ນໍ້າຕາແຫ່ງຄວາມເສຍໃຈ, ຜິດຫວັງ,ນີ້ຄືນໍ້າຕາແຫ່ງຄວາມຕັ້ງໃຈ ທຸ້ມເທຢ່າງສຸດຄວາມສາມາດ ແລະ ເສຍສະຫລະ, ພວກທ່ານສູ້ໄດ້ສົມສັກສີແລ້ວ ສູ້ຕໍ່ໄປພວກທ່ານຄືແບບຢ່າງທິ່ດີຂອງນັກກິລາລາວ, ຕັ້ງໃຈຝຶກຊ້ອມມື້ຫນຶ່ງຕ້ອງເປັນຂອງເຮົາ.
ສຳລັບລາຍການຕໍ່ໄປຂອງນັກກິລາ ຮຸ່ນດັ່ງກ່າວແມ່ນຈະເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ ຂອງກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ, ລາວ (ເຈົ້າພາບ) ແລະ ກວມ.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
– 10/09/2022 ເວລາ 18:00 ລາວ ພົບ ກວມ
– 12/09/2022 ເວລາ 18:00 ລາວ ພົບ ຍີ່ປຸ່ນ
– 14/09/2022 ເວລາ 18:00 ລາວ ພົບ ເຢເມນ
– 18/09/2022 ເວລາ 18:00 ລາວ ພົບ ປາແລສຕິນ
ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັັກ 16
ການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງ ແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຜ່ານເຂົ້າຮອບສຸດທ້າຍທີ່ ປະເທດອຸເບກິສຖານ ໃນປີ 2023.
Discussion about this post