ຕອບສະໜອງຕາມຄຳເຊີນຂອງ ທ່ານ ລີ ຊຽນ ລຸງນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ 2022 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ລາວ-ສິງກະໂປ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ.
![](https://kkklao.com/wp-content/uploads/2022/09/2-38.jpg)
ພິທີຕ້ອນຮັບຢ່າງເປັນທາງການ ໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 28 ກັນຍາ 2022, ທີ່ທໍານຽບປະທານາທິບໍດີ Istana ໂດຍໃຫ້ກຽດຕ້ອນຮັບຈາກ ທ່ານ ນາຍົກລັດ ຖະມົນຕີ ລີ ຊຽນ ລຸງ ພ້ອມດ້ວຍພັນລະຍາ ແລະ ຄະນະ. ພ້ອມທັງໄດ້ພົບປະສອງຝ່າຍ ຊຶ່ງ ທ່ານ ພັນຄໍາ ວິພາວັນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ສະແດງຄວາມຫວັງວ່າ ການຢ້ຽມຢາມ ສິງກະໂປ ໃນຄັ້ງນີ້
ຈະເປັນຂີດໝາຍອັນສໍາຄັນ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ແລະ ທັງເປັນການຢືນຢັນຄືນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ແຫ່ງ ສປປ ລາວ ໃນການສົ່ງເສີມສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ສິງກະໂປ ໃຫ້ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ.
![](https://kkklao.com/wp-content/uploads/2022/09/1-40.jpg)
ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະ ຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ໂດຍສະເພາະແມ່ນການຮ່ວມມືສອງຝ່າຍທາງດ້ານການເມືອງ, ດ້ານການຄ້າ-ການລົງທຶນ, ດ້ານພະລັງງານ, ສິ່ງ ແວດລ້ອມ, ການສຶກສາ, ວັດທະນະທໍາ, ການທ່ອງທ່ຽວ, ເຕັກໂນໂລຊີ, ຂໍ້ມູນຂ່າວສານ, ເຕັກໂນໂລຊີດີຈິຕອນ ແລະ ດ້ານອື່ນໆ. ພ້ອມກັນນັ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສິງກະໂປ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ
ທີ່ຈະໄດ້ຈັດສໍາມະນານັກທຸລະກິດຂຶ້ນ ໃນໂອກາດຢ້ຽມຢາມຄັ້ງນີ້, ເຊິ່ງເປັນການເຜີຍແຜ່ນະໂຍບາຍດ້ານການລົງທຶນ ຂອງສອງປະເທດ, ນໍາສະເໜີກາລະໂອກາດການເຮັດທຸລະກິດ ແລະ ການລົງທຶນ ຢູ່ປະເທດຂອງກັນ ແລະ ກັນ ທັງເປັນການສ້າງໂອກາດພົບປະແລກປ່ຽນ ລະຫວ່າງເຈົ້າໜ້າທີ່ ແລະ ນັກທຸລະກິດຮ່ວມກັນ ແນໃສ່ຊຸກຍູ້ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ
![](https://kkklao.com/wp-content/uploads/2022/09/3-29.jpg)
ໃຫ້ຂະ ຫຍາຍຕົວ ແລະ ມີປະສິດທິຜົນດີຍິ່ງໆຂຶ້ນ. ຕົວເລກການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ມີມູນຄ່າ 362 ລ້ານໂດລາສະຫະລັດ ລວມມີ 83 ໂຄງການ, ຊຶ່ງຈັດເປັນອັນດັບທີ 10 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ. ສໍາລັບ ມູນຄ່າການຄ້າສອງຝ່າຍ, ໃນປີ 2021 ມີ 115,9 ລ້ານໂດລາສະຫະລັດ, ສປປ ລາວ ສົ່ງອອກມີມູນຄ່າປະມານ 90,9 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 52 ລ້ານໂດລາສະຫະລັດ.
ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນໂອກາດດຽວນີ້, ທ່ານ ພັນຄໍາ ວິພາວັນ ກໍສະເໜີຕໍ່ ທ່ານ ລີ ຊຽນ ລຸງ ເພື່ອຊຸກຍູ້ໃຫ້ນັກລົງທຶນສິງກະໂປ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ໃນຂະແໜງການທີ່ສອງຝ່າຍມີທ່າແຮງ ເປັນຕົ້ນ ຂົງເຂດບໍລິການປິ່ນອ້ອມໂລຈິດສະຕິກ ກໍຄື ໃນ 9 ຂະແໜງການທີ່ ສປປ ລາວ ໄດ້ສົ່ງເສີມ ແລະ ໃຫ້ນະໂຍບາຍພິເສດ ຄື: ຂະແໜງການຄົ້ນຄວ້າວິໄຈທີ່ນໍາໃຊ້ເຕັກໂນໂລຊີສູງທີ່ທັນສະໄໝ,
ຂະແໜງກະສິກໍາສະອາດປອດສານພິດ, ອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ, ການພັດທະນາອຸດສາຫະກໍາທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ການພັດທະນາພື້ນຖານໂຄງລ່າງ, ທະນາຄານນະໂຍບາຍ-ສະຖາບັນການເງິນ ແລະ ສູນການຄ້າທີ່ທັນສະໄໝ. ພ້ອມດຽວກັນນັ້ນ, ທ່ານ ພັນຄໍາ ວິພາວັນ ກໍໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ສິງກະໂປ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ຕະຫລອດມາ ໂດຍສະເພາະແມ່ນວຽກງານສົ່ງເສີມຂີດຄວາມສາມາດ ໃຫ້ແກ່ພະນັກງານລັດ, ດ້ານການພັດທະນາຊັບພະຍາກອນມະນຸດ, ການສະໜອງທຶນການສຶກສາ ແລະ ທຶນຝຶກອົບຮົບ,
![](https://kkklao.com/wp-content/uploads/2022/09/4-20.jpg)
ການສົ່ງອາສາສະໝັກມາຊ່ວຍເຫລືອວຽກຊຸມຊົນ, ການຊ່ວຍເຫລືອໃນໄລຍະເກີດໄພພິ ບັດສັນຄູກັ້ນນໍ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ທີ່ແຂວງອັດຕະປື ລວມທັງການຊ່ວຍເຫລືອໃນການສະກັດກັ້ນ ແລະ ປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ. ນອກຈາກນີ້, ທ່ານ ພັນຄໍາ ວິພາວັນ ຍັງໄດ້ແຈ້ງວ່າ ສປປ ລາວ ກຽມພ້ອມທີ່ຈະຮ່ວມມືກັບ ສິງກະໂປ ແລະ ປະເທດສະມາຊິກອາຊຽນອື່ນໆ ເພື່ອສືບຕໍ່ຮັດແໜ້ນປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ໂດຍສະເພາະການເປັນປະທານອາຊຽນໃນປີ 2024ຂອງ ສປປ ລາວ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ໃນຂອບວຽກອາຊຽນ
ໂດຍສະເພາະການປະກາດໃຫ້ການຊ່ວຍເຫລືອແກ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ພ້ອມດຽວກັນນີ້, ທ່ານຍັງໄດ້ເຊື້ອເຊີນ ທ່ານ ລີ ຊຽນ ລຸງ ເດີນທາງຢ້ຽມຢາມ ສປປ ລາວ ໃນໂອກາດທີ່ສະດວກ, ເຊິ່ງທ່ານນາຍົກລັດຖະມົນຕີ ສິງກະໂປ ກໍໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນດັ່ງກ່າວ ແລະ ຈະເດີນທາງໄປຢ້ຽມຢາມທາງການທີ່ ສປປ ລາວ ໃນໂອກາດທີ່ສະດວກ.
ພາຍຫລັງສໍາເລັດການພົບປະສອງຝ່າຍ, ທັງສອງນາຍົກລັດຖະມົນຕີ ໄດ້ຮ່ວມກັນເປັນສັກຂີພິຍານການລົງນາມບົດບັນທຶກຄວາມເຂົ້າໃຈ 4 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສ ສິງກະໂປ;
![](https://kkklao.com/wp-content/uploads/2022/09/9-4.jpg)
ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານປ້ອງກັນສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ການບໍລິຫານຈັດສັນຊັບພະຍາກອນທາງນໍ້າ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂົງເຂດເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີດີຈິຕອນ ແລະ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືດ້ານພະລັງງານ.
ໃນໂອກາດຢ້ຽມຢາມ ສິງກະໂປ ຄັ້ງນີ້, ທ່ານ ພັນຄໍາ ວິພາວັນ ຍັງໄດ້ເປັນກຽດຂຶ້ນກ່າວເປີດກອງປະຊຸມພົບປະພາກທຸລະກິດ ລາວ-ສິງກະໂປ, ພ້ອມທັງໄດ້ຢ້ຽມຢາມ ໂຮງຮຽນວິຊາຊີບ ນັນຢາງໂພລີເທັກນິກ(Nanyang Polytechic) ແລະ ຍັງໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທາມັນ ຊັນມູກາຣັດນັນ (Tharman Shanmugaratnam)
ລັດຖະມົນຕີອາວຸໂສ, ລັດຖະມົນຕີປະສານງານດ້ານນະໂຍບາຍສັງຄົມ ແຫ່ງ ສ ສິງກະໂປ ອີກດ້ວຍ ແລະ ນໍາພາຄະນະໄປຢ້ຽມຊົມສວນພຶກສາຊາດ ສິງກະໂປ (National Garden, Singapore Botanic Garden) ເພື່ອຕັ້ງຊື່ດອກໄມ້ຕາມປະເພນີທີ່ເຄີຍປະຕິບັດຂອງຝ່າຍສິງກະໂປ.
ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ
ພາບ: ກົມປະຊາສໍາພັນ, ຫສນຍ