ຈາກເຟດບຸກ Amy Vnd ໂພສວ່າສະບາຍດີ ມື້ນີ້ຂໍມາເລົ່າປະສົບການຕົນເອງທີ່ຖືກ ຕິດຕາມ ຫຼື ເອີ້ນວ່າ stalk’ ເນາະຊ່ວຍເສຍສະຫຼະເວລາອ່ານໃຫ້ແນ່ເດີ້ແລະແຊຣ໌ເພື່ອຕັກເຕືອນຫມູ່, ລູກຫລານແລະຄົນອ້ອມຕົວ (ແຕ່ລະຮູບຈະມີ ແຄັບຊັ່ນອະທິບາຍ ຖ້າບໍ່ເຂົ້າໃຈ)

ເລື່ອງມີຢູ່ວ່າບຸກຄົນນີ້ໄດ້ເຫັນຂ້ອຍຜ່ານໂຊ່ຊຽວ ກ່ອນຂ້ອຍໄດ້ເຂົ້າວົງ ‘LaoNavy’ ເຊິ່ງຕອນນັ້ນປະກວດລາຍການ ຊ່ອງ 7 ຢູ່.ລາວແຊັດຫາເຮົາຕອບຕາມມາລະຍາດບໍ່ໄດ້ຄິດຫຍັງ ຕອບຫນ້ອຍໆ ຈົນລາວລຳ້ເສັ້ນວ່າຄັນຮອດມື້ຂ້ອຍໄປໄທແລ້ວຈະຊື້ປີ້ຕາມໄປຈົນເຮັດໃຫ້ເຮົາລຳຄານເຮົາເລີຍຢຸດບົດສົນທະນາເພາະບໍ່ຮູ້ຈັກກັນຢູ່ແລ້ວ (ລາວເອີ້ນຂ້ອຍທີ່ຮັກ ແລະ ອື່ນໆທີ່ບໍ່ໂອເຄແຊັດຫາບໍ່ຢຸດບໍ່ເຊົາ)

ຈາກນັ້ນມາລາວເລີ່ມຕາມຂ້ອຍໄປໂຮຽຮຽນ ຊວນໄປນີ້ນັ້ນເຊັ່ນ: ເບິ່ງຫນັງ, ກິນເຂົ້າ (ຢ້ຳວ່າບໍ່ເຄີຍຮູ້ຈັກກັນ) ແຕ່ຂ້ອຍກໍປະຕິເສດຂາດຄຳ.ລາວກໍຕາມຕໍ່ໄປຮອດບ່ອນຊ້ອມເຕັ້ນລັກຖ່າຍຮູບຂ້ອຍ (ໂຄດລະເມີດສິດທິສ່ວນບຸກຄົນ) ແລະ ນຳຂ້ອຍໄປຫລາຍໆບ່ອນ ຍັງມີຫນ້າມາຖາມພ້ອມວ່າຢູ່ເຝົ້າຊ້ອມເຕັ້ນໄດ້ບໍ່.

ວັນເກີດຊື້ເຄັກມາແລ້ວເອົາມາໃຫ້ຢູ່ໂຮງຮຽນໂດຍການຕິດຕໍ່ກັບຫມູ່ຂ້ອຍລັບຫລັງເພາະຂ້ອຍໄດ້ບລັອກລາວໄປ ຕອນນັ້ນຈຳເປັນຕ້ອງຮັບໄວ້ເພາະເຂົ້າວົງ ‘LaoNavy’ ແລ້ວເລີຍຕ້ອງເກງໃຈ “fanclub” (ແຕ່ລາວນິເຂົ້າຂັ້ນໂລກຈິດບ້າຄັ່ງ ຫຼື ຊາແຊງແລ້ວ) ແລ້ວລາວກໍເລີ່ມກ້າວກ່າຍສິດທິສ່ວນບຸກຄົນຫນັກຂຶ້ນ ເລີ່ມຊື້ດອກໄມ້ມາໃຫ້ທຳທ່າວ່າເຊີໄພຣສ໌ ເອົາມາຮອດ ຮຮ .


ຫລັງຈາກນັ້ນກໍນຳເຮົາມາບ້ານ ບ້ານກໍຕ້ອງເຂົ້າໃຈວ່າເປັນພື້ນທີ່ສ່ວນຕົວເຖິງບ້ານເຮົາຈະເປັນຮ້ານຂາຍເຄື່ອງທີ່ມີລູກຄ້າ, ພະນັກງານຕະຫລອດ ຖ້າບໍ່ຊື້ຫຍັງກໍຄວນອອກໄປ ອັນນີ້ລະວ່າກຸມແຕ່ສິຖ່າຍຮູບ ກຸມນັ່ງຖ້າຂ້ອຍ ລາວເຮັດແບບນີ້ມາ 1ປີ ແລ້ວກໍເຊົາໄປຫນ້ອຍຫນຶ່ງ ຫລັງຈາກຂ້ອຍຍ້າຍ ຮຮ ໄປຕຶກໃຫມ່ລາວກໍນຳຂ້ອຍໄປ ຮຮ ອີກ ທຳທ່າຊື້ຫມວກມາໃຫ້ ບອກຄູອາຈານຂ້ອຍວ່າລາວສິບໍ່ເອົາເຄື່ອງໃຫ້ຈົນກວ່າຈະໄດ້ເຫັນຫນ້າຂ້ອຍ ບາດຂ້ອຍໄປເອົາກໍພະຍາຍາມລັກຖ່າຍຮູບແລະຂໍເບີ ແຕ່ຂ້ອຍບໍ່ໃຫ້.ລາວຮອດນຳມາງານ ຮຮ ແລະ ຂໍຖ່າຍຮູບແລ້ວຍັງດຶງມືຂ້ອຍໄປຈັບແບບບໍ່ຂໍອະນຸຍາດ,ນຳຂ້ອຍໄປທຸກງານທັງງານເຕັ້ນ ໂຊ ແລະອື່ນໆ ທຸກເທື່ອທີ່ຂ້ອຍຫນີບໍ່ທັນລາວຮີບດຶງຂ້ອຍຖ່າຍຮູບແລ້ວພຍຍກອດແອວ (ເຂົ້າຂັ້ນລວນລາມບໍ່?)


ຊ່ວງລ່າສຸດມາ ລາວມາບ້ານຂ້ອຍທຸກມື້ບໍ່ຊື້ຫຍັງຈົນແມ່ຂ້ອຍໄດ້ໄລ່ລາວຫນີ, ລາວເຂົ້າມາຮອດບ່ອນເກັບເງິນເຊິ່ງມັນໂຄດບໍ່ເຫມາະສົມ. ມາບ້ານຂ້ອຍທຸກມື້ແບບບໍ່ຮູ້ຈັກກັນນີ້ມັນໂຄດບໍ່ຖືກຕ້ອງ ທີ່ບ້ານຂ້ອຍເຂົ້າໄດ້ຍ້ອນເປັນຮ້ານຄ້າຊື່ໆ ຂະຫນາດໄລ່ໄປຍັງດ້ານຢູ່ວັນເສົາທິດ ລາວຈອດລົດໄວ້ຫນ້າບ້ານຂ້ອຍແລ້ວຂີ່ຕາມລົດຂ້ອຍໄປຮອດຮ້ານອາຫານແລ້ວວ່າຊື່ເສື້ອໃຫ້ ໂອ້ຍຍຍຂ້ອຍມີເງິນຊື່ເອງ!!ລາວຄິດວ່າການຊື້ເຄື່ອງສິເຮັດໃຫ້ໃຈອ່ອນແບບນີ້ຫວາ? ລາວຊື້ອາຫານມາລໍ້ນ້ອງສາວຂ້ອຍແລ້ວຍັງໄປເວົ້າໂລເລວ່າຂ້ອຍເປັນແຟນລາວ (ເສື່ອມເສຍຂ້ອຍຫມົດ) ຂ້ອຍຮູ້ສຶກໂຄດຢ້ານ ແລະ ໄຫ້ມານັບບໍ່ຖ້ວນ.


ຍັງບໍ່ພໍລາວບໍ່ໄດ້ເຮັດແບບນີ້ກັບຂ້ອຍຄົນດຽວແຕ່ຍັງເຮັດກັບຫມູ່ຂ້ອຍ ເຊິ່ງຫນັກຫນ່ວງເພາະ ຫມູ່ຂ້ອຍລາວຊ້ອມເຕັ້ນຢູ່ຄົນດຽວແລະຄົນນັ້ນກໍຫາຈັງຫວະສວາຍໂອກາດມານັ່ງນຳ ຫມູ່ຂ້ອຍແລ່ນຫນີແຕ່ລາວກໍແລ່ນຕາມບໍ່ຢຸດຈົນຫມູ່ຕ້ອງຂໍຄວາມຊ່ວຍເຫຼືອ ຂະຫນາດມີພະຍານໄລ່ບັກຫຼາຍໆຍັງດື້ດັນບໍ່ຍອມຫນີ ແຕ່ດີທີ່ຫມູ່ຂ້ອຍປອດໄພ. ບຸກຄົນນີ້ເປັນແມ່ຍິງແຕ່ກໍຍັງອັນຕະລາຍຊຳ່ໆກັນເພາະເຮົາບໍ່ຮູ້ວ່າລາວຈະເຮັດຫຍັງ.


ລາວມັກມາຖາມຄົນຢູ່ບ້ານຂ້ອຍວ່າຂ້ອຍເລີກຮຽນຈັກໂມງ ໃຜໄປຮັບ ແຊັດຫາແມ່ຂ້ອຍວ່າສິມາຮັບຂ້ອຍໄປກິນເຂົ້າທັ້ງໆທີ່ຂ້ອຍໄດ້ເວົ້າໃຫ້ລາວໄປແລ້ວວ່າສິ່ງທີ່ລາວເຮັດແມ່ນລະເມີດຄວາມເປັນສ່ວນຕົວຢູ່ ແລະ ບລັອກລາວທຸກຊ່ອງທາງຕັ້ງແຕ່ດົນມາແລ້ວ ລາວຕາມຂ້ອຍແບບນີ້ມາໄດ້ເກືອບ3ປີ. ຕອນນີ້ລາວເຮັດຫນັກກວ່າເກົ່າ ແລະ ດ້ວຍຄວາມທີ່ເຮົາບໍ່ຮູ້ວ່າລາວມີອາການປ່ວຍທາງຈິດຫລືບໍ່ ເຮົາກໍຕ້ອງໄດ້ເຮັດວິທີນີ້ເພື່ອມີຫຍັງເກີດຂຶ້ນ.
ຖ້າໃຜຮູ້ຈັກລາວຂໍ ທີ່ຢູ່,ຊື່, ແລະ ຂໍ້ມູນຕ່າງໆແນ່ເດີ້ ທາງເຮົາຈະນຳໄປແຈ້ງຄວາມໄວ້ ແລະ ສຳລັບຄົນອື່ນໆແມ່ນໄປໃສມາໃສໃຫ້ລະວັງຕົວເດີ້ບຸກຄົນປະເພດນີ້ມີຢູ່ຫລາຍ ອາດຈະເຈິກັບຕົນເອງ.
ຖ້າທ່ານຮູ້ວ່າຄົນອ້ອມຂ້າງຖືກແບບນີ້ຢູ່ກະລຸນາຊ່ວຍເຂົາແນ່ເດີ້.ຂອບໃຈ ແລະ ຝາກແຊຣ໌ເປັນການຕັກເຕືອນເພື່ອຄວາມປອດໄພຂອງສັງຄົມ.


Discussion about this post