ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 5, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປີ 2020 ຜ່ານມານີ້ 11 ເມືອງທົ່ວແຂວງໄຊຍະບູລີ ຈັດເກັບລາຍຮັບເກີນແຜນດັດແກ້

Staff by Staff
ເດືອນມີນາ 10, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ປີ 2020 ຜ່ານມານີ້ ບັນດາເມືອງທົ່ວແຂວງໄຊຍະບູລີ ຈັດເກັບລາຍຮັບເຂົ້າງົບປະມານແມ່ນໄດ້ເກີນແຜນການດັດແກ້, ມີບາງເມືອງປະຕິບັດລາຍຮັບເກີນແຜນເບື້ອງຕົ້ນ ແລະ ມີບາງເມືອງເປັນເມືອງປອດໜີ້; ເມືອງທີ່ເກັບລາຍຮັບລື່ນແຜນເບື້ອງຕົ້ນມີ 5 ເມືອງ ຄື: ເມືອງເງິນ, ເມືອງທົ່ງມີໄຊ, ເມືອງແກ່ນທ້າວ, ເມືອງບໍ່ແຕນ, ເມືອງຄອບ. ສ່ວນເມືອງປອດໜີ້ມີ 2 ເມືອງຄື: ເມືອງທົ່ງມີໄຊ ແລະ ເມືອງບໍ່ແຕນ.

ທ່ານ ວັນດາວ ແວວທະນັດສີ ຫົວໜ້າພະແນກການເງິນ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນສົກປີ 2020 ຜ່ານມາ ການຈັດຕັ້ງປະຕິບັດການແບ່ງຂັ້ນຄຸ້ມຄອງລາຍຮັບ-ລາຍຈ່າຍ ໃຫ້ເມືອງຄຸ້ມຄອງຕາມແຜນເບື້ອງຕົ້ນລາຍຮັບມີ 43,03 ຕື້ກີບ, ແຜນດັດແກ້ 33,58 ຕື້ກີບ ສາມາດປະຕິບັດໄດ້ທັງໝົດ 42,37 ຕື້ກີບ ເທົ່າກັບ 98,46% ຂອງແຜນເບື້ອງຕົ້ນ ແລະ ເທົ່າກັບ 126,18% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນ ເທົ່າກັບ 64,54% ໃນນີ້ລາຍຮັບສ່ວຍສາອາກອນແຜນເບື້ອງຕົ້ນ 40,79 ຕື້ກີບ ແລະ ເທົ່າກັບ 31,34 ຕື້ກີບ ຂອງແຜນດັດແກ້, ປະຕິບັດໄດ້ 39,92 ຕື້ກີບ ເທົ່າກັບ 97,87% ຂອງແຜນເບື້ອງຕົ້ນ ແລະ ເທົ່າກັບ 127,38% ຂອງແຜນດັດແກ້.

ຄຸ້ມຄອງຊັບສິນຂອງລັດ ແຜນເບື້ອງຕົ້ນ 2,23 ຕື້ກີບ ແລະ ປະຕິບັດໄດ້ 2,44 ຕື້ກີບ ເທົ່າກັບ 109,28%; ໃນນີ້ເມືອງໄຊຍະບູລີ ປະຕິບັດໄດ້ 5,21 ຕື້ກີບ ເທົ່າກັບ 87,50% ຂອງແຜນເບື້ອງຕົ້ນ ແລະ ເທົ່າກັບ 120,66% ຂອງແຜນດັດແກ້, ເມືອງພຽງ ປະຕິບັດໄດ້ 3,32 ຕື້ກີບ ເທົ່າກັບ 83,59% ຂອງແຜນເບື້ອງຕົ້ນ ເທົ່າກັບ 109,94% ຂອງແຜນດັດແກ້, ເມືອງປາກລາຍປະຕິບັດໄດ້ 8,41 ຕື້ກີບ ເທົ່າກັບ 97,90% ຂອງແຜນເບື້ອງຕົ້ນ ເທົ່າກັບ 118,01% ຂອງແຜນດັດແກ້, ເມືອງທົ່ງມີໄຊປະຕິບັດໄດ້ 1,48 ຕື້ກີບ ເທົ່າກັບ 128,26% ຂອງເບື້ອງຕົ້ນ ເທົ່າກັບ 129,95% ຂອງແຜນດັດແກ້, ເມືອງແກ່ນທ້າວປະຕິບັດໄດ້ 6,96 ຕື້ກີບ ເທົ່າກັບ 118,55% ຂອງແຜນເບື້ອງຕົ້ນ ເທົ່າກັບ 122,12% ຂອງແຜນດັດແກ້, ເມືອງບໍ່ແຕນປະຕິບັດໄດ້ 2,32 ຕື້ກີບ ເທົ່າກັບ 104,49% ຂອງແຜນເບື້ອງຕົ້ນ ເທົ່າກັບ 111,27% ຂອງ

ແຜນດັດແກ້, ເມືອງຫົງສາປະຕິບັດໄດ້ 5,21 ຕື້ກີບ ເທົ່າກັບ 82,43% ຂອງແຜນເບື້ອງຕົ້ນ ເທົ່າກັບ 132,89% ຂອງແຜນດັດແກ້, ເມືອງເງິນປະຕິບັດໄດ້ 3,37 ຕື້ກີບ ເທົ່າກັບ 113,37% ຂອງແຜນເບື້ອງຕົ້ນ ເທົ່າກັບ 204,28% ຂອງແຜນດັດແກ້, ເມືອງຊຽງຮ່ອນປະຕິບັດໄດ້ 2,26 ຕື້ກີບ ເທົ່າກັບ 90,16% ຂອງແຜນເບື້ອງຕົ້ນ ເທົ່າກັບ 113,02 ຂອງແຜນດັດແກ້, ເມືອງຄອບປະຕິບັດໄດ້ 2,92 ຕື້ກີບ ເທົ່າກັບ 117,53% ຂອງແຜນເບື້ອງຕົ້ນ ເທົ່າກັບ 159,79% ຂອງແຜນດັດແກ້ ແລະ ເມືອງໄຊສະຖານປະຕິບັດໄດ້ 0,50 ຕື້ກີບ ເທົ່າກັບ 93,76% ຂອງແຜນເບື້ອງຕົ້ນ ເທົ່າກັບ 114,87% ຂອງແຜນດັດແກ້.ສ່ວນດ້ານລາຍຈ່າຍຂັ້ນເມືອງຄຸ້ມຄອງປະຕິບັດໄດ້ 28,11 ຕື້ກີບ ເທົ່າກັບ 100% ຂອງແຜນປີ; ໃນນີ້ຈ່າຍບໍລິຫານແຜນ 21,16 ຕື້ກີບ ປະຕິບັດໄດ້ 21,16 ຕື້ກີບ ເທົ່າກັບ 100% ຂອງແຜນປີ. ຈ່າຍດັດສົມ-ສົ່ງເສີມ

ແຜນ 6,50 ຕື້ກີບ, ແຜນດັດແກ້ 6,50 ຕື້ກີບ ເທົ່າກັບ 100% ຂອງແຜນການປີ. ທ່ານຍັງໃຫ້ຮູ້ຕື່ມວ່າ: ສາເຫດການເກັບລາຍຮັບໃນແຕ່ລະເມືອງໄດ້ລື່ນແຜນການດັດແກ້ ຍ້ອນການນໍາສາຍຕັ້ງກະຊວງການເງິນ, ອົງການປົກຄອງແຂວງ, ຄະນະນໍາພະແນກການເງິນ ໄດ້ສຸມໃສ່ຊີ້ນໍາ-ນໍາພາວຽກງານຮອບດ້ານຂອງຂະແໜງການເງິນເປັນປົກກະຕິ, ເຮັດໃຫ້ວຽກງານການເງິນ-ງົບປະມານຮັກສາໄດ້ສະຖຽນລະພາບທາງດ້ານງົບປະມານ-ການເງິນ ໂດຍພື້ນຖານພະນັກງານ-ລັດຖະກອນຂັ້ນເມືອງ ໄດ້ເອົາໃຈໃສ່ປະຕິບັດຕໍ່ໜ້າທີ່ວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ຈຶ່ງເຮັດໃຫ້ແຂວງໄຊຍະບູລີ ເວົ້າລວມ, ເວົ້າສະເພາະ ກໍ່ຄືຂະແໜງການເງິນບັນດາເມືອງທົ່ວແຂວງ ສາມາດສ້າງລາຍຮັບໄດ້ເກີນແຜນດັດແກ້ ບໍ່ມີໜີ້ ຢືມເງິນລ່ວງໜ້າ ລະບົບຄັງເງິນເກີດຂຶ້ນຍ້ອນແຕ່ລະເມືອງປະຕິບັດໄດ້ລະບອບປະຢັດມັດທະຢັດ.

ShareTweetShare
Next Post
ຫຍ້າຄີໄຟ ເປັນຢາດີຫ້າມເລືອດ, ເລືອດດັງອອກ, ຮາກອອກເລືອດ, ຍ່ຽວຍາກ, ອັບເສບຕັບ.

ຫຍ້າຄີໄຟ ເປັນຢາດີຫ້າມເລືອດ, ເລືອດດັງອອກ, ຮາກອອກເລືອດ, ຍ່ຽວຍາກ, ອັບເສບຕັບ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊັດລັບແຊັດຫຼຸດ ຄູບາ Ft. ແມ່ອອກ ຄົນທີ່ເອີ້ນຕົນເອງວ່າ ຢູ່ໃນສິນກິນໃນທຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...