ປະຊາສຳພັນ ຂໍຄວາມຊວ່ຍເຫຼືອ ເພື່ອປະກາດຫາຍາດພີ່ນ້ອງຂອງບຸກຄົນໃນຮູບນີ້ ເພາະວ່າຜູ້ກ່ຽວໄດ້ຫຼົງທາງມາແຕ່ໃສ່ບໍ່ຮູ້. ຜູ້ກ່ຽວໃຫ້ຂໍ້ມູນອ້າງອີງໂດຍການຂຽນເປັນພາສາໄທ ວ່າ: ທ້າວສົມຊາຍ ພົນກະໂທກ ອາຍຸ 45 ປີ ຢູ່ບ້ານ ສະແຫຼງພັນ ເມືອງ ລຳປາຍມາດ ແຂວງ ບູລິລຳ ປະເທດໄທ.

(ບໍ່ມີເອກະສານໃດໆຕິດໂຕມານຳ) ສ່ວນຂໍ້ມູນອື່ນໆ ຜູ່ກຽ່ວປະຕິເສດບໍ່ຮູ້ບໍ່ຈັກ ໃຫ້ຂໍ້ມູນຄ້າຍຄືຄົນສະຕິບໍ່ສົມບູນ. ປະຈຸບັນທາງເຈົ້າໜ້າທີ່ໄດ້ຮັກສາຜູ້ກ່ຽວໄວ້ ຢູ່ ປກສ ເມືອງ ພະລານໄຊ.

ຖ້າບຸກຄົນຫາກຮູ້ຈັກກັບຜູ້ກ່ຽວ ຫຼື ຍາດຕິພີ່ນ້ອງ ໃຫ້ມາພົວພັນ ຫຼື ຕິດຕໍ່ຫາ ເຈົ້າໜ້າທີ່ ພວກເຮົາໄດ້ ໂທຣ 030 9747007; 030 9475545. ກະລຸນນາ ແຊສ ເພື່ອຊ່ວຍຊອກຍາດພີ່ນ້ອງຂອງຜູ້ກ່ງວ ຂໍຂອບໃຈ
Discussion about this post