ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 31, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ອົງການກວດກາແຫ່ງລັດ ກວດພົບຄວາມເສຍຫາຍກ່ວາ 5.000 ຕື້ກີບ ຈາກການສໍ້ລາດບັງຫຼວງ

Staff by Staff
ເດືອນມີນາ 25, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຕາມຂ່າວສານ ຂປລ. ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ມີນາ 2021 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ

ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ຂຶ້ນລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການກວດກາແຫ່ງລັດ.ທ່ານ ຄຳພັນ ພົມມະທັດ ໄດ້ລາຍງານໃຫ້ຮູ້ວ່າ:

ໃນໄລຍະ 5 ປີ ຜ່ານມາ ອົງການກວດກາແຫ່ງລັດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ມີຜົນງານພົ້ນເດັ່ນຫລາຍດ້ານ ໄດ້ຕິດຕາມກວດກາການປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່, ການປະຕິບັດກົດ ໝາຍ

ຂໍ້ກໍານົດ, ຄໍາສັ່ງ, ການປະຕິບັດແຜນງົບປະມານ, ແຜນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງ-ນຳໃຊ້ຊັບສິນຂອງລັດ, ເຊິ່ງໃນໄລຍະ 5 ປີຜ່ານມາ ສາມາດກວດກາໄດ້ທັງໝົດ 4.129 ເປົ້າໝາຍ,ໃນນັ້ນຕິດຕາມກວດກາປົກກະຕິ 1.435 ເປົ້າໝາຍ

ກວດກາຕາມຄຳສັ່ງ 1.014 ເປົ້າ ໝາຍ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ 535 ເປົ້າໝາຍ ແລະ ກວດກາຕາມຜົນການກວດສອບ 1.145 ເປົ້າໝາຍ, ໄດ້ເກັບກໍາ ແລະ ໄລ່ລຽງມູນຄ່າການລົງທຶນຂອງລັດ ຈໍານວນ 4.601 ໂຄງການ.

ໃນນີ້, ກວດກາສໍາເລັດ 692 ໂຄງການ, ກວດເຫັນຜົນເສຍຫາຍ 5.689,12 ຕື້ກວ່າກີບ, 31,77 ລ້ານໂດລາສະຫະລັດ ແລະ 38,89 ລ້າ

ພ້ອມນັ້ນກວດກາການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ ພົບເຫັນຜູ້ລະເມີດກົດ ໝາຍ 1.119 ຄົນ, ໃນນີ້, ມີພະນັກງານລັດ 127 ຄົນ, ຜູ້ປະກອບການ 246 ຄົນ, ປະຊາຊົນ 746 ຄົນ, ໄດ້ຮັັບຄໍາຮ້ອງຄໍາສະເໜີ 4.817 ສະບັບ, ແກ້ໄຂ 1.524 ສະບັບ,ທັງໝົດນັ້ນ

ເປັນການປະ ກອບສ່ວນສຳຄັນໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ເຮັດໃຫ້ບັນດາປະ ກົດການຫຍໍ້ທໍ້ໃນກົງຈັກລັດ ໄດ້ຮັບການແກ້ໄຂໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ.

ພາບ: ຂັນໄຊ

ຂ່າວ: ທະນູທອງ

ShareTweetShare
Next Post
ຄຳມ່ວນ ມອບຊາກເສືອໂຄ່ງ 3 ໂຕ ໃຫ້ແກ່ ມຊ

ຄຳມ່ວນ ມອບຊາກເສືອໂຄ່ງ 3 ໂຕ ໃຫ້ແກ່ ມຊ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...