ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 5, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກຽມປະຕິຮູບຫລາຍຢ່າງເພື່ອແກ້ໄຂ ການຮົ່ວໄຫລໃນການເກັບລາຍຮັບເຂົ້າງົບປະມານຂອງລັດ

Staff by Staff
ເດືອນມີນາ 24, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ກະຊວງການເງິນ ຈະຮີບຮ້ອນປະຕິຮູບຫລາຍຢ່າງ ເພື່ອອັດຊ່ອງວ່າງການຮົ່ວໄຫລໃນການເກັບລາຍຮັບເຂົ້າງົບປະມານຂອງລັດທີ່ຜ່ານມາເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍຈະປັບປຸງທັງກົງຈັກການຈັດເກັບລາຍຮັບ ແລະ ບຸກຄະລາກອນທີ່ເຮັດວຽກກ່ຽວກັບການເກັບລາຍຮັບໄປພ້ອມໆ ກັນ ໃຫ້ໄດ້ຢ່າງເດັດຂາດ.ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ໃນໂອກາດຂຶ້ນຊີ້ແຈງຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມີນາ 2021 ວ່າ: ກະຊວງການເງິນ ໄດ້ວິເຄາະວິໄຈ

ແລະ ຮັບຮູ້ແລ້ວວ່າ: ການຮົ່ວໄຫລຂອງລາຍຮັບງົບປະມານໃນໄລຍະຜ່ານມາ ເກີດມາຈາກກົດໝາຍ ແລະ ນິຕິກໍາລຸ່ມກົດ ໝາຍທີ່ກ່ຽວຂ້ອງຈໍານວນໜຶ່ງມີຊ່ອງວ່າງ ຈິ່ງເຮັດໃຫ້ເຈົ້າ ໜ້າທີ່ກ່ຽວຂ້ອງສວຍໃຊ້ຊ່ອງວ່າງດັ່ງກ່າວໄດ້. ຂະນະດຽວ ກັນ ຜູ້ປະກອບການກໍ່ອີງໃສ່ຊ່ອງວ່າງນີ້ເພື່ອສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ກ່ຽວຂ້ອງ. ຢ່າງໃດກໍຕາມ ພວກເຮົາບໍ່ໄດ້ໂທດຜູ້ປະກອບການວ່າບໍ່ມີຄວາມໂປ່ງໃສ ເພາະເນື້ອ ແທ້ກໍ່ຍັງຄວາມຜິດຂອງເຈົ້າໜ້າທີ່ຄຸ້ມຄອງການເກັບລາຍຮັບແຕ່ ລະຂັ້ນຂອງລັດທີ່ປະຕິບັດບໍ່ຖືກຕ້ອງ. ດັ່ງນັ້ນ ກະຊວງການເງິນ ໃນນາມເປັນເສນາທິການໃຫ້ແກ່ລັດຖະບານ ຈະສຸມໃສ່ 2 ບັນຫາໃຫຍ່ເພື່ອແກ້ ໄຂການຮົ່ວໄຫລຂອງການເກັບລາຍຮັບຈາກຄວາມຮັບຜິດຊອບ ຄື: 1). ຈະ

ຮີບດ່ວນປັບປຸງບາງມາດຕາຂອງກົດໝາຍ ແລະ ນິຕິກໍາລຸ່ມກົດ ໝາຍທີ່ກ່ຽວຂ້ອງທີ່ເປັນຊ່ອງວ່າງໃຫ້ເຈົ້າໜ້າທີ່ຄຸ້ມຄອງເກັບລາຍຮັບສວຍໃຊ້ ເພື່ອບໍ່ໃຫ້ມີການສວຍໃຊ້ໄດ້ອີກຕໍ່ ໄປ, ແລະ 2). ຈະຫາວິທີເຮັດໃຫ້ຜູ້ປະກອບການມີຄວາມໂປ່ງໃສໃນການສະໝັກໃຈປະ ຕິບັດພັນທະຂອງຕົນເອງໂດຍຜ່ານລະບົບທີ່ລັດຄຸ້ມຄອງທີ່ໂປ່ງໃສ. ທັງ 2 ຢ່າງນີ້ ຖືເປັນບັນຫາສະເພາະໜ້າທີ່ກະຊວງການເງິນ ຕ້ອງຮີບຮ້ອນປະຕິບັດໄປພ້ອມໆ ກັນ.ທ່ານ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ຕື່ມວ່າ: ນອກ ຈາກນີ້ ຈະໄດ້ສຸມໃສ່ປະຕິຮູບກົນໄກຄຸ້ມຄອງການເງິນຢ່າງເລິກເຊີ່ງ ແລະ ຮອບດ້ານ ຕາມແຜນພັດທະນາຂະແໜງການເງິນ 5 ປີ ຄັ້ງທີ IX ທີ່ໄດ້ກໍານົດໄວ້, ໃນນີ້ ຮີບດ່ວນທີ່ ສຸດແມ່ນການປັບປຸງກົງຈັກ

ຄຸ້ມຄອງການເກັບລາຍຮັບຢ່າງຄົບຊຸດເພື່ອໃຫ້ມີປະສິດທິຜົນ ແລະ ປະສິດທິພາບກວ່າເກົ່າ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍສະເພາະກົງຈັກການເກັບລາຍຮັບ ແຕ່ກ່ອນມີ 4 ກົມເກັບ ຈະໃຫ້ເຫລືອພຽງ 1 ກົມ ຄື ກົມສ່ວຍສາອາກອນ ເທົ່ານັ້ນໃນການເກັບລາຍຮັບ ຈຶ່ງຈະເຮັດໃຫ້ການພັດທະນາລະບົບຄຸ້ມຄອງທັນສະໄໝມີການປະຢັດ. ພ້ອມນີ້ ຈະປະຕິຮູບກົງຈັກຄຸ້ມ ຄອງລາຍຈ່າຍ ເພາະຜ່ານມາຂາດປະສິດທິພາບ ແລະ ຍັງມີສິ່ງອຸດຕັນຫລາຍດ້ານ, ລວມເຖີງຈະດໍາເນີນການປະຕິຮູບດ້ານບຸກຄະລາກອນທີ່ຮັບຜິດຊອບ

ວຽກງານເກັບລາຍຮັບຢ່າງເລິກເຊີ່ງ, ດໍາເນີນຫລາຍຂັ້ນຕອນ, ຫລາຍກົນໄກ ແລະ ວິທີການ ໂດຍຈະເຮັດຄວບຄູ່ກັນໄປກັບການປັບປຸງກົງຈັກການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍຢ່າງຮີບ ຮ້ອນທີ່ສຸດ.ລັດຖະມົນຕີກະຊວງການເງິນ ຍັງໃຫ້ຮູ້ກ່ຽວກັບການຫັນເປັນທັນສະໄໝໃນການຈັດເກັບລາຍຮັບ ເຫັນວ່າລາວເຮົາຍັງປະຕິບັດໄດ້ຊ້າ, ຢ່າງໃດກໍຕາມ ຖ້າຫາກກົງຈັກການເກັບລາຍຮັບ, ການຄຸ້ມຄອງລາຍຈ່າຍ ແລະ ບຸກຄະລາກອນທີ່ເຮັດໜ້າທີ່ເກັບລາຍຮັບໄດ້ຮັບການປະຕິຮູບດີຂຶ້ນ ຈະເຮັດໃຫ້ການຫັນເປັນທັນສະໄໝໃນການເກັບລາຍຮັບດີຂຶ້ນໄປພ້ອມໆ ກັນ.

ທີ່ມາ Lao National Radio

ShareTweetShare
Next Post
ມາຮອດມື້ນີ້ ເປັນເວລາ 1 ປີເຕັມ, ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ ກໍລະນີທຳອິດຂອງ ປະເທດ 24/3/2020-24/3/2021

ມາຮອດມື້ນີ້ ເປັນເວລາ 1 ປີເຕັມ, ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ ກໍລະນີທຳອິດຂອງ ປະເທດ 24/3/2020-24/3/2021

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...