ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 31, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ການນຳພັກ-ລັດ ວາງພວງມາລາ ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ

Staff by Staff
ເດືອນມີນາ 21, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຕອນເຊົ້າວັນທີ 21 ມີນາ 2021 ບັນດາຜູ້ນຳ ພັກ-ລັດ ໄດ້ເຂົ້າວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ທີ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ ຄົບຮອບ 66 ປີ.

ຄະນະທີ່ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ໃນຄັ້ງນີ້ ປະກອບມີ: ຄະນະບໍລິຫານງານສູນກາງພັກ, ຄະນະລັດຖະບານ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ນາຍົກລັດຖະມົນຕີ; ສະພາແຫ່ງ ຊາດ ນຳໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ.

ສະຫະພັນນັກຮົບເກົ່າາ ແລະ ສາມອົງການຈັດຕັ້ງມະຫາຊົນ ນຳໂດຍ ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຄະນະ ພັກ-ຄະນະນໍາກະຊວງປ້ອງກັນປະເທດ,

ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ແລະ ຄະນະພັກ-ຄະນະນໍານະຄອນຫລວງວຽງ ຈັນ ນຳໂດຍ ສະຫາຍ ອານຸພາບ ຕຸນາລົມ, ຄະນະເລຂາທິການສູນກາງພັກ, ເລຂາຄະ ນະບໍລິຫານງານພັກນະຄອນຫລວງວຽງຈັນ, ປະທານສະພາປະຊາຊົນນະຄອນຫລວງວຽງຈັນ.

ການວາງພວງມາລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້ ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ພິລະອາດຫານ ແລະ ບໍ່ຍອມຈຳນົນ ຂອງບັນພະບູລຸດລາວ ກໍ່ຄື ບັນດານັກຮົບປະຕິວັດ ທີ່ເສຍສະຫຼະຊີວິດ, ເລືອດເນື້ອ, ເຫື່ອແຮງ.

ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ແລະ ບໍ່ຍອມຈຳນົນ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ,

ສະຖາປະນາເປັນສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຢ່າງສົມບູນ ແລະ ສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມາຮອດປັດຈຸບັນນີ້.

ShareTweetShare
Next Post
ປັດໄຈທີ່ເຮັດໃຫ້ຄ່າໄຟຟ້າເພີ່ມສູງຂຶ້ນໃນຊ້ວງລະດູການນີ້

ປັດໄຈທີ່ເຮັດໃຫ້ຄ່າໄຟຟ້າເພີ່ມສູງຂຶ້ນໃນຊ້ວງລະດູການນີ້

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...