ຈາກໂພສຊື່ຕ້ອມ ຍຸກຫີນເຈົ້າພໍ່ປະຫວັດສາດ ໄດ້ໂພສໃນວັນທີ 27/09/2022 ວ່າ: ແອັດຈະມາເຫລົ່າເຫດການ ກອນອິນແຕງລາວຈະເສຍຊີວິດ ບໍ່ໄດ້ກ່ຽວກັບຫນີ້300ລ້ານ ຊື່ງບໍ່ແມ່ນຄວາມຈິງ ລາວມີເງິນເປັນນັກຮ້ອງມໍລຳຊື່ດັງ ທັງລາວແລະໄທ ເງີນໄດ້ຈາກຢູ່ທູບກໍ່ຫລາຍ . ແຕ່ແອັດຢາກຖາມວ່າບັນດາທ່ານ ເຊື່ອເລື່ອງລີ້ລັບບໍ່ ຫລືຄຸນໄສມົນດຳ ກອນທີ່ລາວຈະໄປໂດດນ້ຳຂອງກາງຂົວປາກເຊ ໂດຍທີ່ລາວເອງບໍ່ຮູ້ສະຕິ ເຫມືອນຖືກຄອບງ້ຳດ້ວຍມົນດຳ
![](https://suelao.com/wp-content/uploads/2022/09/image-24.jpeg)
ຈາກໄສຍາສາດຫຼືມົນດຳ ຈາກສິ່ງລີຫລັບ ສະກົດຈິດສະກົດໃຈໃຫ້ຄິດສັ້ນ ແບບປູບປັບກະທັນຫັນ ທ່ານຄິດວ່າ ມັນແປກໆບໍ່ກັບເຫດການນີ້ . ກອນທີ່ລາວຈະຈົບຊິວິດ ມີເລື່ອງລາວແປກປະລາດເກີດຂື້ນກັບລາວຫຼາຍຢ່າງ : ລ່າສຸດລາວໄດ້ຝັນເຫັນຍົນ ບີນຂ້າມຂົວປາກເຊ ແຕ່ຍົນສຳພັດເກີດໄຟໄຫມ້ ຂາດອອກຈາກກັນ ສວນຫາງຂອງຍົນຕົກຢູ່ສົ້ນຂົວປາກເຊ ອີກສວນຫົວຂອງຍົນຕົກຢູ່ພູທ້າວພູນາງ ໃນຄວາມຝັນຂອງລາວທີ່ລາວຝັນແລະແນມເຫັນ ກ່ອນຫນ້ານັ້ນຕໍ່ມາ ລາວກໍ່ໄດ້ໄປອາບນ້ຳຂອງ ກັບບັນດາຫມູ່ເພື່ອນລູກຫຼານຂອງລາວ ເພື່ອໄປອາບນ້ຳຂອງຕ່າງໄປເກັບຫອຍກິບກີ້ນ້ຳຂອງ ຊື່ງນ້ຳຂອງທີ່ລາວໄປນັ້ນມີໂງນຫີນ ແລະ ສາຍນ້ຳຂອງໃສສະອາດເຢັນ
![](https://suelao.com/wp-content/uploads/2022/09/image-25.jpeg)
ແນມເບີ່ງແລ້ວຈະເປັນຕາຢານສຳຫລັບແອັດຄິດວ່າ ທຳອິດລາວກໍ່ງົມໄດ້ຫອຍກິບກີ້ທຳມະດາບໍ່ໃຫຍ່1ໂຕ ຄັ້ງທີ2 ລາວມຸດນ້ຳງົມອີກ ກໍ່ໄດ້ຫອຍກິບກີ້ອີກ ສຳພັດໂຕໃຫຍເກືອບສຳຝາມື ແຕ່ຫອຍໂຕນັ້ນດັ່ງທີ່ເຫັນໃນຮູບ ເປັນສີດຳມີຕາ ວົງມົນອ້ອມຮອບໃຈກາງເປືອກຫອຍ ແນມເບີ່ງແລ້ວເປັນຕາຢ້ານ ບາດນິຄັ້ງທີ3ລາວກໍ່ງົມອີກ ສຳພັດໄດ້ຂອນໄມ້ດຳເງົາ ມີຫອຍກິບກີ້ນ້ອຍດຳຈັບເຕັມ
![](https://suelao.com/wp-content/uploads/2022/09/image-26.jpeg)
ແລ້ວຂອນໄມ້ນັ້ນມີຕາ ລັກສະນະຮູບຊົງເຫມືອນເງືອກເຫມືອນງູ ເປັນຕາຢ້ານສຸດໆແປກໆຈັງໃດບຸ ເຫມືອນມີລາງສັງຫອນແລ້ວ ທີ່ລາວໄດ້ສຳພັດກັບຂອນໄມ້ນັ້ນ ແລະ ຫອຍທີ່ລາວເຈີ ແອັດຄິດວ່າລາວຖືກສິ່ງລີລັບຫຼີ້ນງານລາວແລ້ວແລະ ໃນແມ່ນ້ຳຂອງປາກເຊນັ້ນມີແນວແລ້ວ.
![](https://suelao.com/wp-content/uploads/2022/09/image-27.jpeg)
ຫມາຍເຫດ :
ເຖີງຢ່າງໃດກໍ່ຕາມແຕ່ ນັກຮ້ອງຫມໍລຳຊື່ດັງອິນແຕງ ຂວັນໃຈສອງຝັ່ງຂອງ ເພີ່ນກໍ່ໄດ້ຈາກພວກເຮົາໄປແລ້ວ ໂດຍບໍ່ມີວັນກັບມາ ແອັດເອງກາຂໍໃຫ້ດວງວິນຍານຂອງເພີນ ໄປສູ່ພົບພູມທີ່ດີ ເປັນນາງຟ້ານາງສະຫວັນ ເປັນນາງເອກນັກຮ້ອງຫມໍລຳ ຂວັນໃຈຂອງປວງຊົນລາວ ແລະ ໄທທັງປະເທດຢູ່ໃນໃຈສະເໝີ.
![](https://suelao.com/wp-content/uploads/2022/09/image-28.jpeg)
ດ້ວຍຄວາມເຄົາລົບຮັກ ແລະ ນັບຖືຢ່າງສູງ ຈາກແອັດມິ້ນ.
ແຫລ່ງທີ່ມາ:
![](https://suelao.com/wp-content/uploads/2022/09/image-29.jpeg)