລົ້ມ ຫ່າງຈາກຝັ່ງປະມານ 40 ແມັດ, ເຮືອລໍາດັ່ງກ່າວ, ມີຜູໂດຍສານນັກທ່ອງທ່ຽວທັງໝົດ 39 ຄົນ.ເຫດການໃນຄັ້ງນີ້ ຄະນະກູ້ໄພສາມາດກອບກູ້ຊີວິດໄວ້ໄດ້ປອດໄພ 31 ຄົນ, ລວມທັງທ່ານອະດີດປະທານປະເທດ ຈູມມາລີ ໄຊຍະສອນ ຊຶ່ງໄດ້ຮັບການປິ່ນປົວ ແລະ ເບິ່ງແຍງເປັນຢ່າງດີຢູ່ໂຮງໝໍໃຫຍ່ໃນນະຄອນຫລວງວຽງຈັນ ແລະ

ມີຜູ້ເສຍຊີວິດ 8 ຄົນ, ໃນນັ້ນ ລວມທັງ ທ່ານ ວິດົງ ໄຊຍະສອນ ອະດີດເຈົ້າແຂວງວຽງຈັນ , ລູກຊາຍ ແລະ ທ່ານນາງ ແກ້ວສາຍໃຈ ໄຊຍະສອນ ພັນລະຍາ ຂອງທ່ານ ຈູມມາລີ ໄຊຍະສອນ.

ShareTweetShare
Next Post
ເມືອງບໍ່ແຕນ ແຂວງໄຊຍະບູລີ ຖຶກຜົນກະທົບຈາກລົມພາຍຸ

ເມືອງບໍ່ແຕນ ແຂວງໄຊຍະບູລີ ຖຶກຜົນກະທົບຈາກລົມພາຍຸ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0
  • ສຸດທ້າຍກະໄປບໍ່ລອດ ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...