ໃນວັນທີ 6 ກໍລະກົດ 2022 ເຈົ້າຫນ້າທີ່ ປກສ ກຸ່ມຫ້ວຍຈຽມ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈັບຕົວນາງ ກ່າເຊຍເຮີ ອາຍຸ 18 ປີ ກໍາມະກອນ ຢູ່ບ້ານວັງຊາຍ ເມືອງໄຊເສດຖາ ໃນຂໍ້ຫາສໍ້ໂກ້ງຊັບພົນລະເມືອງ ແອບອ້າງແລກປ່ຽນເງິນທາງອອນລາຍ.
![](https://kkklao.com/wp-content/uploads/2022/07/2-23.jpg)
ພັທ ບຸນແລວ ແກ້ວວັນນາ ຫົວຫນ້າ ປກສ ກຸ່ມຫ້ວຍຈຽມ ໃຫ້ຂໍ້ມູນວ່າ : ຜູ້ກ່ຽວໃຊ້ເລ້ຫຼ່ຽນດ້ວຍ ການນຳໃຊ້ເຟສບຸກທີ່ມີຊື່ວ່າ Sannaphakham ໂຄສະນາຊວນເຊື່ອ ອ້າງວ່າເປັນເຟສບໍລິການຮັບແລກປ່ຽນເງິນຕາ ຜ່ານທາງສື່ສັງຄົມອອນລາຍ ວ່າມີຄວາມສະດວກສະບາຍ ແລະ ໄດ້ຮັບຄ່າອັດຕາແລກປ່ຽນສູງ, ພາຍຫຼັງນຳໃຊ້ເຟສດັ່ງກ່າວ ມາໄດ້ໄລຍະໜຶ່ງມີຄົນຫຼົງເຊື່ອ ແລ້ວໂອນເງິນເຂົ້າບັນຊີໃຫ້ 3.000.000 ກີບ, 100.000 ບາດ ແລະ 300 ໂດລາ ເຂົ້າບັນຊີຂອງ ນາງ ກ່າເຊຍເຮີ ຫຼັງຈາກເງິນຖືກໂອນເຂົ້າບັນຊີ ກໍໄດ້ປິດການນຳໃຊ້ເຟສທຸກຊ່ອງທາງ ແລະ ເອົາຕົວຫຼົບໜີ.
![](https://kkklao.com/wp-content/uploads/2022/07/1-20.jpg)
ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ກໍໄດ້ເກັບກຳຂໍ້ມູນຫຼັກຖານ ຮ່ວມກັບທະນາຄານ ຈິ່ງສືບຮູ້ໄດ້ວ່າ ເປັນບັນຊີຂອງຜູ້ກ່ຽວ, ຕໍ່ມາ ຈຶ່ງໄລ່ຊອກ-ໄລ່ຈັບ ໄດ້ຜູ້ຖືກຫາ ຊື່ ນາງ ກ່າເຊຍເຮີ ໄດ້ຢູ່ເຮືອນຍາດພີ່ນ້ອງ ບ້ານສົມສະໄໝ ເມືອງໄຊທານີ ດຳເນີນຄະດີຕາມລະບຽບກົດຫມາຍ.
Discussion about this post