ໃຜສັ່ງອາຫານຄົງຕ້ອງທັງປ້ອຍທັງດ່າວ່າອາຫານຄືນານມາແທ້…..ແຕ່ສຳລັບຜູ້ສົ່ງອາຫານແມ່ນຢາກໄຫ້ຮອດຖືງລູກຄ້າໄວໄວ ຟ້າວໄປຈົນເກີດອຸບັດຕິເຫດ ນອນແນບນີ່ງໝົດລົມຫາຍໃຈ….ພາຍໃນພິບຕາ ບໍ່ຮູ້ຈິດແລະດວງວິນຍານສີໄປທາງໃດ ຍັງຈະວົນວຽນສົ່ງອາຫານຢູ່ບໍ່ ຫຼືວ່ານັ່ງໃຫ້ຄິດເສຍໃຈໃນຄວາມໂຊກຮ້າຍຂອງໂຕເອງຢູ່-ອາຊີບນີ້ ຄືອາຊີບທີ່ຫຼາຍຄົນທະວາຍຊີວີດມາແລ້ວ

ເລື່ອງການຂັບຂີ່ ສ່ວນຫຼາຍແມ່ນງົມແຕ່ໂທສັບ ລ່ວງໄຟອດງ ເບີ່ງແມບ ຂີ່ໄວ້ ບໍ່ມັກຢູ່ໃນກົດຈາລະຈອນພໍປານໃດ ລົມໂທລະສັບ ຂີ່ແຊັກໄປແຊກມາ {ບໍ່ໄດ້ເໝົາລວມແລະບໍ່ໄດ້ວ່າໃຫ້ຜູ້ຕາຍ}ແຕ່ຂໍໃຫ້ຄົນທີ່ເຮັດໃນອາຊີບນີ້ຄວນເບີ່ງເຄສນີ້ເປັນແບບຢ່າງ ຄວນມີສະຕິໃນການຂັບຂີ່ ວ່າຊີວີດເຈົ້າມີຄ່າພຽງທໍ່ນີ້ບໍ່ ຂໍໃຫ້ຂັບຂີ່ລົດດ້ວຍຄວາມປອດໄພ ຂໍຂອບໃຈ
ວັນທີ12.07.2022 # ເວລາ 13:37ນາທີ ກູ້ໄພມູນນິທິຈີນໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ1628

ວ່າມີເຫດລົດຈັກ+ລົດໃຫຍ່ ຈຸດເກິດເຫດແມ່ນ : ສີ່ແຍກໄຟເແດງຫໍປະຊຸມ +ເມືອງ ໄຊເສດຖາ +ແຂວງ ນະຄອນຫລວງວຽງຈັນ

ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນ 1628 ຈຶ່ງໄດ້ອອກກວດສອບເຫດພ້ອມອາສາສະໝັກໃນຈຸດເກີດເຫດ ພົບເຫັນຜູ້ເສຍຊີວິດ1 ຄົນ

ອາການເບື້ອງຕົ້ນ: ກະທົບຄໍ ກະທົບໜ້າເອີກ ມີບາດແຜຈີກບໍລິເວນຕົ້ນຂາ ມີບາດແຜຕາມໃບໜ້າ # ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນ1628 ຈຶ່ງໃດ້ນຳສົ່ງກັບບ້ານເພື່ອໃຫ້ພີ່ນ້ອງເຮັດພິທີຕາມສາດສະໜາ




Discussion about this post