ວັນທີ 21 ກໍລະກົດ 2022, ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຂອງເມືອງສີສັດຕະນາກ ນະຄອນ
ຫລວງວຽງຈັນ ໄດ້ລົງກ່າວເຕືອນ ແລະ ໃຫ້ຊາວຄ້າຂາຍເຄື່ອງ ຫນ້າໂຮງຫມໍມະໂຫສົດ ຍົກຍ້າຍອອກຈາກເຂດດັ່ງກ່າວໂດຍໄວ.
ທ່ານ ສິງຫາ ວົງພັກດີ ຫົວຫນ້າຫ້ອງວ່າການປົກຄອງເມືອງ ໃຫ້ຮູ້ວ່າ: ເຂດໂຮງໝໍມະໂຫສົດ ທີ່ມີຊາວຄ້າຂາຍຍູ້ລໍ້ມາຂາຍເຄື່ອງແຄມທາງ ເຂດໜ້າຕຶກສຸກເສີນ ໂຮງໝໍມະໂຫສົດ ພາໃຫ້ເກີດການອັ່ງອໍ, ແອອັດ ການສັນຈອນ ເຮັດໃຫ້ຜູ້ມາໃຊ້ບໍລິການມີຄວາມສັບສົນ, ຜ່ານມາ ຄະນະຮັບຜິດຊອບ ໄດ້ສຶກສາອົບຮົມ ກ່າວເຕືອນແລ້ວຈໍານວນຫຼາຍຄັ້ງ ແຕ່ກໍຍັງບໍ່ມີການຢຸດເຊົາ ຫຼື ຍ້າຍອອກ.
ສະນັ້ນ, ຄະນະທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຈິ່ງໄດ້ລົງມາຕັກເຕືອນ, ຖ້າຫາກຍັງມີການດື້ດ້ານຝ່າຝືນ ຈະນໍາໃຊ້ມາດຕະການໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກ, ຈະໄດ້ຢຶດເຄື່ອງ ໃຊ້ມາດຕະການປັບໃໝຕາມລະບຽບ.
ດຣ ບຸນໂຮມ ກັນທະວົງ ຮອງອຳນວຍການໂຮງຫມໍ ມະໂຫສົດ ເຜີຍວ່າ: ຜ່ານມາ ມີຊາວຄ້າຂາຍຈໍານວນໜຶ່ງ ນໍາອາຫານ, ໝາກໄມ້ ຫຼື ໃສ່ລໍ້ຍູ້ຊຸກມາຂາຍໜ້າຕຶກສຸກເສີນ ຂອງໂຮງໝໍ ພາໃຫ້ເກີດຄວັນຈາກການປີ້ງ, ຈີ່, ສົ່ງກິ່ນເໝັນຄາວ ແລະ ສ້າງຄວາມເປິເປື້ອນ ສົ່ງຜົນກະທົບຕໍ່ສຸຂະພາບ ແພດ, ໝໍ ແລະ ຜູ້ທີ່ມາໃຊ້ບໍລິການ,
ດັ່ງນັ້ນ ຈິ່ງໃຫ້ຢຸດເຊົາມາຂາຍເຄື່ອງ ໃນສະຖານທີ່ດັ່ງກ່າວ ເພື່ອຈະໄດ້ອານາໄມ ໃຫ້ມີຄວາມສະອາດຈົບງາມ ເຮັດໃຫ້ຜູ້ມາໃຊ້ບໍລິການຢູ່ໂຮງໝໍ ແລະ ການສັນຈອນໄປ-ມາ ມີຄວາມສະດວກສະບາຍຫຼາຍຂຶ້ນ.
ຂ່າວ: ຮອ ນາງ ອ່າງ
Discussion about this post