ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 4, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 17, 2020
in ຂ່າວພາຍໃນ
0
Home ຂ່າວພາຍໃນ

👉©ເປັນຫຍັງຕ້ອງເຮັດບຸນເຂົ້າປະດັບດິນ?

ຫໍ່ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ ວັດຖຸທານຕ່າງໆມາລວມກັນ ເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການ ​ໂດຍ​ການ​ຫໍ່​ໃສ່​ໃບຕອງ​ກ້ວຍ ຫຼື ​ໃບຕອງ​ອື່ນໆ ຢໍ້າອີກ​ເທື່ອ​ໜຶ່ງວ່າ​ຫໍ່​ໃສ່​ໃບຕອງ (ບໍ່​ແມ່ນ​ກ່ອງ​ໂຟມ ​ແລະ ຖົງ​ຢາງ) ແລ້ວກໍເອົາໄປວາງປະດັບ​ໄວ້ຕາມດິນ ​ໃນ​ມື້​ເດືອນ 9 ດັບ ​ເອີ້ນ​ວ່າ​ຫໍ່​ເຂົ້າປະດັບດິນ.

​ເຊິ່ງມີ​ຄວາມສໍາຄັນ​ຫຼາຍ​ ​ໃນ​ການ​ເຮັດ​ຄວາມ​ດີ​ຄື​ບຸນ ​​ເພື່ອຕອບ​ແທນ​ຄຸນ​ແຜນ​ດິນ, ບັນພະ​ບູລຸດ ​ແລະ ສັບພະສັດ​ພວກ​ຜີ​ເຜດທັງຫຼາຍ ຕາມ​ຄວາມ​ເຊື່ອ​ຖື​ມາຍາ​ວນານ.


©ເຮັດເພື່ອຫຍັງ?​

  • ເພື່ອບູຊາເທບພະເຈົ້າຂອງແຜ່ນດິນ ທີ່ມີບຸນຄຸນຕໍ່ທຸກໆຊີວິດ
  • ເພື່ອອຸທິດແຜ່ຜົນບຸນ ໃຫ້ແກ່ສັບພະສັດທັງຫລາຍ ທີ່ມີຍາດ ແລະ ບໍ່ມີຍາດ ຫຼື​ ເປັນການ​ເຮັດບຸນ​ໃຫ້​ຜີ​ເຜດ (ເຮັດບຸນໃຫ້​ເປດ)
  • ເປັນເທດສະການເຮັດບຸນອຸທິດຫາບັນພະບຸລຸດ ຕາມ​ຮີດ 12 ຂອງ​ປະ​ເພນີ​ລາວ​ເຮົາ.
    —————————————————————————-©ມີຄວາມເປັນມາຄືຢ່າງໃດ?

ມູນເຫດຄວາມເປັນມາ

ບຸນ​ຫໍ່​ເຂົ້າປະດັບດິນ ອາດມີ​ຄວາມ​ເປັນ​ມາຢູ່ 3 ປະການ ຄື:
☝️#ເປັນປະເພນີອັນນີ້ສືບເນື່ອງຈາກຮີດຄອງຂອງພາມ ​ເປັນ​ການ​ເຮັດ​ພິທິກັມ ເພື່ອໃຫ້ເປດ ຫຼື ຜີ​ເຜດ ມາຮັບເອົາ ຕາມຄວາມເຊື່ອຖືຂອງຄົນບູຮານ ກ່ອນການນັບຖືພຣະພຸດທະສາສະໜາ ​ເອີ້ນວ່າຫໍ່ເຂົ້າປະດັບດິນ.

ເລື່ອງມີຢູ່ວ່າ ມີພາມຄອບຄົວໜື່ງ ມີລູກຊາຍຄົນດຽວ ພໍ່ແມ່ຮັກເໝືອນແກ້ວຕາດວງໃຈ ເມື່ອລູກຊາຍ ອາຍຸ 16 ປີ ກໍມາຕາຍຈາກ​ໄປ, ພໍ່ແມ່ໂສກເສົ້າເສຍໃຈຫຼາຍ ກິນບໍ່ໄດ້ນອນບໍ່ຫຼັບ ເພາະຄິດຮອດລູກ ຫຼັງຈາກຕາຍ ແລ້ວກໍນຳໄປຝັງໄວ້ທີ່ປ່າຊ້າ ປູກເຮືອນໃຫ້ຫຼັງໜື່ງພ້ອມທັງເຄື່ອງໃຊ້ສອຍທີ່ຢູ່ທີ່ນອນຄົບ, ແລ້ວແຕ່ງຄົນໃຊ້ ໄປສົ່ງເຂົ້າທຸກໆ​ວັນ ຢູ່ມາວັນໜື່ງຝົນຕົກແຮງນໍ້າຫຼາຍ ຄົນໃຊ້ຂ້າມໄປສົ່ງເຂົ້າບໍ່ໄດ້ ເລີຍກັບມາເຫັນພິກຂຸ ໄປບິນທະບາດ ຈິ່ງເອົາເຂົ້າໃສ່ບາດແລ້ວອຸທິດສ່ວນບຸນໄປໃຫ້ລູກຊາຍຂອງພາມ ໃນຄືນວັນນັ້ນ ພາມຜູ້ເປັນພໍ່ ຝັນເຫັນລູກຊາຍມາບອກວ່າ ຕັ້ງແຕ່ລູກຕາຍໄປກໍ່ໄດ້ມາກິນເຂົ້າແຕ່ມື້ວານນີ້ເທົ່ານັ້ນ ພາມຕື່ນຂື້ນນຶກປະຫຼາດໃຈ ໃນຄວາມຝັນນັ້ນ ຈຶ່ງ​ເອີ້ນຄົນໃຊ້ນັ້ນມາຖາມວ່າ ຂ້າພະ​ເຈົ້າໃຫ້ໄປສົ່ງເຂົ້າໃຫ້ລູກຊາຍຢູ່ໃນປ່າຊ້າ ​ເຈົ້າໄດ້ໄປທຸກມື້ ບໍ່? ຄົນໃຊ້ກໍຕອບວ່າໄປທຸກມື້ເວັ້ນໄວ້ແຕ່ມື້ວານນີ້​ໄປບໍ່ໄດ້ ເພາະຝົນຕົກແຮງນໍ້າຫຼາຍ ຂ້າມໄປສົ່ງເຂົ້າບໍ່ໄດ້ ຂ້ານ້ອຍກັບມາພົບພິກຂຸໄປບິນທະບາດ ຂ້ານ້ອຍຈິ່ງໄດ້ເອົາເຂົ້າໃສ່ບາດໃຫ້ພິກຂຸ ແລ້ວອຸທິດສ່ວນບຸນກຸສົນ ໄປໃຫ້ລູກຊາຍຂອງທ່ານ ເມື່ອພາມໄດ້ຟັງຄົນໃຊ້ຕອບ​ເຊັ່ນ​ນັ້ນກໍນຶກປະຫຼາດ​ໃນໃຈ ຈຶ່ງເຂົ້າໄປເຝົ້າພຣະພຸດທະເຈົ້າ ຂາບທູນເລື່ອງນັ້ນໃຫ້ຊົງຊາບ ພຣະພຸດທະເຈົ້າກໍໄດ້ຕັດເທດສະນາແກ່ພາມວ່າ ທ່ານພາມເຮັດຢ່າງນີ້ບໍ່​ແມ່ນ​ແນວທາງ​ທີ່ຖືກຕ້ອງ ເຮົາຈະສະແດງໃຫ້ທ່ານຟັງ ຜູ້ມີສັດທາຢາກຈະອະນຸເຄາະແກ່​ເຜດ ທີ່ລ່ວງລັບໄປແລ້ວ ໃຫ້ທຳບຸນຖວາຍທານແກ່ພຣະສົງຜູ້ມີສິນ ມີກັນລະຍານະທັມແລ້ວອຸທິດສ່ວນບຸນໄປໃຫ້ຜູ້ຕາຍໄປ ຍ່ອມໄດ້ຮັບ ຜົນທານນັ້ນເໝືອນດັ່ງຄົນໃຊ້ຂອງທ່ານ ທີ່ເອົາເຂົ້າໃສ່ບາດໃຫ້ພຣະສົງແລ້ວອຸທິດສ່ວນບຸນໄປໃຫ້ລູກຂອງທ່ານ ຈຶ່ງໄດ້ຮັບປະທານອາຫານ ເຊິ່ງປະກົດໃນຄວາມຝັນຂອງທ່ານນັ້ນ ເມື່ອພາມໃດ້ຟັງແລ້ວກໍເຂົ້າໃຈ ເກີດສັດທາ ເຫຼື່ອມໃສສະແດງຕົນເປັນພຸດທະມາມະກະນັບຖືພຣະພຸດທະສາສະໜາຕະຫລອດຊີວິດ.

✌️ #ການເຮັດບຸນຫໍ່ເຂົ້າປະດັບດິນ ມີມູນເຫດເກີດຈາກຄວາມເຊື່ອຕາມນິທານທໍາມະບົດວ່າ: ຍາດພີ່ນ້ອງ ຂອງພະເຈົ້າພິມພິສານໄດ້ສໍ້ໂກງເງີນວັດຂອງສົງຕ່າງໆໄປເປັນຂອງຕົນ ໃນສະໄໝພຣະກັດສະປະພຸດທະເຈົ້າ ພວກອະດີດຍາດພີ່ນ້ອງຂອງພະເຈົ້າພີມພິສານເຫຼົ່ານັ້ນ ຄັນຕາຍໄປແລ້ວໄດ້ໄປເກີດເປັນເຜດໃນນະຮົກຕະຫຼອດພຸດທະນິລັນດອນ ເມື່ອພະເຈົ້າພີມພິສານຖວາຍທານແດ່ພະສະມະນະ ໂຄດົມພຸດທະເຈົ້າ ໃນພັດທະກັບນີ້ ກໍ່ບໍ່ໄດ້ຢາດນໍ້າອຸທິດສ່ວນກຸສົນໄປໃຫ້ແກ່ພວກຍາດເຫຼົ່ານັ້ນ ພໍຕົກເຖີງກາງ ຄືນມາພວກເຜດຍາດພີ່ນ້ອງດັ່ງກ່າວໄດ້ມາສົ່ງສຽງຮ້ອງຄວນຄາງ, ອາໄລທຸກຂະເວທະນາ ແລະ ສະແດງ ຮ່າງອັນເປັນຕາຢ້ານໃຫ້ແກ່ພະເຈົ້າພີມພິສານ​ເຫັນ, ພໍມື້ເຊົ້າວັນໃໝ່ຂື້ນມາພະ​ເຈົ້າ​ພິມ​ພິສານ ກໍ່ສະເດັດໄປຖາມ ພະພຸດທະເຈົ້າ​ເຖິງ​​ເລື່ອງດັ່ງກ່າວ ພະພຸດທະອົງກໍ່ຊົງໄດ້ເລົ່າເລື່ອງລາວ ທີ່ເປັນຕົ້ນເຫດໃຫ້ພະເຈົ້າພິມພິສານ ໄດ້ຊົງຊາບ ພະເຈົ້າພິມພິສານຈິ່ງໄດ້ເຮັດບຸນຖວາຍທານອີກ ແລ້ວ​ໄດ້ຢາດນໍ້າ ແລະ ອຸທິດສ່ວນບຸນກຸສົນໄປໃຫ້ ບັນດາຍາດ​ພີ່ນ້ອງ ເມື່ອພວກ​ເຂົາໄດ້ຮັບສ່ວນບຸນກຸສົນຕາມການເອີ້ນມາແລ້ວນັ້ນ ພວກ​ເຜດກໍໄດ້ມາປະກົດຕົນ ໃຫ້ພະເຈົ້າພິມພິສານເຫັນ ແລະ ຊາບວ່າທຸກທີ່ພວກເຂົາໄດ້ຮັບນັ້ນໄດ້ທຸເລົາເບົາບາງລົງແລ້ວ ເພາະການອຸທິດ ສ່ວນບຸນກຸສົນຂອງພະ​ເຈົ້າ​ພິມ​ພິສານນັ້ນແລ ດັ່ງນັ້ນພຸດທະສາສະນິກະຊົນລາວຈິ່ງຖືເອົາມູນເຫດນີ້ ເຮັດບຸນ ຫໍ່ເຂົ້າປະດັບດິນ ນັບແຕ່ມື້ນັ້ນ ຕິດຕໍ່ກັນມາຈົນເຖິງປັດຈຸບັນ.
✌️☝️ #ການເຮັດບຸນຫໍ່ເຂົ້າປະດັບດິນເປັນອີກປະເພນີໜຶ່ງໃນຮີດສີບສອງທີ່ນິຍົມກັນເຮັດໃນມື້ແຮມສິບສີ່ຄໍ່າເດືອນ9 ເຊິ່ງບັນພະບຸຣຸດລາວເຮົາໄດ້ປະຕິບັດສືບກັນມາເປັນເວລາຍາວນານ,ຈົນກາຍເປັນຮີດຄອງປະເພນີແລະວັດທະນາທຳອັນ​ດີງາມ​ຂອງ​ຊາດ.​
ກ່ຽວກັບບຸນຫໍ່ເຂົ້າປະດັບດິນຂອງຄົນບູຮານທີ່ໄດ້ປະຕິບັດກັນມາຈົນເຖິ່ງປັດຈຸບັນນີ້ ກ່ອນມີການທຳບຸນ ປະຊາຊົນກໍມີການຫ້າງຫາກະກຽມເຄື່ອງໄທຍະທານຕ່າງໆ ເປັນຕົ້ນວ່າ ຫໍ່ເຂົ້າຕົ້ມເຂົ້າໜົມ ແລະ ວັດຖຸໄທຍະທານ ອື່ນໆໄວ້ພ້ອມ, ເຂົ້າຕົ້ມເຂົ້າໜົມເຫຼົ່ານັ້ນຈະແບ່ງອອກເປັນສ່ວນໆ ຄື: ສ່ວນໜື່ງແບ່ງໄວ້ ຮັບປະທານພາຍໃນຄອບ ຄົວ, ສ່ວນທີ່ສອງແບ່ງໃຫ້ຍາດພີ່ນ້ອງແລະມິດສະຫາຍ, ສ່ວນທີ່ສາມແບ່ງໄວ້ເຮັດບຸນຕັກບາດ ຖວາຍໃຫ້ແກ່ ພຣະສົງສາມະເນນ ອຸຸທິດຢາດນໍ້າໄປໃຫ້​ແກ່ພວດ​ເຜດ, ສ່ວນທີ່ສີ່ເອົາໃບຕອງກ້ວຍມາຫໍ່ເຂົ້າຕົ້ມເຂົ້າໜົມ ແລະ ວັດຖຸທານອື່ນໆລວມກັນ ເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການ ແລ້ວກໍເອົາໄປວາງ​ໄວ້ຕາມດິນ, ຕາມ​ຫຍ້າ, ຕາມ​ເຫງົ້າ​ໄມ້, ຕາມ​ໜ້າ​ເຮືອນ​ຂອງ​ຕົນ, ຕາມ​ທາດ​ເຈດີ ​ ແລະ ບ່ອນ​ອື່ນໆ ຕັ້ງ​ແຕ່​ເຊົ້າ​ມືດປະມານ 4-5 ​ໂມງ​ເຊົ້າ ຂອງ​ມື້​ເດືອນ 9 ດັບ ​ເອີ້ນ​ວ່າ ຫໍ່​ເຂົ້າປະດັບດິນ.


👉©ວິທີ​ເຮັດບຸນ​ຫໍ່​ເຂົ້າປະດັບດິນ ​ແລະ ກິດຈະ​ກໍາ​ຕ່າງໆ:
​ບຸນຫໍ່ເຂົ້າປະດັບດິນ ​ແມ່ນ​ຈັດ​ຂຶ້ນໃນມື້ແຮມ 14 ຄໍ່າ ເດືອນ 9 ລາວ ຂອງ​ທຸກໆ​ປີ ​ ​ເປັນ​ມື້​ເຮັດບຸນຫໍ່ເຂົ້າປະດັບດິນ, ວິທີ​ຫໍ່​ເຂົ້າປະດັບດິນ​ນັ້ນ ຄວນຫໍ່ໃສ່ໃບຕອງກ້ວຍ, ໃບບົວ ຫຼື ໃບໄມ້ປະເພດຕ່າງໆ ບໍ່ຄວນ​ເຮັດໃສ່ກ່ອງໂຟມ ຫຼື ຖົງຢາງ, ໃນຫໍ່ເຂົ້າປະດັບ​ດິນນັ້ນປະກອບມີ ​ເຂົ້າຕົ້ມ​ເຂົ້າໜົມ ເຂົ້າສຸກ ຊີ້ນແຫ້ງ ປາຕາຍ ອາຫານ​ຫວານຄາວ ໝາກໄມ້ປະເພດຕ່າງໆທີ່​ຊື້​ມາຕາມ​ຕະຫຼາດ ຫຼື​ໝາກ​ໄມ້​ປ່າ ​ເຊັ່ນ: ໝາກຫວດ, ໝາກເໝົ້າ, ໝາກພີພ່ວນ, ໝາກບົກ, ໝາກເຄັງ, ໝາກຂາມປ້ອມ, ໝາກສົ້ມມໍ ແລະ ອື່ນໆ ນອກ​ນີ້​ຍັງ​ມີ ຄໍາໝາກ, ກອກຢາ ນໍາ​ອີກ ​ເຫຼົ່າ​ນີ້​ເປັນ​ຕົ້ນ. ຫຼັງ​ຈາກ​ທີ່​ຫໍ່​ຮຽບຮ້ອຍ​ແລ້ວ ນໍາເອົາໄປບູຊາຕອນເຊົ້າກ່ອນຕາເວັນຂຶ້ນ ຂອງມື້ແຮມ 14 ຄໍ່າ ເດືອນ 9 ຫຼື ເດືອນ 9 ດັບ ​ໃຫ້ຖືເອົາເວລາປະມານ 04:00-05:00 ​ໂມງ​ເຊົ້າ ຢ່າ​ໄປ​ບູຊາເດິກ​ຫຼາຍ​ເພາະ​ເປັນ​​ເວລາ​ບໍ່​ເໝາະ​ສົມ ​ໃນ​ການ​ໄປ​ບູຊາ​ນັ້ນ ​ໃຫ້​ນໍາ​ເອົາ​ໄປ​ບູຊາ​ໂລດ ໂດຍບໍ່ຕ້ອງເຄນໃຫ້ພຣະສົງ ເອົາໄປຢາຍບູຊາປະດັບ​ໄວ້ ​ໃນສະຖານທີ່ບູຊາ ມີ ໜ້າ​ເຮືອນຕົນເອງ ຕາມກຳແພງວັດ ຕາມທາດ​ເຈດີ ຕາມຫົວໄຮ່ປາຍນາ ຕາມ​ດິນ​ຕາມ​ຫຍ້າ, ​ເຫງົ້າ​ໄມ້ ວາງລົງກັບພື້ນດິນ​ໂລດ ​ແລ້ວໄຕ້ທູບທຽນບູຊາ ຢາດນໍ້າ ຫຼື ບໍ່ຢາດນໍ້າ ເວົ້າເອົາກະໄດ້ວ່າ: ຂ້າພະເຈົ້າຊື່…. ໄດ້ແຈກຢາຍຫໍ່ເຂົ້າປະດັບດິນ ບູຊາແຜ່ນດິນ ພຣະແມ່ທໍລະນີ, ຍາດພີ່ນ້ອງຊື່…. ຕລອດເຖິງຜີ​ເຜດ ຜີທີ່ມີຍາດ ແລະ ບໍ່ມີຍາດ ກໍ​ດີ ໃຫ້ມາຮັບ​ເອົາ​ຫໍ່​ເຂົ້າປະດັບດິນ​ນີ້ ​ໃຫ້ໄດ້ຢູ່ໄດ້ກິນ ແລ້ວໃຫ້ໄປເກີດທີ່ດີເຖິງສຸກ ຖື​ວ່າຈົບພິທີ, ​ເວລາ​ຟ້າແຈ້ງຕາມາເຊົ້າ ຈິ່ງ​ໄປ​ເວນພາເຂົ້າ ແລະ ຕັກບາດ ຢາດນໍ້າອຸທິດ​ສ່ວນ​ບຸນ​ກຸສົນ ​ໄປຫາບັນພະບຸລຸດ ຢູ່​ໃນ​ວັດ ຕາມປະເພນີ ທີ່​ເຮັດ​ສືບ​ທອດ​ກັນ​ມາ​ແຕ່​ດົນ​ນານ ຈົນ​ເຖິງ​ປັດຈຸບັນ.
​ສ່ວນ​ກິດຈະ​ກໍາ​ອື່ນໆ ​ໃນ​ບຸນ​ຫໍ່​ເຂົ້າປະດັບດິນ​ມີ ​ໄຫວ້​ພຣະສູດ​ມົນ, ຟັງ​ເທດ​ສະໜາ, ລົງ​ອຸ​ໂປ​ສົດ​ສັງຄະ​ກັມ, ຈໍາ​ສິນ​ແປດ, ວຽນທຽນ ​ແລະ ປະ​ເພນີ​ບຸນຊ່ວງ​ເຮືອ​ແຂວງ​ຫຼວງ​ພະ​ບາງ.


👉©ເວົ້າລວມແລ້ວ,​ ຄວາມ​ເຊື່ອ​ສັດທາ​ຂອງ​ຍາດ​ໂຍມ​ຕໍ່​ກັບ​ການ​ເຮັດບຸນ​ຫໍ່​ເຂົ້າປະດັບດິນ.​ ຍາດ​ໂຍມ​ມີ​ຄວາມ​ເຊື່ອ ​ແລະ ສັດທາ​ກັບ​ການ​ເຮັດບຸນ​ຫໍ່​ເຂົ້າປະດັບດິນ​ມາ​ແຕ່​ອະດີດ ​ເຖິງ​ປັດຈຸບັນ ບໍ່​ມີ​ວັນ​ຈະ​ເສື່ອ​ມຄາຍ​ລົງ ​ເພາະວ່າ​ຍາດ​ໂຍມ​ມີ​ຄວາມ​ເຊື່ອ​ວ່າ ການ​ເຮັດບຸນ​ໃນວັນ​ດັ່ງກ່າວ​ນັ້ນ ​ເປັນ​ການ ອຸທິດສ່ວນບຸນກຸສົນໄປຫາ ເຜດ ຫຼື ຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ ​ໂດຍ​ເຊື່ອ​ກັນ​ວ່າ​ເປັນ​ວັນ​ທີ່​ຈ່າ​ຍົມພິບານ​ເປີດ​ປະຕູ​ນະຣົກ ​ໃຫ້​ແກ່​ພວກຜີ ພວກ​ເຜດ ທັງຫຼາຍ ຂຶ້ນ​ມາ​ຊອກ​ຫາ​ອາຫານ​ກິນ​ໃນ​ມື້​ນັ້ນ ​ເພາະ​ອີກ​ຄວາມ​ເຊື່ອ​ໜຶ່ງ ​ເຊື່ອ​ກັນວ່າ ການ​ເຮັດບຸນຫໍ່ເຂົ້າປະດັບດີນ ​ເປັນ​ຮີດຄອງ​ທີ່​ມີ​ມາ​ກ່ອນ​ສາສະໜາ​ພຸດ ​ເປັນ​ຮີດຄອງ​ສືບ​ເນື່ອງ​ມາ​ຈາກ ລັດທິ​ຖື​ຜີ ມີ​ຈຸດປະສົງ​ເພື່ອ​ກິນ​ທານ​ຫາ​ບັນພະບຸລຸດ​ຜູ້​ລ່ວງ​ລັບ​ໄປ​ແລ້ວ ​ໂດຍ​ມີ​ການຮ້ອງເຊີນວິນຍານຍາດພີ່ນ້ອງ ມາຮັບເອົາຕາມ​ຄວາມ​ເຊື່ອ​ຖື ​ເມື່ອ​ມີ​ສາສະໜາ​ພຸດ​ເຂົ້າ​ມາ​ໃນ​ອານາຈັກ​ລ້ານ​ຊ້າງ ຈຶ່ງ​​ໄດ້​ມີ​ການ​ປັບ​ເຂົ້າ​ຫາ​ກັນ ແລະ ຈຶ່ງ​ເກີດ​ມີ​ພິທີ​ກໍາ​ພິທີການ ​ໄຫວ້​ພຣະ ສະ​ມະ​ທານ​ສິນ ຕັກບາດ ຖວາຍພັດຕະຫານ, ຟັງທໍາມະເທສະຫນາ, ວຽນທຽນ ແລະ ກິດຈະ​ກໍາອື່ນໆ ສືບ​ເນື່ອງ​ມາ​ຢ່າງ​ເຂັ້ມ​ແຂງ ​ແລະ ຍັງ​ຄົງ​ຄວາມ​ເຊື່ອ​ນີ້​ໄວ້ຢ່າງຍືນ​ຍົງ​ຕໍ່​ໄປອີກ.
🙏🙏🙏ຂໍໃຫ້ພວກເຮົາຊາວພຸດ​ ຈົ່ງມີສິຣິສຸຂສະຫວັດ ພິພັດທະນະສັບພະມິ່ງມຸງຄຸນ ສົມບູນພູນຜົນ ທຸກທ່ານທຸກຄົນເທີ້ນ.
ແຫລ່ງຂໍ້ມູນ: ເພຈ໌ ແອັງ ຢູ່ວັດ


Share520TweetShare
Next Post
ເປັນຫຍັງຜີຈຶ່ງອຳ …? ຢາກຮູ້ຕ້ອງອ່ານ

ເປັນຫຍັງຜີຈຶ່ງອຳ …? ຢາກຮູ້ຕ້ອງອ່ານ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...