ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 27, ເດືອນມັງກອນ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ແຈ້ງການ ການລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ສຳລັບບຸກຄົນ

Staff by Staff
ເດືອນມີນາ 9, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

🔥 🔥 ແຈ້ງການເຖິງບຸກຄົນ ທັງພາຍໃນ ແລະຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ, ກ່ຽວກັບການລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ສຳລັບບຸກຄົນ.

• ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;

• ອີງຕາມ ກົດຫມາຍວ່າດ້ວຍ ອາກອນລາຍໄດ້ ເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2013;

• ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ເລກທີ144/ນຍ, ລົງວັນທີ 08 ພຶດສະພາ 2012 ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງການເງິນ;

• ອີງຕາມ ໃບສະເຫນີຂອງກົມສ່ວຍສາອາກອນ ເລກທີ 0381/ກສອ, ລົງວັນທີ 09 ກຸມພາ 2021.

ເພື່ອໃຫ້ສາມາດ ຄຸ້ມຄອງ ແລະ ຕິດຕາມ ບຸກຄົນ ທັງພາຍໃນ ແລະຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ເຊັ່ນ: ລັດຖະກອນ, ພະນັກງານທະຫານ, ຕຳຫລວດ, ນັກທຸລະກິດ, ແມ່ຄ້າທົ່ວໄປ ແລະ ຂາຍເຄື່ອງອອນລາຍ, ນັກກິລາ, ນັກສະແດງ, ນາຍຊ່າງ, ຊ່ຽວຊານ, ທີ່ປຶກສາ,

ນາຍຈ້າງ, ລູກຈ້າງ ກຳມະກອນ, ຊາວຜູ້ອອກແຮງງານ ແລະອື່ນໆ ແລະທັງເປັນການຊຸກຍູ້ສົ່ງເສີມໃຫ້ຜູ້ມີລາຍໄດ້ ທີ່ໄດ້ປະຕິບັດພັນທະຂອງຕົນຕໍ່ລັດ ໄດ້ຮັບນະໂຍບາຍຕ່າງໆຕາມກົດຫມາຍກຳນົດ, ນອກຈາກນັ້ນຍັງເປັນການຄຸ້ມຄອງຖານຂໍ້ມູນຜູ້ມີລາຍໄດ້ ເຂົ້າໃນລະບົບທັງຫມົດ ແນໃສ່ເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ, ຍຸຕິທຳ ແລະ ປະກອບສ່ວນເຂົ້າ

ໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ, ໂດຍອີງຕາມມາດຕາ 6 ຂອງກົດຫມາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019, ກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ທີ່ກ່າວມາຂ້າງເທິງນັ້ນ ເພື່ອໃຫ້ມາລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ຢູ່ຫ້ອງການສ່ວຍສາອາກອນທຸກຂັ້ນ,ສ່ວນກຳນົດເວລາໃນການລົງທະບຽນເລກປະຈໍາຕົວຜູ້ເສຍອາກອນ ແມ່ນບໍ່ໃຫ້ກາຍວັນທີ 30 ມິຖຸນາ 2021. ສໍາລັບເອກະສານປະກອບ ແລະຂໍ້ມູນທີ່ຈະຕ້ອງກະກຽມ ມີຄື:

👉 ບັດປະຈຳຕົວ/ປື້ມຫນັງສືຜ່ານແດນ ທີ່ຍັງບໍ່ຫມົດອາຍຸນຳໃຊ້;

👉 ປື້ມສໍາມະໂນຄົວ;

👉 ເບີໂທລະສັບ ທີ່ໄດ້ລົງທະບຽນຢັ້ງຢືນຕົວຕົນແລ້ວ ທຸກເລກຫມາຍ;

👉 ອາຊີບ (ໃຫ້ລະບຸສະຖານທີ່ເຮັດວຽກ, ຕໍາແຫນ່ງ ຢ່າງຈະແຈ້ງ);

👉 ເລກບັນຊີທະນາຄານ ທຸກບັນຊີ ທີ່ມີ;

👉 ເລກບັດປະກັນສັງຄົມ.

ມອບໃຫ້ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳແຂວງ, ນະຄອນຫລວງ, ສ່ວຍສາອາກອນປະຈຳເມືອງ, ນະຄອນ ກະກຽມ ພ້ອມທັງອໍານວຍຄວາມສະດວກໃຫ້ບຸກຄົນ ທັງພາຍໃນ ແລະຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວໃນຂອບເຂດທົ່ວປະເທດ ແລະປະຕິບັດຕໍ່ຜູ້ລະເມີດ ຕາມລະບຽບກົດຫມາຍຢ່າງເຄັ່ງຄັດ.ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ

ລັດຖະມົນຕີກະຊວງການເງິນ

ShareTweetShare
Next Post
ມີລູກ 10 ຄົນ ມີແຕ່ລູກຄົນດຽວ ທີ່ລ້ຽງແມ່ພິການ ໄປໃສກໍ່ເອົາແມ່ໄປນຳ

ມີລູກ 10 ຄົນ ມີແຕ່ລູກຄົນດຽວ ທີ່ລ້ຽງແມ່ພິການ ໄປໃສກໍ່ເອົາແມ່ໄປນຳ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຊົມເຊີຍ!!! ກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 11 ຄົນ ທີ່ເຮັດຜິດລະບຽບ

    0 shares
    Share 0 Tweet 0
  • ກົມກົງສູນ ແຈ້ງໃຫ້ປະຊາຊົນສາມາດ ຍື່ນຄຳຮ້ອງຂໍໜັງສືຜ່ານແດນ ຢູ່ 6 ແຂວງດ່ັ່ງນີ້:

    0 shares
    Share 0 Tweet 0
  • ເຕືອນສັງຄົມ!!! ຢ່າຫຼົງເຊື້ອໂອນເງິນໃຫ້ມີດສາຊີບເພື່ອຫວັງຖືກເລກ 6 ໂຕ

    0 shares
    Share 0 Tweet 0
  • ຮູ້ໄວ້ໄດ້ປະໂຫຍດ…!!! ວິທີເຮັດອາຫານສຳລັບ ການລ້ຽງເປັດ-ໄກ່ ເຮັດເອງໄດ້ງ່າຍໆ ປະຢັດຕົ້ນທຶນສຸດໆ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...