ເມື່ອເຖິງໄລຍະໃດໜຶ່ງຂອງຊີວິດ ທ່ານອາດຕ້ອງພົບກັບການມາຂໍຄວາມຊ່ວຍເຫລືອເລື່ອງເງິນຈາກຍາດຕິພີ່ນ້ອງ ຫລື ໝູ່ສະໜິດ, ບາງຄົນອາດຈະເບິ່ງວ່າເລື່ອງແບບນີ້ຕ້ອງປະຕິເສດຢ່າງດຽວ ເພາະໂອກາດທີ່ຈະໄດ້ຮັບເງິນຄືນນັ້ນມີໜ້ອຍ, ແຕ່ຫລາຍໆຄົນມັກຈະມີນ້ຳໃຈເປັນພິເສດຕໍ່ຍາດຕິພີ່ນ້ອງທີ່ຮັກ ເມື່ອໃດທີ່ທ່ານບໍ່ສາມາດປະຕິເສດການໃຫ້ຍືມເງິນໄດ້ ຢ່າງໜ້ອຍທີ່ສຸດຄວນຫລີກເວັ້ນ 3 ສິ່ງນີ້ :
![](https://kkklao.com/wp-content/uploads/2021/03/Screenshot_20210309_204859-1-1024x658.jpg)
1. ລືມບອກຜົວ ຫລື ເມຍ : ຫາກທ່ານແຕ່ງດອງແລ້ວ ຢ່າໃຫ້ຍາດຕິພີ່ນ້ອງ ຫລື ໃຜຢືມເງິນໂດຍບໍ່ບອກຜົວ ຫລື ເມຍຂອງຕົນກ່ອນ ສຳລັບຄົນທີ່ໃຊ້ຊີວິດຄູ່ຮ່ວມກັນນັ້ນ ເລື່ອງເງິນຖືເປັນຄວາມຮັບຜິດຊອບຮ່ວມກັນ ແລະ ການໃຫ້ຢືມເງິນກໍເປັນສິ່ງທີ່ຄູ່ຊີວິດຂອງທ່ານຄວນຮັບຮູ້ນຳ.
![](https://kkklao.com/wp-content/uploads/2021/03/borrow-money-1024x684-1.jpg)
ການບໍ່ລົມກັນເວລາຕັດສິນໃຈເລື່ອງເງິນໆຄຳໆ ເຊັ່ນ : ການໃຫ້ຍາດຕິພີ່ນ້ອງຢືມເງິນ ອາດເຮັດໃຫ້ເກີດບັນຫາໃນຊີວິດຄູ່ໄດ້. ຜົວ ຫລື ເມຍຂອງທ່ານຈະຕ້ອງໄດ້ຮູ້ວ່າທ່ານກຳລັງໃຫ້ໃຜຢືມເງິນ, ເປັນຈຳນວນເງິນເທົ່າໃດ ແລ້ວເປັນຫຍັງຈຶ່ງຢືມ ເຊິ່ງຜົວ ຫລື ເມຍອາດບໍ່ເຫັນດີນຳກໍມີ ບໍ່ວ່າຈະຍ້ອນເຫດຜົນໃດກໍຕາມ, ແຕ່ນັ້ນໝາຍຄວາມວ່າທ່ານອາດຕ້ອງປະຕິເສດບໍ່ໃຫ້ຍາດຕິພີ່ນ້ອງຄົນນັ້ນຢືມເງິນ.
ແນວໃດກໍຕາມ, ທ່ານກໍຍັງສາມາດຊ່ວຍຍາດຕິພີ່ນ້ອງຂອງທ່ານໃນການຫາແຫ່ລງ ຄວາມຊ່ວຍເຫລືອຈາກບ່ອນອື່ນໄດ້ຢູ່.
![](https://kkklao.com/wp-content/uploads/2021/03/bigstock-Close-up-Of-Unrecognizable-Bla-317560765.jpg)
2. ບໍ່ເຮັດສັນຍາກັນໄວ້ : ເມື່ອທ່ານໃຫ້ຍາດຕິພີ່ນ້ອງຢືມເງິນ ກໍຄວນມີການເຊັນສັນຍາເພື່ອເປັນການຮັບປະກັນວ່າທ່ານຈະໄດ້ເງິນກັບຄືນມາ ໂດຍສະເພາະແມ່ນເມື່ອໃຫ້ຢືມເປັນຈຳນວນຫລາຍ ຢ່າງໜ້ອຍກໍໃຫ້ຂຽນສັນຍາບົ່ງບອກວ່າເງິນທີ່ຢືມໄປມີເທົ່າໃດ, ການຈ່າຍຄືນຈະຈ່າຍແນວໃດ ແລະ ຕ້ອງຈ່າຍຄືນທັງໝົດກ່ອນວັນທີເທົ່າໃດ ແລະ ລະບຸຕື່ມວ່າມີການຄິດໄລ່ດອກເບ້ຍກັນແບບໃດ.
![](https://kkklao.com/wp-content/uploads/2021/03/Screenshot_20210309_204859-1024x658.jpg)
ທ່ານຄວນຈະໃຫ້ທະນາຍຄວາມ ຫລື ນາຍບ້ານມາເຊັນສັນຍາໃຫ້ເລີຍກໍໄດ້ ຫລື ນຳເອົາເອກະສານສັນຍານັ້ນເປັນສັນຍາຢ່າງ ເປັນທາງການ ເຖິງວ່າການເຮັດແບບນີ້ອາດຈະເຮັດໃຫ້ທ່ານກັບພີ່ນ້ອງຮູ້ສຶກບໍ່ສະບາຍໃຈ, ແຕ່ການມີສັນຍາຢ່າງເປັນທາງການແບບນີ້ນອກຈາກຈະມີປະໂຫຍດຕໍ່ໂຕທ່ານເອງແລ້ວ ຍັງເປັນປະໂຫຍດຕໍ່ຍາດພີ່ນ້ອງນຳອີກ.
![](https://kkklao.com/wp-content/uploads/2021/03/Screenshot_20210309_204908-1024x684.jpg)
3. ໃຫ້ຍາດຕິພີ່ນ້ອງໃຊ້ບັດເຄຣດິດ : ຢ່າໃຫ້ສະມາຊິກໃນຄອບຄົວ ຫລື ຍາດຕິພີ່ນ້ອງໃຫ້ບັດເຄຣດິດຂອງທ່ານໂດຍເດັດຂາດ, ບັດເຄຣດິດ ຫລື ບັດເອທີເອັມຂອງທ່ານຈະເປັນຂອງທ່ານ ແລະ ການຊື້ສິນຄ້າ ແລະ ໃຊ້ບໍລິການຫຍັງກໍຕາມ ຖືເປັນຄວາມຮັບຜິດຊອບຂອງທ່ານ ຫາກຈະໃຫ້ຍາດຕິພີ່ນ້ອງຢືມເງິນ ຄວນໃຫ້ໃນຮູບແບບຂອງເງິນສົດ ຫລື ແຊັກຈະດີກ່ວາ ເງິນນັ້ນຈຶ່ງຈະຈັບຕ້ອງໄດ້.
![](https://kkklao.com/wp-content/uploads/2021/03/Screenshot_20210309_204915-1024x683.jpg)
ຈື່ໄວ້ສະເໝີວ່າເມື່ອທ່ານໃຫ້ສະມາຊິກໃນຄອບຄົວ ຫລື ຍາດຕິພີ່ນ້ອງຢືມເງິນ ທ່ານອາດບໍ່ໄດ້ເຫັນເງິນກ້ອນນັ້ນກັບຄືນມາອີກເລີຍ ເພາະພວກເຂົາອາດຈະຖືວ່າທ່ານໃຫ້ເປັນຂອງຂັວນ ແລະ ຮູ້ສຶກວ່າບໍ່ຈຳເປັນຕ້ອງສົ່ງຄືນເງິນທ່ານ.
![](https://kkklao.com/wp-content/uploads/2021/03/Screenshot_20210309_204922-1024x662.jpg)
ດັ່ງນັ້ນ, ທ່ານຄວນຄິດເບິ່ງໃຫ້ດີກ່ອນນຳວ່າທ່ານມີຄວາມສາມາດທີ່ຈະໃຫ້ພວກເຂົາຢືມເງິນແທ້ໆຫລືບໍ່ ຫາກເກີດການຜິດສັນຍາ ທ່ານຈະເດືືອດຮ້ອນຫລືບໍ່. ບາງຄົນອາດຈະບອກວ່າ ເວລາມີຍາດຕິພີ່ນ້ອງມາຂໍຢືມເງິນ “ບໍ່ໃຫ້” ເປັນການກະທຳທີ່ດີທີ່ສຸດ, ແຕ່ເວົ້າງ່າຍຫລາຍກ່ວາແມ່ນບໍ່ ເພາະທ່ານຄົງບໍ່ຢາກປ່ອຍໃຫ້ຍາດຕິພີ່ນ້ອງ ຫລື ໝູ່ສະໜິດຂອງຕົນເອງເດືອດຮ້ອນເວລາເຂົາຕ້ອງການຄວາມຊ່ວຍເຫລືອ ເຖິງວ່າສຸດທ້າຍ ທ່ານອາດບໍ່ໄດ້ຮັບເງິນກັບຄືນມາ.
![](https://kkklao.com/wp-content/uploads/2021/03/Screenshot_20210309_204930-1024x679.jpg)
ແນວໃດທ່ານກໍຄວນຕັດສິນໃຈດ້ວຍສະໝອງ ຢ່າລືມຄິດໃຫ້ຖີ່ຖ້ວນກ່ອນ ຈະໄດ້ບໍ່ຖືກເອົາປຽບ, ທ່ານສາມາດອ່ານບົດຄວາມດ້ານການເງິນອື່ນໆ ໄດ້ໃນເວັບໄຊຂອງ MoneyGuru.
Discussion about this post