ລັດຖະບານຫວຽດນາມສັ່ງອົບພະຍົບປະຊາຊົນໃນພື້ນທີ່ສ່ຽງ 370.000 ຄົນ ຈາກອິດທິພົນຂອງໄຕ້ຝຸ່ນໂນຣູ ເຊິ່ງອາດສ້າງຄວາມເສຍຫາຍໃຫ້ຫວຽດນາມ ຮຸນແຮງທີ່ສຸດໃນຮອບ 20 ປີ.
![](https://suelao.com/wp-content/uploads/2022/09/3.webp)
ວັນທີ 27 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງຫວຽດນາມລາຍງານວ່າ: ໄຕ້ຝຸ່ນໂນຣູເຄື່ອນທີ່ອອກຈາກຟີລິບປິນແລ້ວ ສະສົມຄວາມໄວລົມເພີ່ມຂຶ້ນຈາກ 134 ເປັນ 149 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວລົມໃກ້ສູນກາງເພີ່ມເປັນ 200 ກິໂລແມັດຕໍ່ຊົ່ວໂມງ ໃນຕອນຄໍ່າວັນທີ 26 ກັນຍາຜ່ານມາຕາມເວລາທ້ອງຖິ່ນ ແລະ ເຄື່ອນທີ່ຢູ່ຫ່າງຈາກເກາະພາຣາເຊລໄປທາງຕາເວັນອອກສຽງໃຕ້ ປະມານ 190 ກິໂລແມັດ.
![](https://suelao.com/wp-content/uploads/2022/09/33.png)
ທັງນີ້, ຫວຽດນາມຄາດຄະເນພາຍຸມີທິດທາງເຄື່ອນທີ່ໄປທາງຕາເວັນຕົກ ເຂົ້າສູ່ຊາຍຝັ່ງທາງຕອນເໜືອ ແລະ ຕອນກາງຂອງປະເທດ ໃນຕອນເຊົ້າຂອງວັນທີ 28 ກັນຍາ ຕາມເວລາທ້ອງຖິ່ນ ແລະ ຄວາມໄວລົມມີທ່າອ່ຽງເພີ່ມຂຶ້ນອີກເປັນປະມານ 166 ກິໂລແມັດຕໍ່ຊົ່ວໂມງ ແລ້ວຂຶ້ນຝັ່ງບໍລິເວນພາກກາງຂອງຫວຽດນາມ ແລະ ຫລາຍຝ່າຍເຊື່ອວ່າ ພາຍຸອາດຈະອ່ອນກຳລັງລົງເປັນພາຍຸດິເປສຊັນ.
![](https://suelao.com/wp-content/uploads/2022/09/665.jpg)
ຂະນະທີ່ ປະຊາຊົນປະມານ 370.000 ຄົນ ຈາກຫລາຍກວ່າ 93.000 ຄອບຄົວ ໃນພາກເໜືອ ແລະ ພາກກາງຂອງຫວຽດນາມ ໄດ້ຮັບຄຳສັ່ງໃຫ້ອົບພະຍົບລ່ວງໜ້າເພື່ອຄວາມປອດໄພ ໂດຍສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດພະຍາກອນປະລິມານນ້ຳຝົນຈາກອິດທິພົນຂອງໄຕ້ຝຸ່ນໂນຣູ ລະຫວ່າງ 150-300 ມິນລິແມັດໃນພື້ນທີ່ສ່ຽງ ຖືເປັນພາຍຸທີ່ມີຄວາມຮຸນແຮງສຸດ ນັບແຕ່ໄຕ້ຝຸ່ນຊ້າງສານ ເຊິ່ງຂ້າຊີວິດຊາວຫວຽດນາມຢ່າງໜ້ອຍ 80 ຄົນ ໃນປີ 2006.
![](https://suelao.com/wp-content/uploads/2022/09/33.jpg)
Cr: ລາວພັດທະນາ