ຕໍ່ກັນເຫດການທີ່ເກີດຂຶ້ນໃນວັນທີ 14 ກັນຍາ 2022, ທີ່ກຳລັງວິຊາສະເພາະກອງບັນຊາການ ປກສ ເມືອງຊຳເໜືອ ແຂວງຫົວພັນ ໄດ້ສົມທົບກັບ ປກສ ກຸ່ມບ້ານຊາງຄຳ ອອກເກັບກຳຂໍ້ມູນກວດກາພິສູດແຫຼ່ງຂ່າວຕາມທີ່ພົນລະ ເມືອງດີລາຍງານວ່າ ມີບຸກຄົນບໍ່ດີມີການເຄື່ອນໄຫວທີ່ພົວພັນກັບບັນຫາຢາເສບຕິດ ແລະ ມີອາວຸດລ່າເນື້ອໄວ້ໃນຄອບຄອງ,ເຊິ່ງໃນລະຫວ່າງອອກປະ ຕິບັດໜ້າທີ່ຢູ່ນັ້ນ ໄດ້ມີຊາຍຄົນໜຶ່ງໃຊ້ອາວຸດປືນ ( ປະເພດປືນແກັບ ) ຍິງໃສ່ ຮ້ອຍເອກ ຊອມ ສີສົມທອງ ເຈົ້າໜ້າທີ່ ປກສ ກຸ່ມບ້ານຊາງຄຳ ໄດ້ຮັບບາດເຈັບສາຫັດ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ.
![](https://kkklao.com/wp-content/uploads/2022/09/1-22.jpg)
ຕໍ່ກັບເຫດການດັ່ງກ່າວນີ້, ກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ເອົາໃຈໃສ່ປະຕິບັດນະໂຍບາຍ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃຫ້ການຊ່ວຍເຫຼືອຕໍ່ຄອບຄົວຢ່າງສົມກຽດ ເຊັ່ນ:
ເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ມີຜົນງານພິເສດໃນການແກ້ໄຂເປົ້າໝາຍຊື້ຂາຍ-ຢາເສບຕິດຢູ່ກອງບັນ ຊາການ ປກສ ແຂວງຫົວພັນ ໂດຍເລື່ອນຊັ້ນຮ້ອຍເອກ ຂຶ້ນເປັນ ພັນໂທ ໃຫ້ ສະຫາຍ ຊອມ ສີສົມທອງ ແລະ ມອບຫຼຽນໄຊພິລະອາດຫານຊັ້ນ I ໃຫ້ 1 ໜ່ວຍ.
![](https://kkklao.com/wp-content/uploads/2022/09/2-20.jpg)
ນອກນັ້ນ, ຄະນະພັກ-ຄະນະນຳຫຼາຍພາກສ່ວນໄດ້ເຂົ້າວາງພວງມາລາ ແລະ ມອບເງິນນະໂຍບາຍຊ່ວຍເຫຼືອກິນທານ, ເບິ່ງແຍງຄອບຄົວ ເປັນຕົ້ນແມ່ນກະຊວງ ປກສ ນຳໂດຍ ພົຈວ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຫົວໜ້າກົມພະນັກງານ, ມີການນຳແຂວງຫົວພັນ ນຳໂດຍ ທ່ານ ເພີດ ມາປັນຍາ ປະທານສະພາປະຊາຊົນແຂວງຫົວພັນ,
![](https://kkklao.com/wp-content/uploads/2022/09/3-9.jpg)
ກອງບັນຊາການ ປກສ ແຂວງຫົວພັນ, ການນຳເມືອງຊຳເໜືອ ແລະ ກອງບັນຊາການ ປກສ ເມືອງຊຳເໜືອ ຊ່ວຍເຫຼືອເບິ່ງແຍງຢ່າງເຕັມທີ່ ພ້ອມທັງມອບເງິນນະໂຍບາຍຊ່ວຍເຫຼືອຄອບຄົວສະຫາຍໃນເບື່ອງຕົ້ນ 59.406.000 ກີບ.
![](https://kkklao.com/wp-content/uploads/2022/09/4-7.jpg)
ຄຽງຄູ່ກັນນັ້ນ, ໃນວັນທີ 15 ກັນຍາ 2022, ຕາງໜ້າກະຊວງ ປກສ ນໍາໂດຍ ພົຈວ ຄອນສະຫວັນ ສົມພາໄຊ ແລະ ການນໍາແຂວງຫົວພັນ, ກອງບັນຊາ ການ ປກສ ແຂວງຫົວພັນ, ປກສ ເມືອງ ແລະ ພາກສ່ວນຕ່າງໆ ກໍໄດ້ເຂົ້າ ຮ່ວມງານຊາປະນາກິດສົບ ພັທ ຊອມ ສີສົມທອງ ເພື່ອຮ່ວມກັນໄວ້ອາໄລ ແລະ ສົ່ງສະຫາຍເປັນຄັ້ງສຸດທ້າຍ.
![](https://kkklao.com/wp-content/uploads/2022/09/5-4.jpg)