ຜົວຕາຍຈາກເຫດການດິນເຈືອນຖົ່ມທີ່ກາສີ ຊີວິດຕອນນີ້ ລຳບາກຫລາຍ ຕ້ອງລ້ຽງລູກນ້ອຍ 3 ຄົນ
ໄຮ່ກໍຕ້ອງເຮັດ ເງິນກໍຕ້ອງຫາ ລູກກໍຕ້ອງລ້ຽງ
ເຂົ້າຊິກິນບໍ່ມີ ເງິນຊື້ນົມໃຫ້ລູກບໍ່ມີ …ໄປໄຮ່ມື້ໃດກະໄດ້ຝາກລູກນ້ອຍໄວ້ນຳຄົນຂ້າງເຮືອນ ກັບແລງມາລູກນ້ອຍຕາຕູບຕາໂປ ຍ້ອນໄຫ້ຢາກກິນນົມແມ່
ແມ່ສຸດທົນທໍລະມານ ສົງສານລູກແຝດທີ່ກຳລັງເຕີບໂຕ ແຕ່ລະມື້ແມ່ໄປສົ່ງປະຢູ່ໂຮງຮຽນຕາມມີຕາມເກີດ
![](https://kkklao.com/wp-content/uploads/2022/09/FB_IMG_1664158436211-648x1024-1.jpg)
…ເຄີຍມີຄົນຂໍລ້ຽງ1ຄົນ ແຕ່ດ້ວຍຫົວໃຈຄົນເປັນແມ່ ບໍ່ຍ່ອມແຍກລູກແຝດອອກຈາກກັນ ແມ່ອີຕົນຫລາຍ ລູກຍັງນ້ອຍແລະຂາດກັນບໍ່ໄດ້ … ຊິວິດຕອນນີ້ມືດ 8 ດ້ານ
ຫວັງເພິ່ງພໍ່ແມ່ຝ່າຍໃດກະລຳບາກບໍ່ຕ່າງຈາກໂຕເອງວອນຂໍ ສັງຄົມສົງສານ ແລະ ຊ່ວຍເຫລືອຄອບຄົວນີ້ແນ່ເດີ ເພິ່ນບໍ່ຂໍຫຍັງຫລາຍ ຂໍຄ່ານົມໃຫ້ລູກຫລ້າ ຊໍາຊາແມ່ໄປໄຮ່ໄປສວນປະ …ຊຳຊາຮອດຍາມກ່ຽວເຂົ້າ ບາດກ່ຽວເຂົ້າແລ້ວກໍຈະບໍ່ໄດ້ອຶດເຂົ້າອຶດນໍ້າ …
![](https://kkklao.com/wp-content/uploads/2022/09/FB_IMG_1664158432642-1024x974-1.jpg)
ຊ່ວງນີ້ລຳບາກຫລາຍ ບໍ່ມີທາງອອກເລີຍ ຈຶ່ງວອນຂໍຄວາມຊ່ວຍເຫລືອຈາກສັງຄົມ..ຜູ້ມີໃຈເມດຕາ ຮ່ວມທຳບຸນຊ່ວຍເຫລືອ ໃຫ້ໂອກາດເດັກກຳພ້າ 3 ຄົນນີ້ ໄດ້ເຕີບໂຕຢ່າງແຂງແຮງດ້ວຍທ້ອນ …ສ່ວນແມ່ບໍ່ໄດ້ນິ່ງນອນໃຈ… ຖ້າແຕ່ໃຫ້ລູກຫລ້າເຊົານົມໄດ້ ກະຊິອອກເດີນທາງໄປຫາເງິນເພື່ອສົ່ງລູກຮຽນ ແມ່ຍອມທຸກຢ່າງເພື່ອຄວາມຢູ່ລອດຂອງລູກ
ລຸງປິວ ຂໍເປັນກະບອກສຽງນ້ອຍໆ ເພື່ອວອນຂໍຄວາມຊ່ວຍເຫລືອຈາກເພື່ອນມະນຸດດ້ວຍກັນ ຊ່ວຍເຫລືອ fc ລຸງປິວແນ່… ຮ່ວມແບ່ງປັນຜູ້ພັນສອງພັນຄ່ານົມລູກນ້ອຍ ..ຊ່ວຍຄົນຈົນມື້ນີ້ຂໍໃຫ້ເຈົ້າມັ່ງມີສີສຸກ ໃນພາຍພາກຫນ້າ
ຄອບຄົວນີ້ ຢູ່ບ້ານຫ້ວຍພັນຫຼາ ເມືອງກາສີ ແຂວງວຽງຈັນ
![](https://kkklao.com/wp-content/uploads/2022/09/FB_IMG_1664158427757-1024x674-1.jpg)
ທີ່ມສ
![](https://kkklao.com/wp-content/uploads/2022/09/IMG_20220926_092600-710x1024-1.jpg)