ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 24, ເດືອນກັນຍາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເປີດສູນກວດສຸຂະພາບແຮງງານພາຍ ໃນ ແລະ ຕ່າງປະເທດ ຢູ່ໂຮງໝໍມະໂຫສົດ

Staff by Staff
ເດືອນມີນາ 17, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ 16 ມີນາ 2021 ກະຊວງສາທາລະນະສຸກ ຮ່ວມກັບ ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ, ກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ, ທ່ານ ນາງ ວຽງສະຫວັນ ຊາມົນຕີ ປະທານສູນ ກວດສຸຂະພາບແຮງງານພາຍໃນ ແລະ ແຮງງານຕ່າງປະເທດ ໂຮງໝໍມະໂຫສົດ, ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສູນດັ່ງກ່າວ, ຕັ້ງຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫລວງວຽງຈັນ, ເພື່ອສະໜອງການບໍລິການກວດສຸຂະພາບ ໃຫ້ຜູ້ອອກແຮງງານປະຈໍາປີ ໃຫ້ໄດ້ມາດຕະຖານ ແລະ

ຮັບປະກັນການປ້ອງກັນສຸຂະພາບ ຂອງຜູ້ອອກແຮງງານ ສອດຄ່ອງກັບສິດທິຂອງຕົນຕາມກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການກ່ຽວຂ້ອງກໍານົດໄວ້. ພ້ອມນີ້, ກໍເພື່ອອໍານວຍຄວາມສະດວກໃຫ້ຜູ້ອອກແຮງງານກວດເຊັກສຸຂະພາບຂອງຕົນ ຢູ່ໃນສະຖານທີ່ເຮັດວຽກ ແລະ ສ້າງຖານເກັບກໍາຂໍ້ມູນດ້ານສຸຂະພາບຂອງຜູ້ອອກແຮງງານໃນການເຮັດວຽກ, ປ້ອງກັນ ແລະ ຮັກສາໃຫ້ທັນຕໍ່ພະຍາດຕ່າງໆ ທີ່ອາດຈະເກີດຂຶ້ນຈາກການເຮັດວຽກ ເພື່ອປ້ອງກັນ ແລະ ປິ່ນປົວໃຫ້ທັນເວລາ.ທ່ານ ນາງ ວຽງສະຫວັນ ຊາມົນຕີ ໄດ້ກ່າວວ່າ: ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດຂອແຫ່ງນີ້ ແມ່ນໄດ້ຮັບການສະໜັບສະໜູນ ແລະ ເອື້ອອໍານວຍຄວາມສະດວກຈາກພາກລັດຖະບານ

ພາຍໃຕ້ເງື່ອນໄຂ ແລະ ສະພາບແຫ່ງຄວາມຮຽກຮ້ອງຕ້ອງການຂອງວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ທາງດ້ານວຽກງານຄວາມປອດໄພ ແລະ ສຸຂະ ພາບແຮງງານ ຕາມທີ່ໄດ້ກໍານົດໄວ້ໃນນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ກ່ຽວກັບການປ້ອງກັນການເກີດພະຍາດຕ່າງໆ ຈາກການເຮັດວຽກຂອງຊາວຜູ້ອອກແຮງງານ ແລະ ໄດ້ຮັບການສ້າງຕັ້ງຂຶ້ນ ພາຍໃຕ້ການຊີ້ນຳຈາກການນຳຂັ້ນສູງຂອງກະຊວງສາທາລະນະສຸກ ແລະ ກະຊວງ ຮສສ ໂດຍການຮ່ວມມືກັນກັບກົມຄຸ້ມຄອງ

ແຮງງານ ໂດຍເຮັດໜ້າທີ່ຕົ້ນຕໍກ່ຽວກັບການກວດສຸຂະພາບແຮງງານປະຈຳປີ ແບບເປັນລະບົບຄົບຊຸດ ແລະ ທັນສະໄໝອີກແຫ່ງໜຶ່ງ ຢູ່ ສປປ ລາວ. ສະນັ້ນ, ການເຮັດໜ້າທີ່ບໍລິການກວດສຸຂະພາບປະຈໍາປີ ຂອງຜູ້ອອກແຮງງານ ກໍເປັນສິ່ງໜຶ່ງທີ່ສໍາຄັນ ແລະ ເປັນກຽດອັນສູງສົ່ງສໍາລັບຂ້າພະເຈົ້າ. ສູນກວດສຸຂະພາບແຫ່ງນີ້, ຈະເປັນຖານຂໍ້ມູນຂ່າວສານດ້ານສຸຂະ ພາບຂອງຜູ້ອອກແຮງງານໃນທົ່ວປະເທດ.

ShareTweetShare
Next Post
ແຈ້ງການດ່ວນເມືອງ ທ່າໂທມ ສັ່ງຫ້າມເຂົ້າຫາກິນຢູ່ປ່າ ແຕ່ວັນທີ 15-30 ມີນາ 2021

ແຈ້ງການດ່ວນເມືອງ ທ່າໂທມ ສັ່ງຫ້າມເຂົ້າຫາກິນຢູ່ປ່າ ແຕ່ວັນທີ 15-30 ມີນາ 2021

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ຂ່າວດີຂອງວັນນີ້! ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວດີ ອີກ59ຄົນ ລວມການປິ່ນປົວດີແລ້ວ297ຄົນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...