ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 23, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

5 ປີຕໍ່ໜ້າ ໄອຍະການປະຊາຊົນຈະສູ້ຊົນປະຕິບັດ 6 ແຜນງານ 25 ໂຄງການ

Staff by Staff
ເດືອນມີນາ 28, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ມື້ທີສາມ ຂອງການດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດ IX ຕອນເຊົ້າວັນທີ 24 ມິນາ 2021 ພາຍໃຕ້ການເປັນປະທານຂອງທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດສະ ມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງໆ ໄດ້ສືບຕໍ່ ຮັບຟັງການສະເໜີບົດລາຍງານ ກ່ຽວກັບການ ຈັດຕັ້ງປະຕິບັດແຜນ ການການເຄື່ອນໄຫວວຽກງານ 5 ປີ ແລະທິດທາງແຜນການການເຄື່ອນໄຫວວຽກ ງານ 5 ປີ ຂອງອົງການໄອຍະການປະຊາຊົນສູງສຸດ ສະເໜີໂດຍທ່ານ ໄຊຊະນະ ໂຄດພູທອນ

ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ທ່ານ ໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນໃນໄລຍະ 5 ປີຜ່ານມາ ອົງການໄອຍະການປະຊາຊົນສູງສຸດ ໄດ້ເອົາໃຈໃສ່ຕິດຕາມກວດກາ ການປະຕິບັດກົດໝາຍຂອງອົງ ການສືບສວນ-ສອບສວນ ໂດຍສະເພາະການນໍາໃຊ້ວິທີການສືບສວນ-ສອບສວນ, ການນໍາໃຊ້ມາດຕະ ການສະກັດກັ້ນ ດ້ວຍກົນໄກການປະສານສົມທົບແຕ່ຫົວທີຢ່າງເປັນລະບົບ. ຜ່ານການຕິດຕາມກວດກາ ເຫັນໄດ້ວ່າການປະຕິບັດກົດໝາຍ ແລະ ລະບຽບຫລັກການດີຂຶ້ນ, ບັນດາຄໍາສັ່ງ ແລະ ຄໍາແນະນໍາ

ຕ່າງໆ ກ່ຽວກັບການສືບສວນ-ສອບສວນຄະດີອາຍາ ໄດ້ຮັບການຈັດຕັ້ງປະຕິບັດຖືກຕາມກົດໝາຍ ແລະ ລະບຽບຫລັກການ; ສໍານວນຄະດີອາຍາ ທີ່ໄດ້ຮັບຈາກອົງການສືບສວນ-ສອບສວນ 49.181 ເລື່ອງ ໄດ້ຮັບການແກ້ໄຂກວມ 98,62% ລື່ນຄາດໝາຍທີ່ວາງໄວ້. ໃນນັ້ນ, ຄໍາຖະແຫລງ ແລະ ສັ່ງຟ້ອງໃຫ້ສານພິຈາລະນາກວມເຖິງ 63,14% ຖ້າທຽບໃສ ປີ 2011-2015 ເພີ່ມຂຶ້ນ 13%, ສົ່ງໃຫ້ດໍາເນີນການສືບສວນ-ສອບສວນຄືນໃໝ່ 29,75%; ໄດ້ຖະແຫລງຄະດີຕໍ່ສານຂັ້ນຕົ້ນ 30.064 ເລື່ອງ, ມີ

ຄະດີຂໍລົບລ້າງກວມ 41,84%; ຮັບຄຳຮ້ອງຂໍຮື້ຟື້ນກ່ຽວກັບຄະດີອາຍາ ແລະ ຄະດີແພ່ງ 1.187 ເລື່ອງ. ພ້ອມນີ້, ກໍໄດ້ເອົາໃຈໃສ່ສ້າງ ແລະ ປັບປຸງນິຕິກຳ ເຊັ່ນ: ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ; ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ; ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການ, ບັນດາກົມ; ຄໍາແນະນໍາຮ່ວມ ແລະ ປື້ມຄູ່ມືຈໍານວນໜຶ່ງ.ພາບ: ຕາລີເຊຍ

ShareTweetShare
Next Post
ຢ່າພາດ !! ສິ່ງທີ່ຄວນມີກ່ອນຊື້ເຮືອນ ແລະ ຊື້ລົດ ຢາກມີຊີວິດທີ່ດີຄວນອ່ານ

ຢ່າພາດ !! ສິ່ງທີ່ຄວນມີກ່ອນຊື້ເຮືອນ ແລະ ຊື້ລົດ ຢາກມີຊີວິດທີ່ດີຄວນອ່ານ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ເຈົ້າແຂວງສາລະວັນ ນຳພາ ທ່ານ ຈ້າວເຫຼີນ ໄປເບິ່ງເຂດເໝາະສົມແກ່ການລົງທຶນ

    0 shares
    Share 0 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...