ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ພົບເຫັນລັກລອບເລື່ອຍໄມ້ໃນປ່າສະຫງວນແຫ່ງຊາດນໍ້າຫ້າ 7.715 ແມັດກ້ອນ

Staff by Staff
ເດືອນມີນາ 19, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ 16 ມີນາຜ່ານມາ, ທ່ານ ທວງນາມ ວົງສາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງນໍ້າທາ, ທ່ານ ຢານ ວິເກວແມນ ຜູ້ອໍານວຍການຫ້ອງການທະນາຄານ KFW ປະຈໍາປະເທດລາວ ພ້ອມດ້ວຍຮອງເຈົ້າເມືອງ 2 ເມືອງຄື: ເມືອງຫຼວງນໍ້າທາ ແລະ ເມືອງສິງ,

ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ຢ້ຽມຢາມ ແລະ ລົງກວດກາຈຸດທົບທວນຄືນຄວາມຄືບໜ້າ ຂອງໂຄງການອະນຸລັກຊີວະນາໆພັນ ແລະ ປ່າໄມ້ແບບປະສົມປະສານ ໂດຍສະເພາະແມ່ນຂອບເຂດປ້ອມກີ່ວລົມ ແລະ ຂອບເຂດບ້ານ ນໍ້າກົ່ງ ເມືອງຫຼວງນໍ້າທາ.

ຄະນະລົງມາຢ້ຽມຢາມ ແລະ ກວດກາ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບ ຄວາມ ຄືບໜ້າຂອງໂຄງການອະນຸລັກຊີວະນາໆພັນ ແລະ ປ່າໄມ້ແບບປະສົມປະສານ ຈາກໜ່ວຍງານປະຈໍາ ປ້ອມກີ່ວລົມ ແລະ ປ້ອມຍາມປ່າຂອບເຂດນໍ້າກົ່ງ. ຈາກນັ້ນຄະນະດັ່ງກ່າວ,

ກໍໄດ້ລົງສົມທົບກັບພະນັກງານກອງກວດກາປ່າໄມ້ແຂວງ ເຄື່ອນໄຫວກວດກາລາດຕະເວນ ຕາມເສັ້ນທາງນໍ້າທາ-ເມືອງສິງ ຊຶ່ງໄດ້ຢຶດສັດປ່າໄດ້ຈໍານວນໜຶ່ງ. ນອກນີ້ຍັງໄດ້ສົມທົບກັບພະນັກງານກອງກວດກາປ່າໄມ້ແຂວງ ແລະ ທະຫານຊາຍແດນ 134 ລົງກວດກາຂອບເຂດບ້ານຫຼັກຄໍາໃໝ່, ບ້ານນໍ້າກົ່ງ ຊຶ່ງໄດ້ພົບເຫັນປະ ຊາຊົນຈໍານວນໜຶ່ງ ຍັງລັກລອບເລື່ອຍໄມ້ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ໂດຍຈໍານວນໄມ້ ທີ່ພົບທັງໝົດມີ 7.715 ແມັດກ້ອນ;

ດັ່ງນັ້ນ, ຈຶ່ງໄດ້ສ້າງບົດບົດບັນທຶກສຶກສາອົບຮົມພວກກ່ຽວ. ການລົງຢ້ຽມຢາມ ແລະ ກວດກາຄັ້ງນີ້, ຍັງໄດ້ເກັບກໍາຂໍ້ມູນດ້ານຊີວະນາໆພັນທີ່ຫຼາກຫຼາຍ ແລະ ອື່ນໆ ເຊັ່ນ: ຮອງຮອຍສັດປ່າ, ຕົ້ນໄມ້, ພືດ, ເຄື່ອງປ່າຂອງດົງ.

ຜ່ານການລົງຢ້ຽມຢາມ ແລະ ກວດກາພື້ນທີ່ຂອບເຂດປ່າສະຫງວນນໍ້າຫ້າ ຍັງໄດ້ເຮັດໃຫ້ປະ ຊາຊົນມີຄວາມເຂົ້າໃຈຫຼາຍຂຶ້ນ ກ່ຽວກັບຄວາມໝາຍຄວາມສໍາຄັນຂອງປ່າໄມ້, ມີຄວາມເຂົ້າໃຈຕໍ່ກັບ ວຽກງານອະນຸລັກຊີວະນາໆພັນ ແລະ ມີຄວາມເຂົ້າໃຈຕໍ່ລະບຽບກົດໝາຍ ຕ້ານການລັກລອບຕັດໄມ້ – ເລື່ອຍໄມ້ແບບຜິດກົດໝາຍ.

ShareTweetShare
Next Post
ການຈອດລົດຕັນທາງລ້ຽວຂວາ ອີກໜຶ່ງສາເຫດທີ່ເຮັດໃຫ້ການຈະລາຈອນແອອັດ

ການຈອດລົດຕັນທາງລ້ຽວຂວາ ອີກໜຶ່ງສາເຫດທີ່ເຮັດໃຫ້ການຈະລາຈອນແອອັດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...