ພິທີເຊັນສັນຍາ ວ່າດ້ວຍການສະໜອງ ບໍລິການ ເງິນອຸດໜູນປະກັນສັງຄົມ ຜ່ານ ບໍລິການ ການເງິນດິຈິຕ້ອນ M Money ລະຫວ່າງ ອົງການປະກັນສັງຄົມແຫ່ງຊາດ ແລະ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ.ໃນຕອນເຊົ້າ ຂອງ ວັນທີ 31 ມີນາ 2021 ທີ່ ໂຮງແຮມ ແລນມາກ, ນະຄອນຫລວງວຽງຈັນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການ
![](https://kkklao.com/wp-content/uploads/2021/04/Screenshot_2021-04-01-06-30-02-10-1024x509.jpg)
ເປັນຄູ່ຮ່ວມທຸລະກິດ ລະຫວ່າງ ອົງການປະກັນສັງຄົມແຫ່ງຊາດ ແລະ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ເພື່ອສະໜອງບໍລິການປະກັນສັງຄົມ ຜ່ານ ບໍລິການ ການເງິນດິຈິຕ້ອນ M Money ກະເປົາເງິນເທິງມືຖື, ເປັນກຽດເຂົ້າຮ່ວມໂດຍ ທ່ານ ລີປ່າວ ຢ່າງ ຫົວຫນ້າຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,
![](https://kkklao.com/wp-content/uploads/2021/04/Screenshot_2021-04-01-06-29-55-51-1024x511.jpg)
ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວຫນ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ.ພິທີເຊັນເຊັນສັນຍາ ວ່າດ້ວຍການສະໜອງບໍລິການປະກັນສັງຄົມ ຜ່ານ ບໍລິການ ການເງິນດິຈິຕ້ອນ M Money ໃນຄັ້ງນີ້ ເປັນການຮ່ວມມື ລະຫວ່າງ 02 ບໍລິສັດດ້ວຍກັນ ແລະ ເປັນກຽດ ລົງນາມໂດຍ:
![](https://kkklao.com/wp-content/uploads/2021/04/Screenshot_2021-04-01-06-29-23-33-1024x425.jpg)
ຈຸດປະສົງຂອງການຈັດພິທີເຊັນສັນຍາຮ່ວມມືໃນຄັ້ງນີ້ ເພື່ອເປັນການເປີດໂຕຄູ່ຮ່ວມທຸລະກິດກັບ ອົງການ ປະກັນສັງຄົມແຫ່ງຊາດ ຢ່າງເປັນທາງການ ໃນການສະໜອງບໍລິການ ເງິນອຸດໜູນປະກັນສັງຄົມ ຜ່ານ ບໍລິການ ການເງິນດິຈິຕ້ອນ M Money ເພື່ອແນ່ໃສ່ຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ເຮັດໃຫ້ການບໍລິການມີຄວາມ ສະດວກ ສະບາຍ ປອດໄພ ວອງໄວ ໄດ້ມາດຕະຖານສາກົນ ພາຍໃຕ້ຄຳຂວັນ ໃຫ້ຊີວິດງ່າຍຂຶ້ນ ຕາມຍຸກດິຈິຕ້ອນ.
![](https://kkklao.com/wp-content/uploads/2021/04/Screenshot_2021-04-01-06-29-15-40-1024x520.jpg)
ບໍລິການ ອົງການປະກັນສັງຄົມແຫ່ງຊາດ ເປັນຄູ່ຮ່ວມທຸລະກິດ ໃນການເປັນຜູ້ສະໜອງບໍລິການປະກັນສັງຄົມປະເພດຕ່າງໆ ໃຫ້ຜູ້ປະກັນຕົນ ໂດຍສະເພາະແມ່ນການຈ່າຍເງິນອຸດໜູນຕ່າງໆ ຜ່ານ M Money ກະເປົາເງິນເທິງມືຖື.
![](https://kkklao.com/wp-content/uploads/2021/04/Screenshot_2021-04-01-06-29-09-99-1024x512.jpg)
ການຮ່ວມມືທາງທຸລະກິດໃນຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສຳຄັນ ແລະ ເປັນບາດກ້າວທຳອິດໃນການຫັນການຊຳລະເງິນຮູບແບບໃຫມ່ຜ່ານ M Money ກະເປົາເງິນເທິງມືຖື ເຂົ້າໃນຫົວຫນ່ວຍທຸລະກິດ ທີ່ທັນສະໄຫມ ແລະ ມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນໃນທົ່ວປະເທດ ເປັນສ່ວນຫນື່ງໃນການສ້າງທ່າແຮງ, ຊຸກຍູ້, ເສີມສ້າງ
![](https://kkklao.com/wp-content/uploads/2021/04/Screenshot_2021-04-01-06-29-03-74-1024x517.jpg)
ແລະ ຜັນຂະຫຍາຍເສດຖະກິດດິຈິຕ້ອນ, ຫຼຸດຜ່ອນການນຳໃຊ້ເງິນສົດ ຕາມແຜນພັດທະນາເສດຖະກິດດິຈິຕ້ອນ ຂອງພັກ-ລັດ ໃຫ້ປະກົດຜົນເປັນຈິງ ຕາມວິໄສທັດຂອງ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ເປັນຜູ້ນຳດ້ານການບໍລິການການເງິນດິຈິຕ້ອນ ໃນ ສປປ ລາວ
Discussion about this post