ມະນຸດເປັນສິ່ງທີ່ຫາເຫດຜົນເຂົ້າຂ້າງຕົວເອງໄດ້ສະເໝີ ຫຼັງຈາກການເຮັດວຽກມາດົນ ເຖິງເວລາແລ້ວທີ່ຈະສ້າງເນື້ອສ້າງຕົວ ເປົ້າໝາຍ ແລະ ຄວາມຝັນຂອງມະນຸດເງິນເດືອນ ຄື ລົດດີໆ ແລະ ບ້ານງາມໆ ທີ່ເປັນແຫຼ່ງຄວາມສຸກໃນຊີວິດ ຫຼາຍໆຄົນເຖິງຕັ້ງຄຳຖາມວ່າຈະເອົາຫຍັງດີລະຫວ່າງບ້ານກັບລົດເທົ່າທີ່ເງິນເດືອນຂອງຕົວເອງຜ່ອນໄດ້ “ຕ້ອງຮີບຊື້ ບ້ານມີແຕ່ຈະແພງຂື້ນ ບັນຍາກາດດີໆກໍ່ຫາຍາກ ຖ້າບໍ່ຊື້ວັນນນີ້ ວັນໜ້າອາດຈະບໍ່ມີໃຫ້ຊື້ແລ້ວ”
ທຸກຄົນທີ່ມີບ້ານລ້ວຍແຕ່ຄິດວ່າຜ່ອນໄດ້ຜ່ອນໄຫວ ແຕ່ຊີວິດເປັນສິ່ງທີ່ບໍ່ແນ່ນອນ ເປັນຫຍັງບ້ານບາງຫຼັງຖືກຍຶດ ຖືກຂາຍຕໍ່ທັ້ງໆທີ່ຍັງຜ່ອນບໍ່ໝົດ ເລື່ອງນີ້ເຈົ້າຈະຕ້ອງຄິດໜັກ ເພາະທຸກຫຼັງເລີ່ມຕົ້ນຈາກຄຳວ່າ “ກູໄຫວ” ຄືກັນໝົດ ແຕ່ເຮົາຄວນມີບ້ານ ເພາະບ້ານຄືຝຶກບັງຄັບໃຫ້ອອມ ມັນເປັນຊັບສິນບໍ່ແມ່ນໜີ້ສິນ ອອມສ່ວນອອມ ຊຳລະໜີ້ສ່ວນຊຳລະໜີ້ ເງິນອອມຈະຕ້ອງເຮັດໃຫ້ເຈົ້າອົບອຸ່ນໃນ ແລະ ຮູ້ສຶກໝັ່ນຄົງຍິ່ງຂື້ນ ແຕ່ລາຍຈ່າຍຈາກາບ້ານຈະບັງຄັບໃຫ້ເຈົ້າຕ້ອງຫາເງິນມາຈ່າຍຕະຫຼອດເວລາ ມັນເປັນຊັບສິນຂອງທະນາຄານ ແລະ ເປັນໜີ້ສິນຂອງເຈົ້າ ຫຼາຍຄົນເບິ່ງວ່າຖ້າເດືອດຮ້ອນແທ້ໆ ຍັງເອົາບ້ານຂາຍເພື່ອແລກເງິນສົດໄດ້ ຄຳຖາມທີ່ໜ້າຄິດນັ້ນຄືເປັນການເບິ່ງໂລກໃນແງ່ດີໄປແມ່ນຫຼືບໍ່ ຖ້າເກີດຂາຍບໍ່ໄດ້ ຫຼື ຂາຍໄດ້ແຕ່ຕ້ອງໃນລາຄາທີ່ຕົວເອງຂາດທຸນ ຈະເຮັດໃຈໄດ້ຫຼືບໍ່?ຫ້າມເອົາເງິນເດືອນຜ່ອນບ້ານ ຕ້ອງເອົາເງິນຈາກການເປັນນາຍຕົວເອງຜ່ອນເທົ່ານັ້ນ!!!
ລອງຈິນຕະນາການເບິ່ງ ຖ້າເຈົ້າເຮັດວຽກປະຈຳ ເງິນເດືອນຍັງຢູ່ຄົບ 100% ໂດຍທີ່ບໍ່ໄດ້ແບ່ງຈ່າຍໃຫ້ທະນາຄານເລີຍ ສ່ວນອາຊີບທີ 2 ຢ່າງກາຍເປັນນາຍຕົວເອງ ເຈົ້າທຸ່ມເທເຕັມທີ່ເພື່ອສ້າງກະແສເງິນສົດຈ່າຍຄ່າບ້ານໃຫ້ເຈົ້າ ແບບນີ້ຄັກສໍ່າໃດ ເງິນເດືອນຢູ່ຄົບ ບໍ່ກະທົບ ສ່ວນບ້ານກໍ່ໃຫ້ອີກອາຊີບໜຶ່ງຂອງເຈົ້າຜ່ອນໃຫ້ ແຕ່ເຈົ້າຕ້ອງເຮັດວຽກໜັກຂື້ນ ແຕ່ຖ້າມັນປະສົບຄວາມສຳເລັດຫຼາຍພໍ ລາຍໄດ້ທາງທີ່ 2 ແບບບໍ່ມີເພດານອາດຈະເຮັດໃຫ້ເຈົ້າມີເງິນສຳລັບຜ່ອນບ້ານພຽງແຕ່ 10 ປີ ກໍ່ໄດ້ ຂ້ອຍເຊື່ອວ່າຄົນເຮົາຂຸດນ້ຳສ້າງຕອນຢາກນ້ຳບໍ່ທັນສະເໝີ ຢ່າເບິ່ງໂລກໃນແງ່ດີເກິນໄປ ໂລກໜ່ວຍນີ້ບໍ່ເຄີຍງາມ ມັນໂຫດຮ້າຍສຳລັບຄົນທີ່ປ່ຽນແປງແລະຕຽມຕົວບໍ່ທັນ ຖ້າຈະໃຫ້ແນະນຳແທ້ໆ ເຮັດວຽກກິນເງິນເດືອນຄວນວາງແຜນສ້າງລາຍໄດ້ທາງທີ່ 2 ທັນທີ ລົງທຶນກັບການສ້າງເສັ້ນທາງນາຍຕົວເອງ ແລະ ເອົາເງິນມາຜ່ອນຊັບສິນຂອງເຮົານັ້ນແຫຼະ ຄືເສັ້ນທາງທີ່ດີທີ່ສຸດ ເພາະຕາບໃດທີ່ເຈົ້າຍັງມີເງິນສົ່ງທະນາຄານ ບ້ານຈະໃຫ້ຄວາມອົບອຸ່ນແກ່ຕົວເຈົ້າ ແຕ່ຖ້າວັນໜຶ່ງເຈົາບໍ່ມີເງິນ ບ້ານຈະກາຍເປັນໜີ້ສິນຂອງເຈົ້າແລະບີບຄໍເຈົ້າ
ເຮົາມີບ້ານເພື່ອຄວາມສຸກ ຖ້າມີແລ້ວທຸກບໍ່ນ່າຈະແມ່ນປະເດັນ ຢ່າທຳຮ້າຍລາຍໄດ້ທາງດຽວຂອງເຈົ້າດ້ວຍການສ້າງລາຍຈ່າຍໃຫ້ຊີວິດໄລຍະຍາວ ສ້າງລາຍໄດ້ຫຼາຍໆທາງກ່ອນຈະສ້າງລາຍຈ່າຍຫຼາຍໆທາງ ພາລະຍິ່ງໜ້ອຍ ອິດສະຫຼະພາບຍິ່ງຫຼາຍ ບໍ່ເປັນໜີ້ ບໍ່ເຮັດວຽກ 4 ເດືອນກໍ່ບໍ່ເປັນຫຍັງ ເປັນໜີ້ ບໍ່ເຮັດວຽກວັນດຽວກໍ່ມີປັນຫາແລ້ວສະຫຼຸບແລ້ວ ຕ້ອງມີລາຍໄດ້ ມີອາຊີບທີ່ສະໝ່ຳເໝີ ກ່ອນຈະຊື້ເຮືອນ ຊື້ລົດ.
Discussion about this post