ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສຸດເສົ້າ … ປີ 2020 ປີດຽວ ເນື້ອທີ່ປ່າໄມ້ຢູ່ລາວ ເສຍຫາຍຍ້ອນໄຟໄໝ້ລາມປ່າ 2 ແສນກວ່າເຮັກຕາ

Staff by Staff
ເດືອນເມສາ 2, 2021
in ທົ່ວໄປ
0
Home ທົ່ວໄປ

ສຸດເສົ້າ … ປີ 2020 ປີດຽວ ເນື້ອທີ່ປ່າໄມ້ຢູ່ລາວ ເສຍຫາຍຍ້ອນໄຟໄໝ້ລາມປ່າ 2 ແສນກວ່າເຮັກຕາ ຫຼື ທຽບເທົ່າກັບ ສະໜາມກິລາ ເຈົ້າອານຸວົງ ປະມານ 115.000 ສະໜາມ !!!

ປີ 2020 ຜ່ານມາ, ເນື້ອທີ່ປ່າໄມ້ຢູ່ລາວເສຍຫາຍຍ້ອນໄຟໄໝ້ລາມປ່າ 209.682 ເຮັກຕາ, ໃນນີ້ ເກີດຂຶ້ນຫລາຍກວ່າໝູ່ແມ່ນຢູ່ ແຂວງອຸດົມໄຊ, ຫລວງນໍ້າທາ, ບໍ່ແກ້ວ, ຫລວງພະບາງ ແລະ ແຂວງໄຊຍະບູລີ.

ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ສໍາພາດວ່າ: ປີ 2020 ຜ່ານມາ ຖືເປັນປີທີ່ມີເນື້ອທີ່ປ່າໄມ້ຢູ່ລາວເສຍຫາຍຍ້ອນໄຟໄຫມ້ປ່າຫລາຍກວ່າໝູ່ໃນໄລຍະຜ່ານມາ ເຊີ່ງເກີດຂຶ້ນຈາກຫລາຍສາເຫດ ເປັນຕົ້ນ: ປະຊາຊົນຈຳນວນໜຶ່ງລະເມີດຖາງປ່າເຮັດໄຮ່, ຈູດໄຮ່, ຈູດຄັງລ້ຽງສັດ ແລະ ບຸກຄົນຈຳນວນໜຶ່ງເຂົ້າປ່າຫາກິນໄດ້ດັງໄຟແຕ່ບໍ່ດັບມອດຈິ່ງເຮັດໃຫ້ເກີດໄຟໄໝ້ລາມປ່າ. ນອກຈາກນີ້ ແມ່ນເກີດຈາກສະພາບອາກາດມີການປ່ຽນແປງເຮັດໃຫ້ເກີດໄພແຫ້ງແລ້ງ ແລະ ເກີດໄຟໄໝ້ລາມປ່າ.

ເພື່ອປ້ອງກັນ ແລະ ສະກັດກັ້ນໄຟຟໝ້ລາມປ່າໃນລະດູແລ້ງປີນີ້, ກົມປ່າ ໄມ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄຳສັ່ງເລກທີ 2493/ກປ, ລົງວັນທີ 23 ທັນວາ 2020 ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບ ສະກັດກັ້ນ, ຕ້ານໄຟໄໝ້ລາມປ່າ, ກະກຽມຜະລິດ, ເບ້ຍໄມ້, ປູກໄມ້ ແລະ ຟື້ນຟູປ່າປະ ຈຳປີ 2021 ເຖີງຂະແໜງການທີ່ກ່ຽວຂ້ອງໃນທົ່ວປະເທດ, ພ້ອມນີ້ ໄດ້ແຕ່ງ ຕັ້ງຄະນະຮັບຜິດຊອບເພື່ອ ລົງຊຸກຍູ້, ຕິດຕາມ ແລະ ສະກັດກັ້ນໄຟໄໝ້ລາມປ່າໃນຂອບເຂດທົ່ວປະເທດ ເພື່ອດຳເນີນ 2 ມາດຕະການ ຄື:

ມາດຕະການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ ແລະ ມາດຕະການດັບມອດຫາກມີໄຟໄໝ້ລາມປ່າເກີດຂຶ້ນ. ຄະນະດັ່ງກ່າວປະກອບ ມີ 4 ຄະນະ ເຊີ່ງຄະນະທຳອິດຈະເຄື່ອນໄຫວຢູ່ 4 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ຫລວງນໍ້າທາ ແລະ ແຂວງບໍ່ແກ້ວ ກ່ອນປີໃໝ່ລາວປີນີ້. ຫລັງຈາກນັ້ນຄະ ນະທີ 2 ຈະເຄື່ອນໄຫວຢູ່ແຂວງອຸດົມໄຊ, ຫລວງພະບາງ, ຊຽງຂວາງ ແລະ ແຂວງຫລວງພັນ, ຄະນະທີ 3 ຈະເຄື່ອນໄຫວຢູ່ແຂວງໄຊຍະບູລີ, ວຽງຈັນ, ນະຄອນຫລວງວຽງຈັນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ແລະ ຄະນະສຸດ ທ້າຍຈະເຄື່ອນໄຫວຢູ່ແຂວງສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.

ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ຕື່ມວ່າ: ສະເພາະລະດູແລ້ງປີ 2021 ນີ້ ມີໄຟໄຫມ້ລາມປ່າເກີດຂຶ້ນຢູ່ບາງແຂວງພາກເໜີືອແລ້ວ ເປັນຕົ້ນ: ແຂວງອຸດົມໄຊ, ຜົ້ງສາລີ ແລະ ອື່ນໆ ແຕ່ບໍ່ຮ້າຍແຮງ ແລະ ຍັງບໍ່ທັນມີລາຍງານຜົນເສຍຫາຍເທື່ອ.

ດັ່ງນັ້ນ ທ່ານໄດ້ຮຽກຮ້ອງມາຍັງປະ ຊາຊົນທຸກຄົນ ໂດຍສະເພາະຜູ້ທີ່ອາໃສຢູ່ເຂດທີ່ມີຄວາມສ່ຽງ ຈົ່ງຮ່ວມກັນປ້ອງກັນ

ແລະ ສະກັດກັ້ນໄຟໄໝ້ລາມປ່າ, ການເຮັດໄຮ່, ເຮັດສວນ ແລະ ທຳມາຫາກິນ, ກ່ອນການຈູດຕ້ອງເຮັດແລວກັນໄຟອ້ອມຮອບເນື້ອທີ່ທີ່ຈະຈູດໃຫ້ຮັບປະກັນດີຈິ່ງຈູດ ເພື່ອບໍ່ໃຫ້ໄຟລາມໄປບ່ອນອື່ນ, ການຈູດຕ້ອງຈູດຍາມແລງ ຫລື ຍາມແດດອ່ອນ ແລະ ບໍ່ມີລົມແຮງ ແລະ ອື່ນໆ.

ຂ່າວ: ບຸນຕຽງ ຈັນທະວົງ

ພາບ: ບຸນຍັງ ພຸດສະຫວັດ

Lao National Radio
ShareTweetShare
Next Post
ພາຍຸພັດເຮັດໃຫ້ ຄ້າຍທະຫານຊາຍແດນ157

ພາຍຸພັດເຮັດໃຫ້ ຄ້າຍທະຫານຊາຍແດນ157

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ສະຕິເດີ ສະຕິ ຄົນລາວຢ່າ ເຮັດກັນເອງກະຕຸກໃດໃຊ້ແລ້ວໃຊ້ເລີຍຢ່າສົ່ງຄືນສານໍ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...