ເລື່ອງມີຢູ່ວ່າ ເຊົ້າວັນຄານ ທີ 27.9.2022 ຂ້ອຍນັ່ງກວດຄົນເຈັບຢູ່ ມີຜູ້ຊາຍຄົນກັບລູກນ້ອຍຍ່າງຂຶ້ນມາໂຮງໝໍ ຂ້ອຍກະຖາມວ່າເປັນຫຍັງເດມາກວດ? ລາວກະຕອບຂ້ອຍວ່າລູກຂ້ອຍໄຂ້ໄດ້ທິດໝຶ່ງແລ້ວ.
![](https://suelao.com/wp-content/uploads/2022/09/FB_IMG_1664334865312-768x1024.jpg)
ຂ້ອຍກະຖາມລາວວ່າໄດ້ກິນຢາຫຍັງແນ່ແລ້ວ ລູກເຈົ້າອາຍຸຈັກເດືອນແລ້ວ ? ລາວກະຕອບຂ້ອຍວ່າບໍ່ທັນໄດ້ກິນຢາຫຍັງ ບໍ່ມີເງິນຊື້ຢາໄຫ້ລູກກິນ.
ລູກອາຍຸ 6 ເດືອນປາຍ, ຂ້ອຍກະກວດໃຫ້ລູກລາວແລ້ວກະເອົາຢາໃຫ້ລາວເພື່ອໃຫ້ລາວປ້ອນຢາລູກລາວ. ແຕ່ຂ້ອຍພັດແນມໄປເຫັນລາວຖືຖົງອັນໝຶ່ງຂ້ອຍເລີຍຖາມວ່າຖົງຫຍັງລາວວ່າຖົງນົມ.
![](https://suelao.com/wp-content/uploads/2022/09/FB_IMG_1664334867238-768x1024.jpg)
ຂ້ອຍເລີຍຖາມວ່າ ນົມຫຍັງເຈົ້າໃຫ້ລູກກີນ? ລາວເອົານົມຂຸ້ນຫວານຊົງໃຫ້ລູກກິນ, ລາວວ່າ ຢາກໃຫ້ລູກກິນນົມຄືລູກຄົນອື່ນເຂົາຢູ່ແຕ່ບໍ່ມີເງີນຊື້.
![](https://suelao.com/wp-content/uploads/2022/09/FB_IMG_1664334868997-768x1024.jpg)
ຂ້ອຍກະເລີຍບອກລາວວ່າເຈົ້າຖ້າຢູ່ນີ້ເດີ້ ດຽວຂ້ອຍໄປຊື້ນົມລູກໃຫ້ລູກເຈົ້າກ່ອນກັບເຕົ້ານົມ.
ຂ້ອຍກະຊ່ວຍເຈົ້າໄດ້ເທົ່າທີ່ຈະຊ່ອຍໄດ້.
ນີ້ແລະເນາະຊີວິດຄົນເຮົາສູ້ໆເດີ.
![](https://suelao.com/wp-content/uploads/2022/09/FB_IMG_1664334870870.jpg)
ອີ່ຕົນເດທ້າວເຕົ້າຮູ້ອາຍຸ6ເດືອນປາຍ.