ໃນວັນທີ 21/03/2021ເວລາ18:00ນາທີທາງໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດໄດ້ຮັບການປະສານງານຈາກ: ໜວ່ຍກູ້ໄພຂອງປະເທດໄທ ວ່າໄດ້ມີເຮືອຂອງປະຊາຊົນໄດ້ຈົມຢູ່ກາງແມ່ນ້ຳຂອງເຊີ່ງໃນເຮືອລຳດັງກ່າວໄດ້ມີຄົນຢູ່ໃນເຮືອທັງໝົດຈຳນວນ6ຄົນເປັນຊາຍ04ຄົນຍີງ2ຄົນ ທັງໝົດແມ່ນ ສັນຊາດ ( ໄທ )

ໃນເຫດການເຮືອຈົມໃນຄັ້ງນີ້ໄດ້ເຮັດໃຫ້ມີຜູ້ສູນຫາຍຈຳນວນ2ຄົນ ເປັນຊາຍ01ຄົນ ຍີງ01ຄົນ ສ່ວນອີກ04ຄົນແມ່ນສາມາດລອຍນໍ້າເຂົ້າມາຝັ່ງລາວໄດ້ແລະໄດ້ຮັບການຊ່ວຍເຫຼືອຈາກເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງຂອງຝັ່ງລາວ
ສ່ວນຜູ້ທີຍັງສູນຫາຍ02ຄົນແມ່ນທາງໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດ ແລະ ໜ່ວຍກູ້ໄພ ທາງປະເທດ ແລະ ເຈົ້າໜ້າທີພາກສ່ວນທີ່ກ່ຽວຂ້ອງແມ່ນຈະໄດ້ ສົບທົບກັນສືບຕໍ່ຄົ້ນຫາໃນຕອນເຊົ້າຂອງມື້ອື່ນ…

ຈຸດເກີດເຫດ: ບ້ານດອນ ເມືອງ ຫາດຊາຍຟອງແຂວງ ນະຄອນຫຼວງວຽງຈັນດັ່ງນັ້ນ ທາງໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອ ຜູ້ດ້ອຍໂອກາດຂໍສະເເດງຄວາມເສຍໃຈນຳຍາດຕິພີ່ນ້ອງກັບເຫດການຄັ້ງນີ້ດ້ວຍ…

ເຈັບປ່ວຍສຸກເສີນແລະອຸປະຕິເຫດໂທ020 22775959ບໍລິການຟຣີຕະຫຼອດ24’ຊົ່ວໂມງ…….
Discussion about this post