ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 2, ເດືອນຕຸລາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປ່ອຍເງິນກູ້ໂດຍບໍ່ມີດອກເບ້ຍໃຫ້ຊາວສວນຢາງພາລາມູນຄ່າ 4,5 ຕື້ກວ່າກີບ

Staff by Staff
ເດືອນມີນາ 28, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ບໍລິສັດ ການລົງທຶນຢາງພາລາ ຢຸນນານ ຈໍາກັດ ໄດ້ຈັດພິທີປ່ອຍເງິນກູ້ໂດຍບໍ່ມີດອກເບ້ຍ ໃຫ້ຊາວ ສວນຢາງພາລາຢູ່ແຂວງຫຼວງນໍ້າທາ ໃນວັນທີ 24 ມີນາຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທໍາ ອິນທະປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫຼວງນໍ້າທາ, ທ່ານ ເກົ່າເຈ ຫົວໜ້າບໍລິ ສັດ ການລົງທຶນຢາງພາລາ ຢຸນນານ ຈໍາກັດ, ມີຜູ້ຕາງໜ້າກຸ່ມຂາຍຢາງພາລາ 8 ກຸ່ມພາຍໃນແຂວງຫຼວງ ນໍ້າທາ, ຕະຫຼອດຮອດພະນັກງານລັດຖະກອນ ແລະ ພະນັກງານຂອງບໍລິສັດເຂົ້າຮ່ວມ.

ທ່ານ ເກົ່າເຈ ໄດ້ລາຍງານການຈັດຕັ້ງປະຕິບັດການປ່ອຍເງິນກູ້ໂດຍບໍ່ມີດອກເບ້ຍ ໃຫ້ຊາວສວນຢາງ ພາລາ ໃນປີ 2020 ແລະ ຜ່ານແຜນການຮ່ວມມືກັບປະຊາຊົນ ໃນການປ່ອຍເງິນກູ້ໃນປີ 2021 ວ່າ: ການປ່ອຍເງິນກູ້ໂດຍບໍ່ມີດອກເບ້ຍໃຫ້ແກ່ຊາວສວນຢາງພາລາໃນປີ 2021 ນີ້ ມີຈໍານວນ 28 ບ້ານ, ລວມ ເປັນເງິນມູນຄ່າ 4 ຕື້ກວ່າກີບ ແລະ ໄດ້ວາງແຜນການເກັບຊື້ນໍ້າຢາງພາລາໃນປີນີ້ໃຫ້ໄດ້ 90 ພັນໂຕນ, ເປັນມູນຄ່າ 540 ຕື້ກີບ.

ພ້ອມນີ້ທາງບໍລິສັດຍັງໄດ້ສົ່ງເສີມພັດທະນາ ແລະ ປະກອບສ່ວນຊ່ວຍເຫຼືອສັງ ຄົມເປັນຕົ້ນການບໍາບັດຜູ້ຕິດສິ່ງເສບຕິດ, ຊ່ວຍເຫຼືອຊຸມຊົນ ແລະ ພັດທະນາເສດຖະກິດທ້ອງຖິ່ນ, ສ້າງສີມື ແຮງງານໃຫ້ກຳມະກອນ, ສ້າງທີ່ຢູ່ອາໄສ ແລະ ໂຮງຮຽນ ເພື່ອໃຫ້ລູກຫຼານກໍາມະກອນໄດ້ເຂົ້າໂຮງຮຽນອັນ ເປັນການປະກອບສ່ວນພັດທະນາເສດຖະກິດ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍຄືແຂວງຫຼວງນໍ້າທາ.

ບໍລິສັດໄດ້ເລີ່ມຮ່ວມມືກັບປະຊາຊົນ ນັບແຕ່ປີ 2012 ເປັນຕົ້ນມາ ໂດຍໄດ້ປ່ອຍເງິນກູ້ໂດຍບໍ່ມີດອກ ເບ້ຍໃຫ້ຊາວສວນຢາງ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ.

ມາຮອດປີ 2020, ບໍລິສັດໄດ້ເຊັນ ສັນຍາຮ່ວມມືກັບປະຊາຊົນລວມທັງໝົດ ຈຳນວນ 136 ບ້ານ, ໄດ້ປ່ອຍເງິນກູ້ໂດຍບໍ່ມີດອກເບ້ຍຈໍານວນ 13 ຕື້ 690 ລ້ານກີບ ໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດໂດຍກົງ ສ້າງສາຍພົວພັນການຮ່ວມມືທີ່ຍາວນານ.

ເຖິງວ່າປີ 2020, ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແລະ ດິນຟ້າອາກາດແຫ້ງແລ້ງຢ່າງໜັກໜ່ວງ ແຕ່ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນບໍລິສັດໄດ້ປ່ອຍເງິນກູ້ໂດຍບໍ່ມີດອກເບ້ຍ ໃຫ້ແກ່ຊາວສວນເປັນ ມູນຄ່າ 2 ຕື້ກວ່າກີບ ແລະ ໄດ້ບໍລິຈາກອຸປະກອນປ້ອງກັນໂຄວິດ-19 ໃຫ້ອົງການປົກຄອງທ້ອງຖິ່ນຈຳ ນວນໜຶ່ງເປັນມູນຄ່າ 100 ລ້ານກີບ.

ຫຼັງຈາກນັ້ນ ທ່ານ ເກົ່າເຈ ກໍໄດ້ມອບເງິນກູ້ໂດຍບໍ່ມີດອກເບ້ຍ ໃຫ້ແກ່ຜູ້ຕາງໜ້າຫົວໜ້າກຸ່ມ 8 ກຸ່ມ ຂອງຊາວສວນຢາງຈໍານວນ 28 ບ້ານຕື່ມອີກ. (ຂ່າວ-ພາບ: ສົມພອນ ຂຸນດາວົງ).

ShareTweetShare
Next Post
ມອບຮັບຢ່າງເປັນທາງການ ໂຄງການແສງສະຫວ່າງໃນຕົວເມືອງນະຄອນຫຼວງວຽງຈັນ

ມອບຮັບຢ່າງເປັນທາງການ ໂຄງການແສງສະຫວ່າງໃນຕົວເມືອງນະຄອນຫຼວງວຽງຈັນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ໃບປະກາດແດງ ຄົນດຽວ ຂອງພາກວິຊາບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດ

    0 shares
    Share 0 Tweet 0
  • ເງິນກີບລາວ​ ຈະມີໂອກາດກັບມາແຂງຄ່າຄືນບໍ່ພວກເຮົາຈະແກ້ໄຂກັນແນວໃດ?

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...