ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 31, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໂຄງການທາງລົດໄຟລາວ-ຈີນ ຈະສ້າງສຳເລັດຕາມແຜນ ແລະເປີດໃຫ້ບໍລິການໃນທ້າຍປີ 2021 ຢ່າງແນ່ນອນ

Staff by Staff
ເດືອນເມສາ 1, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ມາຮອດປັດຈຸບັນ ໂຄງການປູລາງລົດໄຟລາວ-ຈີນ ໄດ້ປູຈາກນະຄອນຫຼວງວຽງຈັນ ໄປຫາແຂວງຫຼວງພະບາງ ແລະຕໍ່ໃສ່ອຸດົມໄຊ ເຊິ່ງສໍາເລັດແລ້ວ 80% ແລະຄາດວ່າການປູລາງລົດໄຟ ນັບແຕ່ສະຖານີນະຄອນຫຼວງວຽງຈັນ ຫາສະຖານີບໍ່ເຕ່ນ ແຂວງຫຼວງນໍ້າທາ ຊາຍແດນລາວ-ຈີນ ຈະໃຫ້ສຳເລັດພາຍໃນເດືອນພຶດສະພາ 2021 ຢ່າງແນ່ນອນ.

ດັ່ງນັ້ນ, ຈິ່ງຮັບປະກັນໄດ້ວ່າ ໂຄງການທາງລົດໄຟລາວ-ຈີນ ຈະສ້າງສຳເລັດຕາມແຜນ ແລະເປີດໃຫ້ບໍລິການໃນທ້າຍປີ 2021 ຢ່າງແນ່ນອນ. ທ່ານ ຫູປິ່ນ ຫົວໜ້າບັນຊາການ ແລະວິສະວະກອນລະດັບສູງ ຂອງກຸ່ມບໍລິສັດທາງລົດໄຟເລກ 2 ແຫ່ງ ສປ ຈີນ ໃຫ້ສຳພາດຕໍ່ສື່ມວນຊົນລາວ-ຈີນ ເມື່ອວັນທີ 30 ມີນາ 2021ນີ້ ຢູ່ທີ່ໂຄງການທາງລົດໄຟລາວ-ຈີນ ເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ທ່ານ ຫູປິ່ນ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງການນຳພັກ,ລັດ ແລະປະຊາຊົນລາວທີ່ໄດ້ເອື້ອອຳນວຍຄວາມສະດວກທຸກຢ່າງ ເຮັດໃຫ້ໂຄງການນີ້ໄດມີຄວາມຄືບໜ້າ ແລະຖືກຕ້ອງຕາມແຜນການທີ່ວາງໄວ້. ເຖິງແມ່ນວ່າຈະພົບກັບບາງບັນຫາທີ່ເປັນອຸປະສັກ ໃນໄລຍະໂຄວິດ-19 ກໍ່ຕາມ, ແຕ່ທຸກວຽກງານຍັງດຳເນີນໄປໄດ້ດວ້ຍດີ. ທ່ານກ່າວຕື່ມ

ວ່າ: ໃນການຈັດຕັ້ງປະຕິບັດວຽກງານ ແມ່ນໄດ້ຖືສຳຄັນການປະຕິບັດວຽກໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະມາດຕະຖານຕ່າງໆຢ່າງເຂັ້ມງວດ, ໃຫ້ຄວາມສຳຄັນຕໍ່ຄວາມປອດໄພຂອງພະນັກງານ, ກຳມະກອນ ແລະປະຕິບັດຕາມຜົນການກວດກາ ຕາມລະບຽບກົດໝາຍຂອງໜ່ວຍງານທີ່ກ່ຽວຂ້ອງ ພ້ອມຮັບປະກັນດ້ານຄວາມປອດໄພຕ່າງໆ.

ໂຄງການທາງລົດໄຟລາວ-ຈີນ ນອກຈາກ ການກໍ່ສ້າງທາງລົດໄຟແລ້ວ, ຍັງໄດ້ຊວ່ຍເຫຼືອສັງຄົມ ກໍຄືປະຊາຊົນລາວໃຫ້ມີວຽກເຮັດງານທຳ, ຊວ່ຍດ້ານການພັດທະນາບ້ານໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ແລະຊວ່ຍສ້າງພະນັກງານ, ກຳມະກອນລາວໃຫ້ກາຍເປັນຜູ້ຊຳນານງານຕື່ມອີກ. ປັດຈຸບັນ, ໂຄງການທາງລົດໄຟລາວ-ຈີນ ມີກໍາມະກອນ ແລະພະນັກງານທາງລົດໄຟຄົນລາວກວມເອົາ 60%.ພາບ-ຂ່າວ: CRI

ShareTweetShare
Next Post
ປະຊາສຳພັນ ຂໍຄວາມຊວ່ຍເຫຼືອ ເພື່ອປະກາດຫາຍາດພີ່ນ້ອງຂອງບຸກຄົນໃນຮູບນີ້

ປະຊາສຳພັນ ຂໍຄວາມຊວ່ຍເຫຼືອ ເພື່ອປະກາດຫາຍາດພີ່ນ້ອງຂອງບຸກຄົນໃນຮູບນີ້

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...