ພາຍຫຼັງທ່ານ ພັນຄໍາ ວິພາວັນ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຜູ້ໃໝ່, ໃນເວລາກ່າວຮັບໜ້າທີ່ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວຄົນໃໝ່ ຂອງທ່ານພັນຄໍາ ວິພາວັນ ຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ເມື່ອວັນທີ 22 ມີນາ 2021, ທ່ານກ່າວເນັ້ນວ່າ: ຂ້າພະເຈົ້າຂໍນ້ອມຮັບເອົາຄວາມເຊື່ອໝັ້ນໄວ້ວາງໃຈ ຂອງບັນດາທ່ານສະມາຊິກສະພາ ແຫ່ງຊາດ ກໍ່ຄືຄວາມມຸ້ງຫວັງຂອງປະຊາຊົນບັນດາເຜົ່າ ທີ່ຢາກໃຫ້ ລັດຖະບານຊຸດທີ IX ເປັນລັດຖະບານທີ່ ເວົ້າເເທ້ ທໍາຈິງ, ດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນ ແລະເພື່ອປະຊາຊົນ.

Discussion about this post