ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 31, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຈັບແມ່ຫວຍອອນລາຍເລາະຕົ້ມຕຸນ ເງິນ 150 ລ້ານກວ່າກີບ

Staff by Staff
ເດືອນມີນາ 22, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ 18 ມີນາ 2021 ເຈົ້າໜ້າທີ່ຕໍາຫຼວດ ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ:ພາຍຫຼັງໄດ້ຮັບຄໍາຮ້ອງຟ້ອງຈາກປະຊາຊົນຈໍານວນໜຶ່ງ ເລື່ອງການສໍ້ໂກງຊັບຂອງພົນລະເມືອງ ຈາກນັ້ນ ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ກວດກາ ແລະ ເກັບກໍາຂໍ້ມູນຫຼັກຖານ ເຊິ່ງເຫັນວ່າ ການກະທໍາຂອງແມ່ຫວຍມີຄົບອົງປະກອບການກະທໍາຜິດທາງອາຍາ ໃນຂໍ້ຫາສໍ້ໂກງຊັບ ຈຶ່ງໄດ້ນໍາໃຊ້ມາດຕະການກັກຕົວ ນາງ ປັດຕານີ ອາຍຸ 24 ປີ ອາຊີບ ຫວ່າງງານ ປັດຈຸບັນພັກເຊົາຢູ່ບ້ານ ຄໍາສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 31 ມັງກອນ 2021 ເພື່ອນໍາມາສືບສວນ-ສວນສວນ ຕາມກົດໝາຍ.

ນາງ ປັດຕານີ ໄດ້ໃຫ້ການຮັບສາລະພາບວ່າ: ໄດ້ມີການເຄື່ອນໄຫວໂຄສະນາຊວນເຊື່ອໂພດສ໌ການຫຼິ້ນຫວຍທາງອອນລາຍລົງເຟດບຸກມາແຕ່ຕົ້ນເດືອນ ພະຈິກ 2019;ເຊິ່ງມີຂໍ້ຄວາມທີ່ໂພດລົງນັ້ນແມ່ນໄດ້ບອກກ່ຽວກັບການເຂົ້າຫຼິ້ນຫວຍ ແລະ ໃຫ້ດອກເບ້ຍສູງ ເປັນສິ່ງຈູງໃຈເພື່ອດຶງດູດຈິດໃຈຄົນມາຫຼີ້ນ ນັບແຕ່ 5 ແສນກີບ, 1 ລ້ານກີບ, 2 ລ້ານກີບ ແລະ 2 ແສນບາດ ເຊິ່ງເຮັດໃຫ້ຫຼົ່ງເຊື່ອເປັນຈໍານວນຫຼາຍ ແລະ ໄດ້ໂອນເງິນເຂົ້າບັນຊີທະນາຄານຂອງຜູ້ກ່ຽວ.

ຈາກນັ້ນ, ກໍໃຫ້ລູກຫວຍເປຍຫວຍໃສ່ດອກເບ້ຍ, ເມືອລູກຫວຍເປຍໄດ້ ຜູ້ກ່ຽວພັດບໍ່ຈ່າຍເງິນໃຫ້ລູກຫວຍເລີຍ; ເຊິ່ງລວມຍອດເງິນທີ່ຜູ້ກ່ຽວໄດ້ຈາກລູກຫວຍ ແມ່ນ 151.400.000 ກີບ; ສ່ວນເງິນທີ່ໄດ້ມາກໍ່ເອົາໄປໃຊ້ຈ່າຍໃນຊີວິດປະຈຳວັນ ແລະ ເອົາໄປໝູນຫວຍສາຍອື່ນ.

ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍາລັງສືບຕໍ່ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ShareTweetShare
Next Post
ສານຍີ່ປຸນ ຫ້າມບໍ່ໃຫ້ຄູ່ຮັກເພດດຽວກັນແຕ່ງງານ ເພາະເປັນການຜິດຕໍ່ລັດຖະທຳມະນູນ

ສານຍີ່ປຸນ ຫ້າມບໍ່ໃຫ້ຄູ່ຮັກເພດດຽວກັນແຕ່ງງານ ເພາະເປັນການຜິດຕໍ່ລັດຖະທຳມະນູນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...