ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 26, ເດືອນກັນຍາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສານຍີ່ປຸນ ຫ້າມບໍ່ໃຫ້ຄູ່ຮັກເພດດຽວກັນແຕ່ງງານ ເພາະເປັນການຜິດຕໍ່ລັດຖະທຳມະນູນ

Staff by Staff
ເດືອນມີນາ 22, 2021
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ສານຂອງເມືອງຊັບໂປໂລ ແຂວງຮອກໄກໂດ ປະເທດຍີ່ປຸນ ມີການຕັດສິນໃນວັນພຸດ ( 17 ມີນາ 2021) ທີ່ຜ່ານມາວ່າ: ການຫ້າມການແຕ່ງງານກັບເພດດຽວກັນແມ່ນຂັດກັບເງື່ອນໄຂລັດຖະທຳມະນູນ.ການຟ້ອງຮ້ອງດັ່ງກ່າວ ໄດ້ເລີ່ມຕົ້ນໃນປີ 2019 ເມື່ອຄູ່ 3 ຄູ່ ໃນແຂວງຮອກໄກໂດ ໄດ້ຍື່ນຄຳຮ້ອງທຸກຕໍ່ສານ ເພື່ອຮຽກຮ້ອງຄ່າຊົດເຊີຍຈາກລັດຖະບານ ຈຳນວນ 1 ລ້ານເຢນ (ປະມານ 93.000.000 ກີບ) ໂດຍອ້າງວ່າພວກເຂົາໄດ້ຮັບກະທົບກະເທືອນທາງດ້ານຈິດໃຈ ທີ່ລັດຖະບານບໍ່ຍອມໃຫ້ແຕ່ງງານ.

ເຖິງວ່າສານໄດ້ມີການປະຕິເສດຄຳຮ້ອງຟ້ອງທີ່ໂຈດທັງ 6 ຄົນຮຽກຮ້ອງຄ່າຊົດເຊີຍ. ແຕ່ທຸກຄົນສົນໃຈທີ່ສານລະບຸວ່າ: ການຫ້າມບໍ່ໃຫ້ເພດດຽວກັນແຕ່ງງານກັນນັ້ນ ແມ່ນຜິດລັດຖະທະມະນູນ. ເພາະລັດຖະທຳມະນູນລະບຸວ່າ ກົດໝາຍ ຕ້ອງນຳໃຊ້ກັບປະຊາຊົນທຸກຄົນຢ່າງເທົ່າທຽມກັນ. ຄຳຕັດສິນນີ້ ມີແນວໂນ້ມທີ່ຈະສົ່ງຜົນກະທົບຕໍ່ຄະດີອື່ນໆທີ່ຄ້າຍຄືກັນນີ້ໃນທົ່ວປະເທດຍີ່ປຸ່ນ.

ໂຈດຂອງຄະດີນີ້ ກ່າວວ່າ: “ ຄຳຕັດສິນຂອງມື້ນີ້ໄດ້ຍອມຮັບວ່າພວກເຮົາ (ກຸ່ມຄົນທີ່ຫຼາກຫຼາຍທາງເພດ) ແມ່ນມີຕົວຕົນຢູ່ແທ້ ” ແລະ ກ່າວເຕີ່ມວ່າ “ຂ້ອຍຕ້ອງການໃຫ້ສັງຄົມຍອມຮັບຄົນທີ່ຫຼາກຫຼາຍທາງເພດໃຫ້ພວກເຂົາມີຄວາມຫວັງ ແລະ ມີຕົວເລືອກໃນອະນາຄົດຂອງຕົນເອງ.”ດ້ານທະນາຍຄວາມຂອງໂຈດ ທ່ານ ຮາລູກາໂຕ ກ່າວວ່າ: ລາວບໍ່ໄດ້ຄາດຫວັງວ່າສານຈະມີການຕັດສິນຢ່າງຈະແຈ້ງແບບນີ້ ແລະ ໄດ້ກ່າວອີກວ່າ ລູກຄວາມຂອງລາວກຳລັງພິຈາລະນາວ່າຈະຕໍ່ສູ້ຄະດີຕໍ່ອີກ.

ໃນອະດີດເຖິງແມ່ນວ່າຄູ່ຮັກເພດດຽວກັນໃນບາງຂົງເຂດຂອງປະເທດຍີ່ປຸນຂໍໃບທະບຽນສົມລົດ ແຕ່ກໍ່ຍັງໄດ້ຮັບສິດຕ່າງໆໜ້ອຍກ່ວາຄູ່ຮັກຍິງຊາຍຫຼາຍ ທັງຍັງຕ້ອງພົບກັບການຖືກເລືອກປະຕິບັດໃນສັງຄົມ.ບໍ່ພຽງເທົ່ານັ້ນ, ປະເທດຍີ່ປຸ່ນຍັງເປັນປະເທດດຽວໃນບັນດາປະເທດອຸດສາຫະກຳຊັ້ນນຳຂອງໂລກ 7 ປະເທດ (G7) ທີ່ຍັງບໍ່ທັນມີກົດໝາຍການສະໜັບສະໜູນດ້ານກົດໝາຍສຳລັບການແຕ່ງງານກັບເພດດຽວກັນ.

ShareTweetShare
Next Post
ພົບສົບຍາຄູ ຕົກນ້ຳເສຍຊີວິດທີ່ ເຂດວັດບ້ານ ໄຊຍະມຸງຄູນ ວັດໂພທິຍາຮາມ ເມືອງ ອຸທຸມພອນ ເຊໂນ ແຂວງສະຫວັນນະເຂດ

ພົບສົບຍາຄູ ຕົກນ້ຳເສຍຊີວິດທີ່ ເຂດວັດບ້ານ ໄຊຍະມຸງຄູນ ວັດໂພທິຍາຮາມ ເມືອງ ອຸທຸມພອນ ເຊໂນ ແຂວງສະຫວັນນະເຂດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ສັບພະຄຸນປົວ: ຕານເຕັ້ນ,ປາດແຜເກີດຈາກນ້ຳຮ້ອນລວກ ຫລື ຖືກສັດ ກັດຕ່ອຍ

    0 shares
    Share 0 Tweet 0
  • ຂ່າວດີຂອງວັນນີ້! ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວດີ ອີກ59ຄົນ ລວມການປິ່ນປົວດີແລ້ວ297ຄົນ

    0 shares
    Share 0 Tweet 0
  • ທ່ານ ນາງ ວາລີ ເວດສະພົງ ກ່າວ: ຄົນລາວເຮົາກໍ່ມີຄົນເກັ່ງ ຂໍແຕ່ໃຫ້ໂອກາດໃຫ້ທົ່ວຄົນເກັ່ງເຂົ້າໃນວົງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...