ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 22, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເບິ່ງບ້ານເຂົາ ເອົາບົດຮຽນ ຍຸດທະສາດໃໝ່! ຫວຽດນາມ ປີ 2030

Staff by Staff
ເດືອນມີນາ 6, 2021
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ເປີດຍຸດທະສາດໃໝ່!!! ຫວຽດນາມປີ 2030 ທີ່ຈະຍົກລະດັບຫວຽດນາມ ໃຫ້ສາມາດມີສ່ວນຮ່ວມ ແລະໄດ້ຮັບປະໂຫຍດສູງສຸດ ຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ເຊິ່ງເປັນການປະຕິວັດທາງເສດຖະກິດໃຫຍ່ຄັ້ງສຳຄັນໃນອະນາຄົດໂລກ.

ປະເທດຫວຽດນາມນັ້ນ ເປັນປະເທດທີ່ມີອັດຕາການເຕີບໂຕທາງເສດຖະກິດສູງ ສະເລ່ຍ 6 ເປີເຊັນຕໍ່ປີ ໃນຕະຫຼອດຊ່ວງທົດສະວັດຜ່ານມາ, ເຖິງວ່າຫວຽດນາມຈະປະເຊີນສະຖານະການວິກິດໂຄວິດ-19 ກໍຕາມ ແຕ່ກໍຍັງສາມາດຄວບຄຸມການແຜ່ລະບາດຂອງໄວລັດໄດ້ ແລະສ້າງເສດຖະກິດໃຫ້ມີອັດຕາການເຕີບໂຕທາງເສດຖະກິດ ໃນປີ 2020 ເປັນບວກໄດ້ 2.9 ເປີເຊັນ.ໃນຂະນະທີ່ປະເທດໃນອາຊີຕາເວັນອອກສ່ຽງໃຕ້ ຕ່າງກໍປະເຊີນກັບອັດຕາການເຕີບໂຕທາງເສດຖະກິດຕິດລົບ ຈາກໂຄວິດ-19.

ປະເທດຫວຽດນາມ ເປັນປະເທດເກີດໃໝ່ທີ່ເປັນແຫຼ່ງດຶງດູດຂອງນັກລົງທຶນຕ່າງຊາດຊັ້ນນຳຂອງໂລກ ເຊັ່ນ: IBM, Microsoft, Samsung, Honda, Procter & Gamble (P&G), Pepsico Food ເປັນຕົ້ນ.ນອກຈາກນີ້, ຫວຽດນາມກໍຍັງມີບໍລິສັດເອກະຊົນພາຍໃນປະເທດທີ່ປະສົບຄວາມສຳເລັດ ແລະຕິດອັນດັບການຈັດອັນດັບຂອງ Forbes ຢູ່ຫຼາຍບໍລິສັດ ເປັນຕົ້ນ: ບໍລິສັດ Vingroup, Vietjet Air, Masan Group, Mobile World, Sabeco, Vinamilk ແລະ Techcomback.

ໜ້າສົນໃຈອີກຢ່າງໜຶ່ງຄື ຫວຽດນາມມີບໍລິສັດສະຕາດອັບລະດັບຢູນິຄອນ (Unicorn) ຢູ່ເຖິງ 2 ບໍລິສັດ ໄດ້ແກ່ VNPay ແລະ VNG.ແລະເມື່ອວັນທີ 31 ທັນວາ 2020 ຜ່ານມາ, ປະເທດຫວຽດນາມໄດ້ປະກາດຍຸດທະສາດເສດຖະກິດໃໝ່ ເພື່ອມຸ່ງພັດທະນາປະເທດສູ່ອະນາຄົດ ໃນປີ 2030 ຊື່ຍຸດທະສາດ National Strategy on the 4th Industrial Revolution Toward the Year 2030 ຢ່າງເປັນທາງການ.ມີເປົ້າໝາຍສຳຄັນເພື່ອຍົກລະດັບຫວຽດນາມ ໃຫ້ສາມາດມີສ່ວນຮ່ວມແລະໄດ້ຮັບປະໂຫຍດສູງສຸດ ຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ເຊິ່ງເປັນການປະຕິວັດທາງເສດຖະກິດໃຫຍ່ຄັ້ງສຳຄັນໃນອະນາຄົດໂລກ ທີ່ຈຸດປະກາຍໂດຍ World Economic Forum ເຊິ່ງປະເທດຫວຽດນາມໄດ້ວາງຍຸດທະສາດຫຼັກ ໄວ້ 7 ປະການ ໄດ້ແກ່:

1. ພັດທະນາສະຖາບັນ ເພື່ອສົ່ງເສີມເທັກໂນໂລຢີໃໝ່ (New Institutes for New Technology) ພ້ອມດ້ວຍສະຖາບັນສຳລັບໂມເດວທຸລະກິດໃໝ່ໆ ເຊັ່ນ: ພານິດອີເລັກໂທຣນິກ ເສດຖະກິດແບ່ງປັນ (Sharing Economy), ເທັກໂນໂລຢີການເງິນ (Fintech) ທະນາຄານດິຈິຕອລ (Digital Banking) ເພື່ອສົ່ງເສີມນະວັດຕະກຳຄວາມຄິດສ້າງສັນ ແລະຄວບຄຸມລະດັບຄວາມສ່ຽງທາງທຸລະກິດໃຫ້ເໝາະສົມ ສົ່ງເສີມການໃຊ້ “ເກາະກຳບັງທາງກົດລະບຽບ” (Regulatory Sandbox) ໃຫ້ທຸລະກິດໃໝ່ໄດ້ທົດລອງທົດສອບເພື່ອສ້າງກອບກົດໝາຍສຳລັບສິນຄ້າບໍລິການນະວັດຕະກຳ.ນອກຈາກນີ້, ຫວຽດນາມຍັງຕ້ອງການທົບທວນ ແລະປັບປຸງກົດລະບຽບ, ແຮງຈູງໃຈທາງພາສີ ແລະເຄື່ອງມືທາງການເງິນໃໝ່ ເພື່ອສົ່ງເສີມໃຫ້ບໍລິສັດເທັກໂນໂລຢີດິຈິຕອລພາຍໃນປະເທດ ລົງທຶນວິໄຈ ແລະພັດທະນາ ພັດທະນາຂອບກົດໝາຍເພື່ອປ້ອງກັນ ແລະຄວບຄຸມອາຊະຍາກຳແບບໃໝ່ ຈາກເທັກໂນໂລຢີຂັ້ນສູງ ເປັນຕົ້ນ.

2. ພັດທະນາໂຄງສ້າງພື້ນຖານ, ສ້າງແລະໃຊ້ປະໂຫຍດຈາກຂໍ້ມູນຂະໜາດໃຫຍ່ (Infrastructure & Big Data) ໂດຍພັດທະນາອິນເຕີເນັດຄວາມໄວສູງ ແລະຮັກສາຄວາມປອດໄພໂຄງສ້າງພື້ນຖານດິຈິຕອລ ເຮັດໃຫ້ເກີດການເຊື່ອມຕໍ່ ແລະການປະມວນຜົນຂໍ້ມູນຂະໜາດໃຫຍ່ ຈັດທຳຖານຂໍ້ມູນລະດັບຊາດໃຫ້ສົມບູນ ລວມເຖິງຖານຂໍ້ມູນທີ່ຈຳເປັນສຳລັບທຸລະກິດ ເຊັ່ນ: ຖານຂໍ້ມູນການຄົມມະນາຄົມ, ການລົງທຶນພາກລັດ.ພ້ອມນີ້, ຍັງຕ້ອງການສ້າງລະບົບທາງເຕັກນິກ ເພື່ອເພີ່ມຂີດຄວາມສາມາດໃນການດູແລຄວາມປອດໄພຂອງເຄືອຂ່າຍ, ອັບເກຼດໂຄງສ້າງພື້ນຖານທາງກາຍະພາບ ໂດຍສະເພາະດ້ານພະລັງງານ ແລະການຂົນສົ່ງ ແລະສົ່ງເສີມການລົງທຶນພາກເອກະຊົນ ເພື່ອພັດທະນາ ແລະດຳເນີນການໂຄງສ້າງພື້ນຖານສາທາລະນະ.

3. ພັດທະນາຊັບພະຍາກອນມະນຸດ (Human Capital) ເນັ້ນຂະຫຍາຍ ແລະປັບປຸງຄຸນນະພາບຂອງການສຶກສາລະດັບປະລິນຍາຕີ ແລະສູງກວ່າປະລິນຍາຕີ, ການສຶກສາວິຊາຊີບ ໂດຍສະເພາະຢ່າງຍິ່ງໃນອຸດສາຫະກຳ ທີ່ຮອງຮັບການປະຕິວັດອຸດສາຫະກຳຄັ້ງທີ 4 ພ້ອມປັບປຸງຄຸນນະພາບການສຶກສາ ໃຫ້ເພີ່ມກິດຈະກຳໃນພາກການປະຕິບັດ.ໂດຍສະເພາະຢ່າງຍິ່ງໃນດ້ານ STEM ແລະພັດທະນາໂປຣແກຼມຝຶກງານ ໃນສູນສະໜັບສະໜູນນະວັດຕະກຳ ແລະສະຕາດອັບ ພ້ອມດ້ວຍການເຊື່ອມຕໍ່ການວິໄຈທາງວິທະຍາສາດ, ການຝຶກອົບຮົມ ແລະການຜະລິດ ແລະທຸລະກິດ.

4. ສ້າງລັດຖະບານອິເລັກໂທຣນິກສູ່ລັດຖະບານດິຈິຕອລ (Digital Government) ເນັ້ນການນຳເທັກໂນໂລຢີດິຈິຕອລ ມາໃຊ້ໃນການຈັດການພາກລັດໃນທຸກສາຂາ, ລົງທຶນ ແລະປະຍຸກໃຊ້ເທັກໂນໂລຢີສາລະສົນເທດ ໃນການຈັດການພາກລັດ (GovTech) ແລະບໍລິການສາທາລະນະ ສ້າງລະບົບຂໍ້ມູນເສດຖະກິດ ແລະສັງຄົມແບບລຽວທາມ ສ້າງລະບົບຂໍ້ມູນເສດຖະກິດ ແລະສັງຄົມເຊື່ອມກັນພາຍໃນພາກລັດ, ເຊື່ອມຕໍ່ ແລະແບ່ງປັນຂໍ້ມູນການຈັດການລະຫວ່າງກະຊວງ, ໜ່ວຍງານ ແລະທ້ອງຖິ່ນແບບດິຈິຕອລ ແລະປັບປຸງຄຸນນະພາບການຈັດການພາກລັດ ແລະພັດທະນາຂໍ້ມູນສຳລັບການວິໄຈ ແລະທຸລະກິດ.

5. ພັດທະນາແລະເພີ່ມຂີດຄວາມສາມາດດ້ານນະວັດຕະກຳຂອງປະເທດ (National Innovation Capacity) ໂດຍສ້າງລະບົບນະວັດຕະກຳແຫ່ງຊາດ ທີ່ທຸລະກິດເປັນສູນກາງ, ພັດທະນາສະຖາບັນອຸດົມສຶກສາ ແລະສະຖາບັນວິໄຈ ໃຫ້ຕອບໂຈດການວິໄຈ ແລະພັດທະນາ, ສະເໜີກົນໄກ ແລະນະໂຍບາຍທີ່ກ້າວໜ້າ ສຳລັບສູນນະວັດຕະກຳ, ສະໜັບສະໜູນໃຫ້ສະຖາັບນອຸດົມສຶກສາ, ສູນຜູ້ປະກອບການ ແລະອົງກອນໃນປະເທດ ແລະຕ່າງປະເທດ ຈັດຕັ້ງສູນນະວັດຕະກຳໃນຫວຽດນາມ.

6. ລົງທຶນວິໄຈ ແລະພັດທະນາເທັກໂນໂລຢີ (Research and Development) ທີ່ມີລະດັບຄວາມສຳຄັນສູງ ໃນການປະຕິວັດອຸດສາຫະກຳຄັ້ງທີ 4 ເຊັ່ນ: ເທັກໂນໂລຢີຫຸ່ນຍົນ, ວັດສະດຸຂັ້ນສູງ, ພະລັງໝູນວຽນ, ປັນຍາປະດິດ, ເທັກໂນໂລຢີການຮັກສາສຸຂະພາບ, ອິນເຕີເນັດຂອງສັບພະສິ່ງ, ຂໍ້ມູນຂະໜາດໃຫຍ່, ບລ໊ອກເຊນ ເປັນຕົ້ນ.

7. ຂະຫຍາຍຄວາມຮ່ວມມືລະຫວ່າງປະເທດ ແລະບູລະນາການງານດ້ານວິທະຍາສາດ ແລະເທັກໂນໂລຢີ ເພື່ອມີສ່ວນຮ່ວມໃນການປະຕິວັດອຸດສາຫະກຳ ຄັ້ງທີ4. ຫວຽດນາມໄດ້ຕັ້ງເປົ້າໝາຍ ແລະຕົວຊີ້ວັດຫຼັກ ທີ່ຕ້ອງການບັນລຸໃນປີ 2030 ເຊິ່ງຕົວຊີ້ວັດເປົ້າໝາຍກຸ່ມທຳອິດ ເປັນອັນດັບການແຂ່ງຂັນຂອງປະເທດ ເຊັ່ນ: ການຢູ່ໃນ 40 ອັນດັບທຳອິດ ໃນດ້ານນະວັດຕະກຳລະດັບໂລກ (Global Innovation Index) ການຢູ່ໃນ 30 ປະເທດຊັ້ນນຳ ໃນດັດຊະນີຄວາມປອດໄພ ແລະຄວາມໝັ້ນຄົງຂອງເຄືອຂ່າຍທົ່ວໂລກ ແລະການຢູ່ໃນ 50 ອັນດັບທຳອິດ ໃນດັດຊະນີລັດຖະບານອີເລັກໂທຣນິກ (E-Government index).ນອກຈາກນີ້, ຫວຽດນາມຍັງຕ້ອງການສ້າງໃຫ້ເສດຖະກິດດິຈິຕອລ ໃຫ້ມີສັດສ່ວນສູງ 30 ເປີເຊັນຂອງຈີດີພີ ແລະມີຜະລິດພາບແຮງງານ ເພີ່ມຂຶ້ນສະເລ່ຍ 7.5 ເປີເຊັ່ນຕໍ່ປີ. ບໍລິການອິນເຕີເນັດບຼອແແບນ ແລະບໍລິການເຄືອຂ່າຍມືຖື 5G ຄອບຄຸມປະຊາກອນທັງໝົດ ສາມາດສ້າງລັດຖະບານດິຈິຕອລໃຫ້ແລ້ວສົມບູນ ແລະພັດທະນາເຄືອຂ່າຍເມືອງອັດສະລິຍະຈຳນວນຫຼາຍ ແລະເຊື່ອມຕໍ່ກັບເຄືອຂ່າຍເມືອງອັດສະລິຍະໃນພູມິພາກ ແລະໂລກ ແລະວາງເປົ້າໝາຍຈະເພີ່ມສະຕາດອັບຢູນິຄອນ ເປັນ 10 ບໍລິສັດ.10 ປີຫຼງັຈາກນີ້, ຈຶ່ງເປັນຊ່ວງເວລາທີ່ຫວຽດນາມ ຕ້ອງການກ້າວກະໂດດຄັ້ງສຳຄັນຂອງປະເທດ ແລະເປັນການເຄື່ອນໄຫວທີ່ທຸກປະເທດຕ້ອງຈັບຕາເບິ່ງຢ່າງໃກ້ຊິດ.Credit:https://bit.ly/38dJJkZ

ShareTweetShare
Next Post

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ດ່ວນໆ ແຈ້ງຂ່າວ ປັບຂຶ້ນລາຄາປີ້ລົດໄຟລາວ-ຈີນທຸກໆສະຖານີ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...