ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 5, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

Han Lay (ຮັ່ນ ເລ) ນາງງາມຈາກມຽນມາ ທີ່ໄດ້ເວົ້າກ່ຽວກັບສະຖານະການທີ່ໂຫດຮ້າຍເຊິ່ງກຳລັງເກີດຂຶ້ນທີ່ປະເທດບ້ານເກີດຂອງຕົນ (ຊ່ວນມຽນມາແດ່)

Staff by Staff
ເດືອນມີນາ 29, 2021
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ການປະກວດ Miss Grand International 2020 ຈົບລົງໄປຕັ້ງແຕ່ຄືນວັນເສົາທີ່ຜ່ານມາ, ນອກຈາກເລື່ອງລາວຂອງການແຂ່ງຂັນເຟ້ນຫາສາວງາມຜູ້ມີຄວາມສາມາດມາຄອງມຸງກຸດປະຈຳປີ ແລະ ເລື່ອງຂອງດຣາມາຊຸດປາກັດແລ້ວ ອີກເລື່ອງທີ່ຖືກກ່າວເຖິງເປັນວົງກວ້າງກໍຄົງໜີບໍ່ພົ້ນການກ່າວສຸນທອນພົດຂອງ Han Lay (ຮັ່ນ ເລ) ນາງງາມຈາກມຽນມາ ທີ່ໄດ້ເວົ້າກ່ຽວກັບສະຖານະການທີ່ໂຫດຮ້າຍເຊິ່ງກຳລັງເກີດຂຶ້ນທີ່ປະເທດບ້ານເກີດຂອງຕົນ

ປັດຈຸບັນ ມຽນມາກຳລັງປະສົບກັບວິກິດການດ້ານປະຊາທິປະໄຕ ຫຼັງຈາກທີ່ກອງທັບໄດ້ເຮັດລັດຖະປະຫານຕັ້ງແຕ່ວັນທີ 1 ກຸມພາ 2021 ພ້ອມທັງກັກໂຕ ອອງ ຊານ ຊູ ຈີ ອະດີດທີ່ປຶກສາແຫ່ງລັດ ລວມທັງສະມາຊິກຄົນອື່ນໆຂອງ National League for Democracy.

ຕັ້ງແຕ່ນັ້ນເປັນຕົ້ນມາ ປະຊາຊົນມຽນມາໄດ້ອອກມາຊຸມນຸມຢູ່ເທິງທ້ອງຖະໜົນ ເພື່ອປະທ້ວງການຢຶດອຳນາດຂອງກອງທັບ ແລະ ຍອດຜູ້ເສຍຊີວິດຕັ້ງແຕ່ລັດຖະປະຫານມາຈົນຮອດຕອນນີ້ແມ່ນມີຢ່າງໜ້ອຍ 400 ຊີວິດແລ້ວ

ໃນວັນທີ 27 ມີນາເຊິ່ງເປັນມື້ຕັດສິນຂອງການປະກວດ Miss Grand International 2020 ເຊິ່ງຈັດຂຶ້ນທີ່ບາງກອກ ປະເທດໄທ, ມີປະຊາຊົນມຽນມາ 64 ຄົນ ເສຍຊີວິດຈາກການສັງຫານຂອງກຳລັງປ້ອງກັນຄວາມປອດໄພຂອງມຽນມາ ໃນນັ້ນລວມມີເດັກນ້ອຍນຳ.

“ເປັນເລື່ອງຍາກສຳລັບຂ້ອຍທີ່ຈະຢືນຢູ່ເທິງເວທີໃນຄືນນີ້ໄດ້,” ຮັ່ນ ເລ ກ່າວ ທ່າມກາງບັນຍາກາດທີ່ງຽບສະຫງົບໃນລະຫວ່າງການປະກວດ “ມື້ນີ້ ໃນມຽນມາ ປະເທດຂອງຂ້ອຍ ໃນຂະນະທີ່ຂ້ອຍກ່າວສຸນທອນພົດເທິງເວທີນີ້ ມີຄົນຈຳນວນຫຼາຍເສຍຊີວິດລົງ” ນາງກ່າວ ພ້ອມທັງນໍ້າຕາ “ຂ້ອຍຮູ້ສຶກສະຫຼົດໃຈເປັນຢ່າງຍິ່ງຕໍ່ກັບຜູ້ທີ່ສູນເສຍຊີວິດຂອງພວກເຂົາ.”

ນາງກ່າວຕໍ່ວ່າ ໃນຂະນະທີ່ປະຊາຊົນໃນປະເທດຂອງຕົນກຳລັງອອກມາສູ່ຖະໜົນຫົນທາງເພື່ອຮຽກຮ້ອງປະຊາທິປະໄຕ ຕົນເອງກໍຢືນເທິງເວທີນີ້ເພື່ອເຮັດສິ່ງດຽວກັນ

ນີ້ບໍ່ແມ່ນຄັ້ງທຳອິດທີ່ ນາງງາມມຽນມາຄົນນີ້ອອກມາສ້າງຄວາມຮັບຮູ້ກ່ຽວກັບຄວາມຮຸນແຮງຢູ່ມຽນມາ ໃນໂພສທີ່ຜ່ານມາໃນໂຊຊຽວມີເດຍຂອງນາງ, ຮັ່ນ ເລ ໄດ້ແບ່ງປັນການລະດົມທຶນໃຫ້ກັບຂະບວນການເພື່ອການປະທ້ວງທີ່ໄຮ້ຄວາມຮຸນແຮງຕໍ່ກັບອຳນາດຂອງທະຫານຢູ່ມຽນມານຳອີກ

ນອກນັ້ນ ນາງຍັງໄດ້ອອກມາໂພສກ່າວເຖິງຜູ້ທີ່ເສຍຊີວິດໃນການປະທ້ວງ ລວມທັງໂພສຂໍ້ມູນກ່ຽວກັບການຈັບໂຕຜູ້ປະທ້ວງ ເຊິ່ງໃນນັ້ນມີເພື່ອຮ່ວມສະຖາບັນການສຶກສາຂອງນາງຢູ່ທີ່ມະຫາວິທະຍາໄລຢ້າງກຸ້ງນຳ

ຂ່າວສານ ເວທີຂ່າວ ; ທີມບັນນາທິການ muan.la

ShareTweetShare
Next Post
ເຮືອສິນຄ້າ Ever Given ທີ່ຕັນຄອງສຸເອດ ກະທົບການຄ້າໂລກ 12%

ເຮືອສິນຄ້າ Ever Given ທີ່ຕັນຄອງສຸເອດ ກະທົບການຄ້າໂລກ 12%

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...