ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 31, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ດ່ວນທີ່ສຸດມື້ນີ້! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 1 ຄົນ ເປັນເພດຊາຍ ແຮງງານຕ່າງປະເທດ

Staff by Staff
ເດືອນມີນາ 13, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ລາຍງານສະຖານະການ ໂ ຄ ວິ ດ ​ ປະຈຳວັນ​ທີ​ 13​ ມີນາ​ 2021​ ກວດພົບຜູ້ຕິດເຊື້ອໃໝ່ 1 ຄົນ, ເດີນທາງມາຈາກຕ່າງປະເທດ

ດ່ວນ ເຊົ້າວັນທີ 13 ມີນາ 2021 ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພ ະ ຍ າ ດ ໂ ຄ ວິ ດ ລາຍງານວ່າຜົນກວດເຊື້ອຕົວຢ່າງ ໃນວັນທີ 12 ມີນາ ພົບຜູ້ຕິດເຊື້ອ ໂ ຄ ວິ ດ ຈຳນວນ 1 ຄົນ ອາຍຸ 53​ ປີ ສັນຊາດ ອິນໂດເນເຊຍ ເປັນນໍ້າເບີ 49.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານວ່າ:  ການເຝົ້າລະວັງ ໂ ຄ ວິ ດ ຢູ່ ສປປ ລາວ ວັນທີ 12 ມີນາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.391 ຄົນ: ໃນນັ້ນຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1.803 ຄົນ; ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 34 ຄົນ;​ ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 375 ຄົນ; ຈຸດຜ່ານດ່ານສະໜາມບິນສາກົນວັດໄຕ ທັງໝົດ 179 ຄົນ; ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດຊອກຫາຜູ້ຕິດເຊື້ອໂຄວິດ

ທ່ານກ່າວຕື່ມວ່າ: ໃນວັນທີ 12 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 466 ຄົນ;  ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ, ລາຍລະອຽດດັ່ງນີ້: ຜູ້ຕິດເຊື້ອນ້ຳເບີ 49​ ເພດຊາຍ,​ອາຍຸ 53​ ປີ, ສັນຊາດ: ອິນໂດເນເຊຍ, ເຮັດວຽກຢູ່ບໍລິສັດແຫ່ງໜຶ່ງຢູ່ຕ່າງແຂວງ; ຜູ້ກ່ຽວຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ.

ປະຫວັດຂອງຜູ້ກ່ຽວ: ຜູ້ກ່ຽວແຂງແຮງດີ, ບໍ່ມີອາການສະແດງຫຍັງ ແລະ ໄດ້ກວດຊອກຫາ ໂ ຄ ວິ ດ ຢຸ່ປະເທດອິນໂດເນເຊຍ ກ່ອນເດີນທາງເຂົ້າມາ ສປປ ລາວ ຜົນກວດແມ່ນບໍ່ພົບເຊື້ອ; ໃນວັນທີ 10 ມີນາ 2021 ໄດ້ເດີນທາງຈາກປະເທດອິນໂດເນເຊຍ ຫາ ປະເທດມາເລເຊຍ ແລະ ເດີນທາງມາຮອດ ສປປ ລາວ ໃນວັນທີ 11 ມີນາ 2021 ດ້ວຍຖ້ຽວບິນ AK7554 ພ້ອມທັງ ໄດ້ເກັບຕົວຢ່າງຜູ້ກ່ຽວກວດຊອກຫາເຊື້ອ ໂ ຄ ວິ ດ. ໃນວັນທີ 12 ມີນາ 2021 ຜົນກວດວິເຄາະ ຢັ້ງຢືນວ່າ ພົບເຊື້ອ ໂ ຄ ວິ ດ ຈຶ່ງໄດ້ນຳສົ່ງຜູ້ກ່ຽວ ເຂົ້ານອນແຍກປ່ຽວ,​ ຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້ ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 25 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະ, ເຫັນວ່າ ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ,​ ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.

ສຳລັບ ການຕິດຕາມຜູ້​ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່​ ທີ່ກຳ​ນົດ​ໄວ້​ ໃນ​ຂອບ​ເຂດທົ່ວປະເທດປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ​ 3.750 ຄົນ, ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 121.483 ຕົວຢ່າງ, ກວດພົບເຊື້ອສະສົມ 48 ຄົນ.ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປະຈຸບັນ ຜູ້ຕິດເຊື້ອ ພ ະ ຍ າ ດ ໂ ຄ ວິ ດ ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍຈຳນວນ 7 ຄົນ (ນະຄອນຫຼວງ 4 ຄົນ, ຈຳປາສັກ 2 ຄົນ ແລະ ສະຫວັນນະເຂດ 1​ ຄົນ), ທັງ 7 ຄົນ ທີ່ຕິດຕາມປິ່ນປົວ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.

ShareTweetShare
Next Post
ປະຊາຊົນ 4 ບ້ານ ຢູ່ເມືອງບົວລະພາ ໄດ້ຮັບເຄື່ອງຊ່ວຍເຫລືອ

ປະຊາຊົນ 4 ບ້ານ ຢູ່ເມືອງບົວລະພາ ໄດ້ຮັບເຄື່ອງຊ່ວຍເຫລືອ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...