ແຫລ່ງຂ່າວຈາກແຂວງຄຳມ່ວນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ຄຳປອນ ກາລີແກ້ວດວງສອນ ຮອງເລຂາພັກເມືອງ ແລະ ທ່ານ ສາຍສະໜອມ ສົມນຸກຄຳຈັນ ຮອງອົງການກາແດງແຂວງຄຳມ່ວນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ມອບເຄື່ອງຊ່ວຍເຫລືອໃຫ້ແກ່ພໍ່ແມ່ປະຊາຊົນຈຳນວນ 4 ບ້ານຄື: ບ້ານແກ້ງຕາປາ, ບ້ານໜອງກຸ້ງ,
![](https://kkklao.com/wp-content/uploads/2021/03/Screenshot_2021-03-13-13-21-43-29-1024x676.jpg)
ບ້ານລະຈັງ ແລະ ບ້ານຫີນລັບ ເມືອງບົວລະພາ ເຊິ່ງປະກອບມີ:ເຄື່ອງນຸ່ງຫົ່ມ, ຜ່າຫົ່ມ ແລະ ເຄື່ອງໃຊ້ພາຍໃນເຮືອນຄົວຈໍານວນໜຶ່ງ ລວມມູນຄ່າທັງໝົດ 21 ລ້ານກວ່າກີບ
![](https://kkklao.com/wp-content/uploads/2021/03/Screenshot_2021-03-13-13-21-35-01-1024x669.jpg)
ການມອບເຄື່ອງຊ່ວຍເຫລືອປະຊາຊົນ 4 ບ້ານດັ່ງກ່າວ ເພື່ອຊ່ວຍເຫລືອ ແລະ ບັນເທົາທຸກໃຫ້ແກ່ ພໍ່ແມ່ປະຊາຊົນ ທີ່ຢູ່ຫ່າງໄກສອກຫລີກ ທີ່ຍັງຂາດເຂີນຕົວຈິງພາຍໃນເມືອງບົວລະພາ ແລະ ໂອກາດດຽວກັນ ຍັງໄດ້ມອບເຄື່ອງຊ່ວຍເຫລືອ ຈຳນວນໜຶ່ງໃຫ້ຄອບຄົວທີ່ປະສົບກັບອັກຄີໄພ (ໄຟໃໝ້ເຮືອນ) ຢູ່ທີ່ບ້ານໜອງກຸ້ງ ເມືອງບົວລະພາ ຕື່ມອີກ.
Discussion about this post