ຕາມຂ່າວຈາກ ພະນົມເປັນ,ວັນທີ18 ກໍລະກົດນີ້, ກອງປະຊຸມໃຫຍ່ ພັກປະຊາຊົນ ກຳປູເຈຍ (CPP) ມີມະຕິ ສະໜັບ ສະໜູນ ທ່ານ ຮຸນເຊັນ (Hun Sen) ນາຍົກ ລັດຖະມົນຕີ ຄົນປັດຈຸບັນ ໃຫ້ເປັນຕົວແທນ ຂອງພັກ ເພື່ອຊີງ ຕຳແໜ່ງ
![](https://kkklao.com/wp-content/uploads/2022/07/FB_IMG_1658152443376.jpg)
ຜູ້ນຳ ລັດຖະບານ ໃນການເລືອກຕັ້ງ ທົ່ວໄປ ຄັ້ງໃໝ່ ຊຶ່ງຈະຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 23 ກໍລະກົດ ປີ2023 ແລະ ໃຫ້ການສະໜັບ ສະໜູນ ທ່ານ ພົນໂທ ຮຸນ ມາເນັດ(Hun Manet)ລູກຊາຍກົກ ຂອງຜູ້ນຳ ກຳປູເຈຍ ໃນການເປັນຕົວແທນ ຂອງພັກCPP ລົງສະໝັກ ຮັບເລືອກຕັ້ງ ແລະ ກ້າວ ຂຶ້ນສູ່ ການເປັນ ນາຍົກລັດ ຖະມົນຕີ ໃນອະນາຄົດ.
(ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
Discussion about this post