ເຈົ້າໜ້າທີ່ພະແນກຕຳຫຼວດ ໜ່ວຍງານສືບສວນ-ສອບສວນຄະດີອາຍາ ກອງບັນຊາການ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ມ້າງຄະດີລັກຊັບຂອງພົນລະເມືອງ ໄດ້ 2 ເລື່ອງ ຈັບຕົວຜູ້ຮ່ວມຂະບວນ ການດຽວກັນໄດ້ 10 ຄົນ ຍິງ 1 ຄົນ ແລະ ສາມາດເກັບກູ້ລົດຈັກ ຄືນມາໄດ້ 15 ຄັນ ເພື່ອມອບຄືນ ໃຫ້ເຈົ້າຂອງເດີມ.
![](https://kkklao.com/wp-content/uploads/2022/07/FB_IMG_1658463844204.jpg)
ພັຕ ຄຳພວງ ເພຍຄຳ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງທ່າແຂກ ໃຫ້ຮູ້ໃນວັນທີ 18 ກໍລະກົດ 2022 ວ່າ: ລົດຈັກຈຳນວນດັ່ງກ່າວ, ເຈົ້າໜ້າຕຳຫຼວດວິຊາສະເພາະ ປກສ ເມືອງ ແມ່ນເກັບກູ້ຄືນມາ ໄດ້ຈາກຄະດີລັກຊັບຂອງພົນລະ ເມືອງ 2 ເລື່ອງ ທີ່ມ້າງໄດ້ໃນໄລຍະ 3 ເດືອນຜ່ານມາ.
![](https://kkklao.com/wp-content/uploads/2022/07/FB_IMG_1658463845874.jpg)
ໃນນີ້, ຄະດີເລື່ອງທີ 1: ເຈົ້າໜ້າທີ່ສາມາດກັກຜູ້ ຖືກຫາໄດ້ 4 ຄົນ ຍິງ 1 ຄົນ ໃນວັນທີ 28 ພຶດສະພາ 2022, ພ້ອມ ທັງເກັບກູ້ລົດຈັກທີ່ພວກກ່ຽວລັກໄປນັ້ນຄືນມາໄດ້ຈຳນວນ 8 ຄັນ; ຜ່ານການສອບສວນ ຈຶ່ງຮູ້ວ່າຜູ້ຖືກຫາມີຄື:
![](https://kkklao.com/wp-content/uploads/2022/07/FB_IMG_1658463847910.jpg)
- ທ້າວ ວິໄລກອນ ຫຼື ເລ້ ອາຍຸ 28 ປີ ຢູ່ບ້ານໂພນພີມ ເມືອງແຂກ,
- ນາງ ຕ່າຍ ແສງທອງ ອາຍຸ 25 ປີ, ປະຊາຊົນຢູ່ບ້ານສຸກສະຫວັນ ເມືອງ ທ່າແຂກ,
- ທ້າວ ນ້ອຍ ຫຼື ຖັງ ອາຍຸ 44 ປີ, ຢູ່ບ້ານໂພນພິມ ເມືອງທ່າແຂກ,
- ທ້າວຕຸ່ນ ອາຍຸ 21 ປີ, ຢູ່ບ້ານໂພນພິມ ເມືອງທ່າແຂກ.
ຄະດີເລື່ອງທີ 2: ຈັບຕົວຜູ້ຖືກຫາໄດ້ທັງໝົດ 6 ຄົນ, ເກັບກູ້ລົດຈັກຄືນມາ ໄດ້ ຈຳນວນ 7 ຄັນ, ຜູ້ຖືກຫາມີຄື: - ທ້າວ ນ໋ອດ ຫຼື ແກ້ວ ອາຍຸ 24 ປີ ຢູ່ບ້ານຄອນສົງ ເມືອງປາກກະດິງ ແຂວງບໍລິຄຳໄຊ,
- ທ້າວ ສອນເພັດ ຫຼື ເຕີ່ງ ອາຍຸ 22 ປີ, ຢູ່ບ້ານແກ້ງເຫຼັກ ເມືອງຍົມມະລາດ, 3. ທ້າວ ເຈມ ຫຼື ເລັກ ອາຍຸ 19 ປີ, ຢູ່ບ້ານປາກພຸງ ເມືອງຍົມມະລາດ,
- ທ້າວ ໄໝ ອາຍຸ 19 ປີ, ຢູ່ບ້ານແກ້ງເຫຼັກ ເມືອງ ຍົມມະລາດ,
- ທ້າວ ສາຍຍັນ ອາຍຸ 18 ປີ ຢູ່ບ້ານແກ້ງຫຼັກ ເມືອງຍົມມະລາດ,
- ທ້າວ ເບັ້ນ ອາຍຸ 16 ປີ ຢູ່ບ້ານແກ້ງເຫຼັກ ເມືອງຍົມມະລາດ ແຂວງຄຳມ່ວນ.
![](https://kkklao.com/wp-content/uploads/2022/07/FB_IMG_1658463849739.jpg)
ເຈົ້າໜ້າທີ່ຍັງໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນຍັງສືບຕໍ່ຂະຫຍາຍ ຜົນຫາກຸ່ມແກ້ງທີ່ຮ່ວມຂະບວນ ການ ມາດຳເນີນຄະດີຕາມລະບຽບກົດໝາຍ ສ່ວນຂອງກາງລົດຈັກ ຈຳນວນທີ່ເກັບກູ້ຄືນມາໄດ້ແມ່ນ ຈະໄດ້ມອບຄືນໃຫ້ເຈົ້າຂອງເດີມ ແລະ ສ່ວນຂອງກາງທີ່ຍັງເກັບກູ້ ບໍ່ທັນໄດ້ເຈົ້າໜ້າທີ່ຈະເລັ່ງສອບ ສວນ ແລະ ເກັບກູ້ຂອງກາງຄືນມາ ເພື່ອມອບຄືນໃຫ້ເຈົ້າຂອງເດີມ.
Discussion about this post