ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 1, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ການຈອດລົດຕັນທາງລ້ຽວຂວາ ອີກໜຶ່ງສາເຫດທີ່ເຮັດໃຫ້ການຈະລາຈອນແອອັດ

Staff by Staff
ເດືອນມີນາ 20, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ລົດຕິດໃນເມືອງຫຼວງໂດຍສະເພາະໃນຊ່ວງເວລາໂມງເຂົ້າການ-ເລີກການ ຫຼື ໃນຍາມມີບຸນເທສະການຕ່າງໆເປັນບັນຫາທີ່ແກ້ໄຂໄດ້ຍາກ ຊຶ່ງເກີດຈາກຫຼາຍປັດໄຈເຊັ່ນ 1. ຈຳນວນທີ່ເພີ່ມຂຶ້ນ 2. ເສັ້ນທາງບາງເສັ້ນຍັງແຄບ ແລະ ເສັ້ນດຽວແບ່ງເປັນສອງເລນ ແລະ 3. ລົດຄັນທີ່ຕ້ອງການໄປທາງຊື່ຜັດຈອດລົດຕັນທາງລ້ຽວຂວາ.

ຫຼາຍຄັ້ງທີ່ຜູ້ຂຽນພົບເຫັນລົດທີ່ຕ້ອງການໄປທາງຊື່ແຕ່ຈອດຕັນທາງລ້ຽວຂວາໃນເວລາຕິດໄຟອຳນາດ ແລະ ເຮັດໃຫ້ລົດຄັນທີ່ຕ້ອງການລ້ຽວຂວານຕ້ອງໄດ້ຢຸດລໍໃຫ້ໄຟຂຽວເປີດເພື່ອໃຫ້ລົດຄັນທາງໜ້າເຄື່ອນຕົວອອກໄປ ກໍລະນີດັ່ງກ່າວເຮັດໃຫ້ລົດຄັນທີ່ຕ້ອງການລ້ຽວຂວາຕ້ອງຈອດລໍຖ້າຈົນກວ່າຈະເຖິງເວລາໄຟຂຽວ

ເລື່ອງນີ້ອາດເບິ່ງຄືວ່າເປັນເລື່ອງເລັກໆນ້ອຍໆ ແຕ່ຫາກເບິ່ງຕາມຄວາມເປັນຈິງແລ້ວມັນກໍເປັນເລື່ອງທີ່ບໍ່ຄວນເບິ່ງຂ້າມ ຊຶ່ງອາດເປັນອີກໜຶ່ງສາເຫດທີ່ເຮັດໃຫ້ການລະບາຍລົດຢູ່ໃນຖະໜົນເກີດຕິດຂັດ ເຮັດໃຫ້ລະບາຍບໍ່ໄດ້ດີເທົ່າທີ່ຄວນ ແລະ ກາຍເປັນການສະສົມລົດໃຫ້ອັ່ງຢູ່ໃນເສັ້ນທາງ ແລະ ຍິ່ງເຮັດໃຫ້ລົດຕິດກວ່າເກົ່າ.

ແນ່ນອນວ່າ ບັນຫາລົດຕິດ ຫຼື ບັນຫາຄົນຈອດລົດຕັນທາງລ້ຽວຂວາໃນທາງເລນດຽວ ຫຼື ໃນທາງຫຼາຍເລນ ຖືເປັນເລື່ອງທີ່ແກ້ໄຂໄດ້ຍາກເນື່ອງຈາກວ່າທຸກຄົນລ້ວນມີຄວາມຕ້ອງການທີ່ຈະຢູ່ທາງໜ້າເພື່ອຈະໄດ້ໄປທັນເວລາໄຟຂຽວເປີດ ແຕ່ການກະທຳນີ້ເບິ່ງໃນອີກມຸມໜຶ່ງກໍເປັນຄວາມເຫັນແກ່ຕົວຂອງ (ບາງຄົນ) ເພາະພຽງເລື່ອງເລັກນ້ອຍທີ່ທ່ານເບິ່ງຂ້າມມັນອາດເຮັດໃຫ້ຄົນອື່ນເດືອດຮ້ອນ ຫຼື ສ້າງຄວາມເສຍຫາຍໄດ້ເຊັ່ນ ກັນ.

ທັງນີ້ ທາງລ້ຽວຂວາທີ່ບໍ່ສົມຄວນຈອດລົດຕັນທີ່ສຸດໃນເວລາຕິດໄຟແດງແມ່ນທາງລ້ຽວຂວາທີ່ຈະໄປສູ່ໂຮງໝໍ ເພາະມັນອາດກີດຂວາງທາງສັນຈອນຂອງລົດໂຮງໝໍທີ່ຈະຜ່ານມາໄດ້ທຸກເມື່ອ ດັ່ງນັ້ນ ພວກເຮົາທຸກຄົນຕ້ອງມີສະຕິໃນການຈອດລົດເວລາຕິດໄຟອຳນາດທຸກຄັ້ງ ພະຍາຍາມຫຼີກເວັ້ນການຈອດຕັນທາງລ້ຽວຂວາໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້.

ບົດຄວາມນີ້ບໍ່ໄດ້ຂຽນມາເພື່ອວິຈານການກະທຳຂອງໃຜ ແຕ່ມີເຈດຕະນາຂຽນຂຶ້ນເພື່ອໃຫ້ທຸກຄົນຄຳນຶງເຖິງການໃຊ້ເສັ້ນທາງຮ່ວມກັນ ຫຼີກເວັ້ນການເຮັດໃຫ້ຄົນອື່ນເດືອດຮ້ອນຖືເປັນສ່ວນໜຶ່ງໃນການຊ່ວຍຫຼຸດບັນຫາລົດຕິດຮ່ວມນຳກັນ.

ຂຽນໂດຍ: ບຸດສະດີ ສາຍນໍ້າມັດ

ShareTweetShare
Next Post
ພາບປະທັບໃຈ !! ປ້າ ນາລີ ສີສຸລິດ ມອບເຄື່ອງບໍລິຈາກ ພ້ອມມອບໂຄງການນ້ຳລິນ ແລະ ໂຮງຮຽນ

ພາບປະທັບໃຈ !! ປ້າ ນາລີ ສີສຸລິດ ມອບເຄື່ອງບໍລິຈາກ ພ້ອມມອບໂຄງການນ້ຳລິນ ແລະ ໂຮງຮຽນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ກົມກົງສູນ ແຈ້ງໃຫ້ປະຊາຊົນສາມາດ ຍື່ນຄຳຮ້ອງຂໍໜັງສືຜ່ານແດນ ຢູ່ 6 ແຂວງດ່ັ່ງນີ້:

    0 shares
    Share 0 Tweet 0
  • ບໍລິສັດ ລົດໄຟລາວ-ຈີນ ສະເໜີລັດຖະບານ ຮັບເງິນຄ່າປີ້ລົດໄຟ, ຂົນສົ່ງ ແລະ ຄ່າທໍານຽມຕ່າງໆເປັນເງິນຕາຕ່າງປະເທດ

    0 shares
    Share 0 Tweet 0
  • ດ່ວນ!!! ພົບສົບແລ້ວ ແຕ່ໄຮ້ປະຕິຫານ ອິນແຕ່ງ ແກ້ວບົວລາ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...