ຄະນະມົນຕີຊີເກມຂອງ ສປປ ລາວ ໄດ້ເດີນທາງ ເຂົ້າຮ່ວມກອງປະຊຸມ ກະກຽມຄວາມພ້ອມການຈັດການແຂ່ງຂັນກິລາຊີເກມຄັ້ງທີ 32 ທີ່ຈະຈັດຂຶ້ນໃນເດືອນພຶດສະພາ 2023 ປະເທດກຳປູເຈ່ຍເປັນເຈົ້າພາບ.
![](https://kkklao.com/wp-content/uploads/2022/07/Screenshot_20220713-120938-1024x517.jpg)
ຄະນະມົນຕີປະກອບດ້ວຍ: ທ່ານ ນາງຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ,
![](https://kkklao.com/wp-content/uploads/2022/07/FB_IMG_1657689009141-1024x754.jpg)
ປະທານສະຫະພັນຄົນພິການແຫ່ງຊາດລາວ, ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ທ່ານ ກະເສມ ອິນທະລາ ຮອງປະທານ ຄອລ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ຮອງເລຂາທິການ ຄອລ, ທ່ານພູວັນວົງສຸທິ ຮອງຫົວໜ້າກົມພົວພັນຕ່າງປະເທດ ແລະ ທ່ານ ນາງພູໄຊ ແພງພົງ ຮອງຫົວໜ້າກົມກິລາລະດັບສູງ ຕາງໜ້າຄະນະກຳມະການກິລາກັບຜູ້ຍິງ
![](https://kkklao.com/wp-content/uploads/2022/07/FB_IMG_1657689020296-1024x768.jpg)
ກອງປະຊຸມໄດ້ຕົກລົງຫລາຍບັນຫາ ໂດຍສະເພາະການສະເໜີບັນຈຸປະເພດກິລາ, ລາຍການແຂ່ງຂັນ. ສ່ວນການສະເໜີເປັນເຈົ້າພາບຈັດການແຂ່ງຂັນຕາມວາລະ ສປປລາວ ຖືກຜຽນເປັນຜູ້ຈັດໃນປີ 2029 ໄດ້ຖືກເລື່ອນອອກໄປເປັນປີ 2031 ເນື່ອງຈາກລາວເຮົາບໍ່ສາມາດຮັບໄດ້ໃນຊ່ວງປີ 2029.
ເຖິງຢ່າງໃດກໍ່ຕາມ, ຕ້ອງຖ້າລຸ້ນອີກຕໍ່ໄປວ່າ ລາວເຮົາຈະຮັບໃນປີ 2031 ຫລື ຈະເລື່ອນໄປອີກ
ຂໍ້ມູນ-ພາບ: ລາວ ສູ້ສູ້
Discussion about this post