ເພື່ອເປັນກຳລັງໃຈໃຫ້ກັບ ຄະນະຄູຝຶກ ແລະ ນັກກິລາ ທີ່ສາມາດຜ່ານເຂົ້າສູ່ຮອບຊີງຊະນະເລີດ ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ສາມາດຜ່ານເຂົ້າສູ່ຮອບຊີງຊະນະເລີດ,
![](https://kkklao.com/wp-content/uploads/2022/07/1-17.jpg)
ທ່ານ ຄຳໄພ່ ປຣະເສີດ ຫົວຫນ້າຄະນະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ທັງເປັນຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມອບເງິນສະຫນັບສະຫນູນ 50.000.000 ກີບ ແລະ ທ່ານ ປະສາດໄຊ ພິລາພັນເດຊ ຮອງຫົວນ້າຄະນະ ທັງເປັນຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມອບເງິນສະຫນັບສະຫນູນ ຈຳນວນເງິນ 100.000.000 ກີບ.
![](https://kkklao.com/wp-content/uploads/2022/07/2-20.jpg)
ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 AFF U19 BOYS CHAMPIONSHIP 2022 ຢູ່ທີ່ປະເທດອິນໂດເນເຊຍ ຮອບຊີງຊະນະເລີດ ຈະມີຂຶ້ນ 🗓 ວັນສຸກ 15/07/2022 ທີມຊາດລາວ ພົບ ທີມຊາດມາເລເຊຍ ເວລາ 20:00 ແຂ່ງຂັນຢູ່ທີ່ສະຫນາມ Patriot Candrabhaga
![](https://kkklao.com/wp-content/uploads/2022/07/33-7.jpg)
ທີ່ມາ: ສະຫະພັນເຕະບານແຫ່ງຊາດລາວ
Discussion about this post