ຕາມຂ່າວຈາກ ເວັບໄຊ bangkokbiznews, ທ່ານVladimir Putin, ປະທານາ ທິບໍດີ ຣັດເຊຍ, ໄດ້ລົງນາມ ໃນລັດຖະດຳລັດ ສະບັບໃໝ່ ເມື່ອບໍ່ດົນມານີ້ ທີ່ອະ ນຸຍາດ ໃຫ້ພົນລະເມືອງ ອູແກຣນ ທັງໝົດ ສາມາດ ສະໝັກ ສັນຊາດ ຣັດເຊຍ ໄດ້ໂດຍໄວ.
![](https://kkklao.com/wp-content/uploads/2022/07/6-5-1024x683.jpg)
ກ່ອນໜ້ານີ້, ມີພຽງແຕ່ ປະຊາຊົນ ທີ່ອາໄສ ຢູ່ເຂດ Donatsk ແລະ Luhansk ທາງພາກຕາເວັນອອກ ຂອງອູແກຣນລວມທັງ ຜູ້ທີ່ອາໄສຢູ່ໃນ Zaporizhia ແລະ ແຄວ້ນ Kherson ຊຶ່ງລ້ວນຢູ່ ພາຍໃຕ້ ການຄວບຄຸມ ຂອງລັດຖະບານ ມົດສະກູທີ່ໄດ້ຮັບ ອະນຸຍາດ ໃຫ້ເລືອກ ຢືນຂໍ ສັນຊາດ ຣັດເຊຍໄດ້.
![](https://kkklao.com/wp-content/uploads/2022/07/22-2-1024x678.jpg)
ໃນຕົ້ນປີ 2022 ມີປະຊາກອນ ຊາວອູແກຣນ ປະມານ 18% ໃນເຂດທີ່ ກຸ່ມກະບົດ ຍຶດຄອງຢູ່ໄດ້ຮັບໜັງສື ເດີນທາງ ຂອງຣັດເຊຍແລ້ວ.
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
Discussion about this post