ຫຼາຍໆຄົນອາດຈະມັກດື່ມນຳ້ເຢັນຈັດເປັນປະຈຳ ໂດຍທີ່ບໍ່ຮູ້ວ່າມັນກຳລັງທຳຮ້າຍຮ່າງກາຍໃນສ່ວນຕ່າງໆຂອງທ່ານຢູ່ ເຊັ່ນ: ໄປແລ່ນອອກກຳລັງກາຍເມື່ອຍໆຖ້າໄດ້ດື່ມນຳ້ເຢັນກໍ່ຈະຄັກສຸດໆໄປເລີຍ ການທີ່ຮ່າງກາຍເຮົາຮ້ອນແລ້ວໄປດື່ມນຳ້ເຢັນໆ ນັ້ນຮູ້ບໍວ່າມັນຈະທຳຮ້າຍຮ່າງກາຍເຮົາແນວໃດແດ່ໄປອ່ານບົດຄວາມລຸ່ມນີ້ເລີຍ:

ນ້ຳເຢັນທຳຮ້າຍຮ່າງກາຍແນວໃດແດ່?ການດື່ມນ້ຳເຢັນຈັດໃນເວລາທີ່ໄວທີ່ສຸດອາດເຮັດໃຫ້ເກີດອາການ brain freeze ຫຼື ອາການເຢັນຈົນຂື້ນສະໝອງ ເຈັບຫົວໃນຊົ້ວຂະນະໄດ້ ໂດຍເປັນຂະບວນການຂອງສະໝອງທີ່ສັ່ງການໃຫ້ເລືອດມາໄຫຼວຽນບໍລິເວນທີ່ເຢັນຈັດ ແບບກະທັນຫັນເຮັດໃຫ້ຫຼອດເລືອດບໍລິເວນນັ້ນອຸ່ນຂື້ນ ແລະ ຂະຫຍາຍເລືອດໃຫ້ໃຫຍ່ຂື້ນຈົນໄປກະຕຸ້ນປະສາດສ່ວນທີ່ຮັບຮູ້ເຖີງຄວາມເຈັບປວດໄປດ້ວຍ ຈີ່ງເກີດອາການເຈັບຫົວ ແລະ ເປັນສາເຫດຂອງການຜິດປົກະຕິຂອງຮ່າງກາຍຕໍ່ໄປນີ້:

ຍ່ອຍອາຫານໄດ້ຍາກຂື້ນ: ຫຼາຍຄົນຕິດນິໄສກິນເຂົ້າແລ້ວຄຳສຸດທ້າຍເມື່ອໃດ ກໍ່ຕ້ອງດື່ມນຳ້ເຢັນໆ ຕາມລົງໄປທັນທີກໍ່ເພື່ອລ້າງປາກ ແລະ ເພື່ອໃຫ້ຍ່ອຍອາຫານໄດ້ດີຂື້ນ ແຕ່ແທ້ໆ ແລ້ວນຳ້ເຢັນຈັດນັ້ນຈະໄປເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກຜິດປົກກະຕິຕ່າງຫາກ.

ຮ້ອນໃນຖາມຫາ: ຢ່າງທີ່ຮູ້ກັນວ່າ ມະນຸດເຮົາເປັນສັດເລືອດອຸ່ນ ຖ້າອາກາດດ້ານນອກຮ້ອນຈັດແບບນີ້ ຖ້າເຮົາດື່ມນຳ້ເຢັນໆ ເຂົ້າໄປຮ່າງກາຍກໍ່ຕ້ອງປັບອຸນຫະພູມຫຼາຍຂື້ນ ເມື່ອອຸນຫະພູມໃນຮ່າງກາຍປ່ຽນໄປແບບນີ້ແລ້ວ ອາການຮ້ອນໃນກໍ່ຈະຖາມຫາໄດ້.

ເຈັບປ່ວຍໄດ້ງ່າຍ: ບ້ານເຮົາເປັນເມືອງຮ້ອນ ຫາກເຮົາດື່ມນຳ້ເຢັນໃນຊ່ວງອາກາດຮ້ອນຈັດ ຈະເຮັດໃຫ້ເຮົາເຈັບປ່ວຍໄດ້ງ່າຍຂື້ນ ເພາະຮ່າງກາຍປັບອຸນຫະພູມບໍ່ທັນ ແຕກຕ່າງຈາກຄົນທີ່ອາໃສຢູ່ໃນເມືອງໜາວ ທີ່ຄວນດື່ມນຳ້ເຢັນບໍ່ໄດ້ກະທົບຕໍ່ສຸຂະພາບຫຼາຍປານໃດ ເພາະເປັນນຳ້ທີ່ມີອຸນຫະພູມບໍ່ແຕກຕ່າງກັບອາກາດດ້ານນອກນັ້ນເອງ.

ເຈັບທ້ອງປະຈຳເດືອນຫຼາຍຂື້ນ ( ຜູ້ຍິງ): ຂໍ້ນີ້ສາວໆຕ້ອງຈື່ໄວ້ເລີຍວ່າ ຖ້າຊ່ວງນັ້ນທ່ານເປັນປະຈຳເດືອນ ຫ້າມດື່ມນຳ້ເຢັນເດັດຂາດຖ້າບໍ່ຢາກເຈັບທ້ອງເພີ່ມຂື້ນ ເພາະເວລາເຮົາເຈັບທ້ອງປະຈຳເດືອນ ຫາກດື່ມນຳ້ເຢັນເຂົ້າໄປ ຈະເຮັດໃຫ້ມົດລູກບີບໂຕ ຮັດໂຕຫຼາຍຂື້ນ ກໍ່ຈະເຮັດໃຫ້ເຮົາຍິ່ງເຈັບທ້ອງເພີ່ມຂື້ນ ແລະ ນຳ້ເຢັນຍັງເຮັດໃຫ້ປະຈຳເດືອນຢຸດອີກສາວໆ.

ສີ່ງທີ່ໄດ້ຕາມມາອີກກໍ່ຄື:1. ຖ່າຍເບົາຕະຫຼອດ2. ປວດຫຼັງປວດແອວຕະຫຼອດ3. ປວດເມືອຍຕາມຮ່າງກ່າຍໂດຍສະເພາະຕາມຄໍ້ຕ່າງໆ

ທ້ອງອື່ດທ້ອງເຟີ່ ຍ່ອຍອາຫານຊ້າລົງ ເພາະໄຂມັນໃນອາຫານຈັບເປັນກ້ອນເປັນໄຂເຮັດໃຫ້ກະເພາະເຮັດວງກໜັກຂື້ນໃຊ້ເວລາຍ່ອຍດົນ5. ມີອາການຫຼອດເລືອດຕີບຫຼອດເລືອດແຂງຈົນເປັນເຫດຂອງການເກີດໂລກເສັ່ນເລືອດຕີບ ອຳມະພືກ ອຳມະພາດ.
Discussion about this post