ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 19, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໂສມໜ້າໂຈນ ກໍ່ເຫດດຶງກະເປົາ ແຕ່ຖືກພົນລະເມືອງດີຊ່ວຍກັນຈັບ

Staff by Staff
ເດືອນມີນາ 6, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນເວລາ 13:00 ໂມງ ຂອງວັນທີ 05 ມີນາ 2021 ມີຊາຍ 2 ຄົນ, ຂີ່ລົດຈັກຊ້ອນກັນກໍ່ເຫດຊີງຊັບດ້ວຍການດຶງກະເປົາຍິງສາວທີ່ຂີ່ລົດຈັກຄົນດຽວຢູ່ບໍລິເວນໃກ້ຕະຫຼາດບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ໃນຂະນະທີ່ດຶງກະເປົານັ້ນເຮັດໃຫ້ລົດຈັກຂອງຜູ້ເສຍ ແລະ ຜູ້ກໍ່ເຫດລົ້ມລົງ, ເມື່ອເປັນແນວນັ້ນພົນລະເມືອງດີຢູ່ບໍລິເວນໃກ້ຄຽງຕັດສິນໃຈເຂົ້າຈັບກຸມ ແລະນຳຕົວສົ່ງເປົ້າໝາຍທັງ 2 ຄົນ ພ້ອມລົດຈັກນຳໃຊ້ກໍ່ເຫດ ລົດ HONDA wave 100 ເລກທະບຽນ ດຫ 2119 ກຳແພງນະຄອນ ໃຫ້ ປກສ ກຸ່ມ 4 ໂນນຫວາຍ ເມືອງໄຊເສດຖາ.

ຈາກການສອບສວນເບື້ອງຕົ້ນຮູ້ໄດ້ວ່າ: ຜູ້ກະທຳຜິດແມ່ນທ້າວ ອາດສະພັງ ອາຍຸ 21 ປີ, ກຳມະກອນ ຢູ່ບ້ານຈອມເພັດ ເມືອງສີສັດຕະນາກ ແລະ ທ້າວ ລັດຕະນີ ອາຍຸ 18 ປີ, ກຳມະກອນ ຢູ່ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ. ສ່ວນລາຍລະອຽດຄະດີຈະລາຍງານຕາມພາຍຫຼັງ.

ຕໍ່ກັບເຫດການດັ່ງກ່າວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍຊົມເຊີຍພົນລະເມືອງດີທີ່ມີຈິດໃຈກ້າຫານ ສະກັດກັ້ນເຫດການດັ່ງກ່າວໄດ້ທັນເວລາ ແລະ ຂໍຝາກຄຳແນະນຳປະຊາຊົນບັນດາເຜົ່າໃຫ້ມີສະຕິລະວັງຕົວ, ຊ່ວຍເປັນຫູເປັນຕາຕິດຕາມກຸ່ມຄົນທີ່ໜ້າສົງໃສເຄື່ອນໄຫວບໍ່ດີ,

ເມື່ອພົບເຫັນກຸ່ມຄົນທີ່ບໍ່ໄວ້ວາງໃຈສາມາດແຈ້ງເຈົ້າໜ້າທີ່ທີ່ຢູ່ໃກ້ທີ່ສຸດ ຫຼືແຈ້ງຂໍ້ມູນມາເບີວອດແອັບ ປກສ ນະຄອນຫຼວງວຽງຈັນ 020 28899774.

ພາບຂ່າວຈາກ: ປກສ ນະຄອນຫຼວງວຽງຈັນ

ShareTweetShare
Next Post
ເປີດເທສະການປຶ້ມອ່ານ ສົ່ງເສີມຄວາມຮູ້ ສູ່ປັນຍາ ມີຫຼາຍກວ່າ 30 ຮ້ານເຂົ້າຮ່ວມ

ເປີດເທສະການປຶ້ມອ່ານ ສົ່ງເສີມຄວາມຮູ້ ສູ່ປັນຍາ ມີຫຼາຍກວ່າ 30 ຮ້ານເຂົ້າຮ່ວມ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ເກີດເຫດຄົນຮ້າຍ ລອບວາງລະເບີດ 11 ຈຸດ ເສຍຫາຍຫນັກ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຊຣ໌ໄວ້ເລີຍ ວິທີແກ້ ດວງຕົກ ແກ້ຊວຍ ຄ້າຂາຍບໍ່ຂື້ນ ຫາເງີນບໍ່ໄດ້ ພົບແຕ່ຄົນຕົ້ມຄົນຕົວະ
  • ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກຣັດເຊຍ
  • ສົດໆຮ້ອນໆ ນ້ຳຖ້ວມ ກະທັນຫັນ ບ້ານນ້ຳແອ່ງ ເມືອງວຽງພູຄາແຂວງຫຼວງນ້ຳທາ
  • ກວດພົບຍິງສາວ ຢູ່ຮ້ານຍິບຍັບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...