ຮອດເວລາ 07 ໂມງ 40 ນາທີ ຂອງວັນທີ 27 ກັນຍາ 2022 ຈຶ່ງພົບເຫັນລົດຂອງເປົ້າໝາຍເປັນລົດກະບະ ໂຕໂຍຕ່າ ວີໂກ່ ສີຂາວ ໝາຍເລກທະບຽນ ອລ 8399 ກໍາແພງນະຄອນ
![](https://kkklao.com/wp-content/uploads/2022/09/FB_IMG_1664273998356.jpg)
ແລ່ນມາດ້ວຍຄວາມໄວສູງມາຈາກທາງນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ຈຶ່ງໄດ້ຂັບຂີ່ລົດຕິດຕາມມາ ພໍຮອດເຂດບ້ານຫາງຊິງ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ
![](https://kkklao.com/wp-content/uploads/2022/09/FB_IMG_1664274000084.jpg)
ລົດຄັນດັ່ງກ່າວໄດ້ເກີດອຸປະຕິເຫດຕໍາກັບລົດຈັກ ແລ້ວໄດ້ຂັບລົດເອົາຕົວຫຼົບໜີມາທາງເມືອງປາກຊັນ ເຈົ້າໜ້າທີ່ໄດ້ໄລ່ຕິດຕາມາຮອດທາງຮ່ອມເຂົ້າສວນຢາພາລາເຂດບ້ານກ້ວຍອຸດົມ ເມືອງ ປາກຊັນ
![](https://kkklao.com/wp-content/uploads/2022/09/FB_IMG_1664274002152.jpg)
ເປົ້າໝາຍຈຶ່ງຈອດລົດປະໄວ້ ແລ້ວເອົາຕົວຫຼົບໜີ, ພໍຮອດເວລາ 09 ໂມງຂອງວັນດຽວກັນຈຶ່ງສາມາດກັກຕົວເປົ້າໝາຍໄດ້ 02 ຄົນຄື: ທ້າວ ບົວພາ ອາຍຸ 26 ປີ ອາຊີບຄ້າຂາຍ ຢູ່ບ້ານ ວຽງຄໍາ ເມືອງ ປາກກະດິງ ແລະ ທ້າວ ສຸດໃຈ ອາຍຸ 18 ອາຊີບຄ້າຂາຍ ຢູ່ບ້ານ ຫ້ວຍຫອຍ ເມືອງ ວຽງທອງ ທັງສອງຢູ່ແຂວງ ບໍລິຄໍາໄຊ
![](https://kkklao.com/wp-content/uploads/2022/09/FB_IMG_1664274004218.jpg)
ຜ່ານການກວດຄົ້ນລົດຄັນດັ່ງກ່າວພົບເຫັນກະເຟຊອງປະສົມສານເ ສ ບ ຕິ ດ ຈໍານວນ 779 ຊອງ ແລະ ກະເຟປ໋ອງປະສົມສານ ເ ສ ບ ຕິ ດ ຈໍານວນ 87 ປ໋ອງຊຸກເຊື່ອງໄວ້ໃນເບາະລົດ,
![](https://kkklao.com/wp-content/uploads/2022/09/FB_IMG_1664274006240.jpg)
ພ້ອມນັ້ນຍັງມີເຄື່ອງສໍາອາງປະເພດເຊລໍ່າ 280 ກ່ອງ, ສະບູ່ 131 ກ້ອນ, ຄີມກັນແດດ 187 ກ່ອງ ທີ່ນໍາໃຊ້ເພື່ອອໍາພາງໃນເວລາເຄື່ອນຍ້າຍຂົນສົ່ງກະເຟທີ່ປະສົມສານ ເ ສ ບ ຕິ ດ ຢູ່ໃນລົດຄັນດັ່ງກ່າວອີກດ້ວຍ,
![](https://kkklao.com/wp-content/uploads/2022/09/FB_IMG_1664274008126.jpg)
ຈາກນັ້ນຈຶ່ງໄດ້ນໍາຕົວພວກກ່ຽວທັງສອງຄົນພ້ອມຂອງກາງ ແລະ ລົດກະບະຄັນດັ່ງກ່າວມາສືບສວນ-ສອບສວນຕາມກົດໝາຍ.
![](https://kkklao.com/wp-content/uploads/2022/09/FB_IMG_1664274010014.jpg)
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ພວກກ່ຽວທັງ 02 ໄດ້ໃຫ້ການຮັບສາລະພາບວ່າ: ເຄື່ອງຈໍານວນດັ່ງກ່າວແມ່ນຮັບຊື້ມາຈາກເຖົ້າແກ່ຄົນຈີນຢູ່ນະຄອນຫຼວງວຽງຈັນເພື່ອຂະນໍາໄປຈໍາໜ່າຍຢູ່ເຂດບ້ານວຽງຄໍາ ເມືອງ ປາກກະດິງ ແຕ່ກໍ່ມາເກີດອຸປະຕິເຫດ ແລະ ຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີສາກ່ອນ,
![](https://kkklao.com/wp-content/uploads/2022/09/FB_IMG_1664274029386.jpg)
ຕໍ່ກັບຄະດີດັ່ງກ່າວທາງເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ບໍລິຄໍາໄຊຈະສືບຕໍ່ຂະຫຍາຍຜົນເພື່ອຕິດຕາມກັກຕົວຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍຕື່ມອີກ ແລະ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນໂດຍສະເພາະຊາວໜຸ່ມ,
![](https://kkklao.com/wp-content/uploads/2022/09/FB_IMG_1664274031569.jpg)
ເຍົາວະຊົນຈົ່ງພ້ອມກັນມີສະຕິລະວັງຕົວໃນການບໍລິໂພກອາຫານເສີມປະເພດຕ່າງໆເພາະອາດມີສານ ເ ສ ບ ຕິ ດ ປະສົມຢູ່ນໍາເຊິ່ງເປັນອັນຕະລາຍຕໍ່ສຸຂະພາບເຖິ່ງຂັ້ນເສຍຊີວິດກໍ່ມີ ແລະ ຈົ່ງຊ່ວຍກັນເປັນຫູເປັນຕາໃຫ້ແກ່ເຈົ້າໜ້າທີ່ໃນການສະກັດກັ້ນແກ້ໄຂບັນຫາປະກົດການຫຍໍ້ທໍ້ໃຫ້ລຸດໜ້ອຍຖອຍລົງ ແລະ ໝົດໄປຈາກສັງຄົມໂດຍໄວ.